ວັນທີ 9 ມິຖຸນາ 2020 ທີ່ໂຮງໝໍມິດຕະພາບ ໄດ້ຈັດພິທີສົ່ງຄົນເຈັບທີ່ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ຜູ້ສຸດທ້າຍ ເຊິ່ງເປັນເພດຊາຍອອກໂຮງໝໍ (ເພື່ອໄປກັກບໍລິເວນຕົນເອງຢູ່ເຮືອນ 14 ວັນ) ເຊິ່ງໄດ້ເຂົ້າໂຮງໝໍວັນທີ 28 ມີນາຜ່ານມາ ໃຊ້ເວລາປິ່ນປົວ 74 ວັນ ແລະ ຄົນເຈັບດັ່ງກ່າວແມ່ນຜູ້ໜຶ່ງ ໃນຈຳນວນຄົນເຈັບທັງໝົດ 19 ຄົນທີ່ຕິດເຊື້ອໃນ ສປປ ລາວ ແລະ ແມ່ນຜູ້ສຸດທ້າຍໃນຈຳນວນ 16 ຄົນ ທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບ ຜ່ານການກວດກາທາງດ້ານວິເຄາະບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນພາຍໃນ 24 ຊົ່ວໂມງ.

ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໂຮງໝໍມິດຕະພາບ ແລະ ແພດໝໍທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາ ເຂົ້າໃນການປິ່ນປົວຄົນເຈັບໄດ້ຮັບຜົນສຳເລັດເປັນຢ່າງດີ ພ້ອມນັ້ນຍັງໄດ້ໃຫ້ທິດຊີ້ນຳວ່າ ເຖິງວ່າບໍ່ມີຄົນເຈັບນອນປິ່ນປົວກໍຕາມ ແຕ່ໂຮງໝໍຍັງໄດ້ສືບຕໍ່ພາລະບົດບາດໃນການເຝົ້າລະວັງ ຄັດແຍກຄົນເຈັບ ແລະ ກຽມພ້ອມຮັບຄົນເຈັບ ຖ້າມີກໍລະນີເກີດຂຶ້ນໃໝ່ໃນຕໍ່ໜ້າ.
# ຂ່າວ : ຂັນທະວີ