ນວ ຫັນພະນັກງານລົງສ້າງຮາກຖານກັບທີ່ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ

    ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ວັນທີ 16 ກັນຍາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດວ່າ:

    ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ແລະ ຂໍ້ແຂ່ງຂັນຮັກຊາດພັດທະນາ ແມ່ນຄວາມຮຽກຮ້ອງຕ້ອງການຕົວຈິງ ໂດຍການເຮັດທົດລອງ 3 ສ້າງຢູ່ ນວ ຜ່ານມາ ອັນສໍາຄັນ ການຫັນລົງກໍ່ສ້າງຮາກຖານ ເປັນມາດຕະການອັນຈໍາເປັນໃນເງື່ອນໄຂຂອງປະເທດເຮົາໄລຍະໃໝ່ ເຊິ່ງກ່ອນອື່ນໝົດ ແມ່ນໄດ້ຄວາມສະຫງົບ ໄດ້ພັດທະນາຢູ່ຮາກຖານ ແລະ ໄດ້ຮັບຮູ້ສະພາບຄວາມສະດວກ ບັນຫາທີ່ຫຍຸ້ງຍາກ ຂໍ້ສະເໜີ ກໍຄືຄວາມຕື່ນຕົວຂອງປະຊາຊົນ ເຊິ່ງ ນວ ໄດ້ຫັນພະນັກງານລົງຮາກຖານກັບທີ່ ຕິດພັນກັບວຽກດັ່ງກ່າວ ເພື່ອເຮັດໃຫ້ການປຸກລະດົມຂະບວນການຟົດຟື້ນຢູ່ບັນດາຮາກຖານເມືອງ ພະແນກການ ແລະ ອົງການລັດທຽບເທົ່າຂັ້ນ ນວ ຕະຫຼອດຮອດຫົວໜ່ວຍທຸລະກິດ ວິສາຫະກິດ ແລະ ປະຊາຊົນ ນວ ໄດ້ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນການຮັກ ນວ ຢ່າງເປັນຂະບວນຟົດຟື້ນ  ໂດຍການຈັດຕັ້ງປະຕິບັດແມ່ນອີງໃສ່ເນື້ອໃນແຂ່ງຂັນ  4 ຄາດໝາຍຄື: ໃຫ້ໄວ ໃຫ້ດີ ໃຫ້ຫຼາຍ ແລະ ໃຫ້ຖືກກົດໝາຍ ເຊິ່ງການຕີລາຄາປະເມີນຜົນ ແຂ່ງຂັນ ມີບຸກຄົນ ແລະ ກົມກອງລວມໝູ່ດີເດັ່ນ ໃນການປະກອບສ່ວນ ຂະບວນການແຂ່ງຂັນຮັກຊາດ ພັດທະນາ ຕິດພັນກັບວຽກງານ ກໍ່ສ້າງຮາກຖານພັດທະນາ ຊົນນະບົດຮອບດ້ານ ລຶບລ້າງຄວາມທຸກຍາກ ແລະ ຊຸກຍູ້ວຽກງານ 3 ສ້າງ ຕາມຕົວເລກສະເໜີ ຍ້ອງຍໍ ປະເພດຕ່າງໆ ບັນດາພະແນກການອົງການທຽບເທົ່າຂັ້ນ ນວ ສັງລວມທັງໝົດມີ 30 ພາກສ່ວນ ແລະ 9 ຄື:ສະເໜີຫຼຽນໄຊພັດທະນາ ຈໍານວນລວມ 10 ໜ່ວຍ ປະກອບມີສະເໜີຫຼຽນໄຊພັດທະນາ ຊັ້ນ I ຈໍານວນ 3 ທ່ານ 3 ກົມກອງ ສະເໜີຫຼຽນໄຊພັດທະນາ ຊັ້ນ II ຈໍານວນ 1 ທ່ານ 1 ກົມກອງ ສະເໜີຫຼຽນໄຊພັດທະນາ ຊັ້ນ III ຈໍານວນ 1 ທ່ານ 1 ກົມກອງ ຫຼຽນໄຊແຮງງານ ແລະ ຫຼຽນກາແຮງງານ ຈໍານວນລວມ 3.474 ໜ່ວຍຄື: ສະເໜີຫຼຽນໄຊແຮງງານຊັ້ນ I ຈໍານວນ 102 ທ່ານ 5 ກົມກອງ ຫຼຽນໄຊແຮງງານຊັ້ນ II ຈໍານວນ 336 ທ່ານ, 21 ກົມກອງ 1 ບ້ານ ຫຼຽນໄຊແຮງງານຊັ້ນ III ຈໍານວນ 919 ທ່ານ 58 ກົມກອງ 28 ບ້ານ 5 ຜູ້ປະກອບການ ແລະ ສະເໜີຫຼຽນກາແຮງງານ 1.870 ທ່ານ 64 ກົມກອງ 46 ບ້ານ 19 ຜູ້ປະກອບການ ນອກນີ້ໃບຍ້ອງຍໍລັດຖະບານ 3.828 ທ່ານ 65 ກົມກອງ 134 ບ້ານ 11 ຄອບຄົວ ແລະ 8 ຜູ້ປະກອບການ.

