ເຊີນເຂົ້າຮ່ວມງານສະບາຍດີຫຼວງພະບາງເຟັສ ໃນໄລຍະບຸນອອກພັນສາ

ພິທີຖະແຫຼງຂ່າວ ງານສະບາຍດີຫຼວງພະບາງເຟັສ ( Sabaidee Luangprabang Fest) ຈັດຂຶ້ນວັນທີ 19 ກັນຍາ ປີ2022 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ມີທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ເວັງຊອງ ເວ່ຍ ຫົວໜ້າຝ່າຍການຮ່ວມມື ສຳນັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈຳ ສປປ ລາວ ພ້ອມນະຄະ ສຄອຊ ແຂວງຫຼວງພະບາງເຂົ້າຮ່ວມຜ່ານລະບົບທາງໄກ.

    ທ່ານນາງ ຈັນທະຈອນ ວົງໄຊ ກ່າວວ່າ ງານ “ ສະບາຍດີຫຼວງພະບາງເຟັສ ແມ່ນເປັນກິດຈະກໍາສຳຄັນໜຶ່ງທີ່ໄດ້ຮັບການສະໜັບສະໜູນຈາກໂຄງການສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງໃຫ້ສາມາດເຊື່ອມຕໍ່ກັບຕະຫຼາດໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວຂອງລາວແບບຍືນຍົງ ຫຼື ເອີ້ນວ່າ (SUST0UR Laos) ເຊິ່ງໂຄງການດັ່ງກ່າວ ເປັນໂຄງການທີ່ຢູ່ພາຍໃຕ້ການຊີ້ນຳຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີຈຸດປະສົງເພື່ອແນໃສ່ການຊຸກຍູ້ ແລະ ສົ່ງເສີມບັນດາຫົວໜ່ວຍທຸລະກິດ  ກໍຄືທຸລະກິດຂະໜາດນ້ອຍ ແລະ ກາງ ສາມາດເຊື່ອມໂຍງເຂົ້າສູ່ຕະຫຼາດ ໃຫ້ສາມາດແຂ່ງຂັນໃນຕະຫລາດພາຍໃນ ແລະ ຕະຫຼາດສາກົນ.

    ງານ “ສະບາຍດີ ຫຼວງພະບາງເຟັສ ຈັດຂຶ້ນເປັນຄັ້ງທຳອິດທີ່ແຂວງຫຼວງພະບາງ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 6-12 ຕຸລາ 2022 ໃນໄລຍະບຸນອອພັນສາ ທັງນີ້ກໍເພື່ອເປັນການສົ່ງເສີມໃຫ້ ສປປ ລາວ ໄດ້ຮັບການຫັນໄປສູ່ການດໍາເນີນທຸລະກິດແບບຍືນຍົງ ເຮັດໃຫ້ກຸ່ມຜູ້ອຸປະໂພກ-ບໍລິໂພກ ຜູ້ໃຊ້ບໍລິການ ໂດຍສະເພາະ ແມ່ນກຸ່ມນັກທ່ອງທ່ຽວທົ່ວໄປ ແລະ ບັນດາທຸລະກິດການທອງທ່ຽວທັງພາຍໃນ ແລະ ສາກົນ ໃຫ້ສາມາດຈັດຕັ້ງປະຕິບັດໂດຍເຫັນໄດ້ເຖິງຜົນປະໂຫຍດ ຄວາມສໍາຄັນ ແລະ ໃຫ້ການສະໜັບສະໜູນການທ່ອງທ່ຽວແບບຍືນຍົງ ທີ່ຈະກາຍເປັນຈຸດເດັ່ນ ຂໍ້ໄດ້ປຽບທາງທຸລະກິດຂອງບັນດາຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງໃນການດຳເນີນທຸລະກິດແບບຍືນຍົງ ພ້ອມດຽວກັນນັ້ນ ກໍເພື່ອເປັນການກະຕຸ້ນການທ່ອງທ່ຽວພາຍໃນ ໃຫ້ຄົນພາຍໃນຫັນມາທ່ອງທ່ຽວພາຍໃນປະເທດໃຫ້ຫຼາຍຂຶ້ນ ພ້ອມທັງສົ່ງເສີມການຫັນມາໃຊ້ພະລິດຕະພັນໃຫ້ນັບມື້ຫຼາຍຂຶ້ນ ໄປຄ່ຽງຄູ່ກັບການຟື້ນຟູເສດຖະກິດພາຍຫຼັງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຂອງບັນດາຫົວໜ່ວຍທຸລະກິດ ຜູ້ປະກອບການທີ່ຕິດພັນກັບວຽກງານການທ່ອງທ່ຽວ.

    ທ່ານນາງ ແວວມະນີ ດວງດາລາ ຄະນະປະຈໍາສະພາການຄ້າ ແລະ ອຸດສາຫະກໍາແຂວງຫຼວງພະບາງ ກ່າວວ່າ  ງານສະບາຍດີຫຼວງພະບາງເຟັສ ແມ່ນເນັ້ນໃສ່ການທ່ອງທ່ຽວທີ່ເປັນມິດຕໍ່ສິ່ງແວດລ້ອມ ມີຄວາມຮັບຜິດຊອບກັບສັງຄົມ ແລະ ສົ່ງເສີມເອກະລັກວັດທະນາທໍາ ຮີດຄອງປະເພນີທ້ອງຖິ່ນຂອງຫຼວງພະບາງ ສິນຄ້າທີ່ນໍາມາວາງສະແດງໃນຕະຫຼາດ ແມ່ນຜະລິດຕະພັນທີ່ມາຈາກທ້ອງຖິ່ນ ນອກຈາກນີ້ ພາຍໃນງານຍັງມີຫຼາຍກິດຈະກຳ ເຊັ່ນ ໄຕ້ທຽນມວນຊົນໃນ 12 ວັດ ຄັດເລືອກໂຄມໄຟ ວາງສະແດງຜະລິດຕະພັນແຂວວງຫຼວງພະບາງ ຂະບວນຖີບລົດສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ຄັດເລືອກເຂົ້າໜົມພື້ນເມືອງ ຄັດເລືອກຊຸດລາວຢ້ອນຍຸກ ໄຫຼເຮືອໄຟ ແລະ ອື່ນໆ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ                                                     

error: Content is protected !!