    ເພື່ອປຸກລະດົມເຕົ້າໂຮມ ກໍາລັງແຮງຂອງທຸກພາກສ່ວນຢູ່ໃນສັງຄົມ ເຊີດຊູມູນເຊື້ອຮັກຊາດ ມີຄວາມພິລະອາດຫານ ນໍ້າໃຈດຸໝັ່ນ ປະຢັດ ຊື່ສັດ ອົດທົນ ແລະ ປະດິດສ້າງເສີມຂະຫຍາຍ ເປັນເຈົ້າຂອງປະຊາຊົນບັນດາເຜົ່າ ແຂ່ງຂັນກັນປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສູ້ຊົນປະຕິບັດຄາດໝາຍທີ່ພັກ ແລະ ລັດ ວາງອອກແຕ່ລະໄລຍະ ເປັນຕົ້ນ ການລຶບລ້າງຄວາມທຸກຍາກ ສ້າງບ້ານພັດທະນາ ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2026 ຄະນະພັກ ແລະ ການນໍາແຕ່ລະຂັ້ນ ນັບແຕ່ ນວ ລົງຮອດເມືອງ ແລະ ບ້ານ ຕ້ອງພ້ອມກັນສືບຕໍ່ຄົ້ນຄ້ວາກໍາແໜ້ນເນື້ອໃນ ມະຕິຕົກລົງ ລັດຖະດໍາລັດ ແລະ ບົດແນະນະນໍາກ່ຽວຂ້ອງໃຫ້ທົ່ວເຖິງ ພ້ອມນັ້ນ ນວ ພະແນກການ ອົງການທຽບເທົ່າ ຂັ້ນເມືອງ ແລະ ຂັ້ນບ້ານ ທີ່ຮັບຜິດຊອບກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງທຸກຂັ້ນ ທຸກພາກສ່ວນ ຕ້ອງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ເປັນເຈົ້າການຊ່ວຍຄະນະພັກຂອງຕົນ ຕິດຕາມກວດກາວຽກງານແຂ່ງຂັນ-ຍ້ອງຍໍເປັນປົກກະຕິ ປັບປຸງກົງຈັກການຈັດຕັ້ງ ແລະ ບຸຄະລາກອນທີ່ຮັບຜິດຊອບວຽກງານແຂ່ງຂັນ-ຍ້ອງຍໍ ນັບແຕ່ຂັ້ນເທິງ ແລະ ຂັ້ນລຸ່ມ ໃຫ້ສອດຄ່ອງ ມີປະສິດທິພາບສູງ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ໃນເງື່ອນໄຂໃໝ່ ນອກນີ້ຄະນະພັກ ແລະ ອໍານາດການປົກຄອງແຕ່ລະຂັ້ນ ຕ້ອງສ້າງເງື່ອນໄຂທີ່ຈໍາເປັນໃຫ້ແກ່ກົງຈັກຊ່ວຍວຽກຂອງຕົນກັບວຽກງານດັ່ງກ່າວຕື່ມອີກ.

# ຂ່າວ – ພາບ : ຂັນທະວີ                                                     

error: Content is protected !!