ຍີ່ປຸ່ນ ມອບເຄື່ອງອຸປະກອນການຮຽນໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າສະຫວັນນະເຂດ

      ມູນນິທິມາຣຸເບນີ ຍີ່ປຸ່ນ ໄດ້ມອບຊຸດເຄື່ອງແບບນັກຮຽນ ແລະ ອຸປະກອນການຮຽນໃຫ້ແກ່ນັກຮຽນໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ສົກປີ 2022-2023 ເພື່ອປະກອບສ່ວນສົ່ງເສີມວຽກງານການສຶກສາຢູ່ ສປປ ລາວ ເຊິ່ງພິທີມອບ-ຮັບອຸປະກອນດັ່ງກ່າວ ຈັດຂຶ້ນວັນທີ 15 ກັນຍາ 2022  ທີ່ມະຫາວິທະຍາໄລແຂວງສະຫວັນນະເຂດ ຕາງໜ້າມອບໂດຍທ່ານ ເທຣຸຢະ ຄາວາອິ ຄະນະບໍລິຫານງານມູນນິທິມາຣຸເບນີ ຍີ່ປຸ່ນ ເພື່ອສົ່ງເສີມການສຶກສາ ຢູ່ ສປປ ລາວ ທັງເປັນຜູ້ຈັດການຫ້ອງການ ຜູ້ຕາງໜ້າບໍລິສັດມາຣຸເບນີຄໍໂປເຣຊັນ ປະຈຳນະຄອນຫຼວງວຽງຈັນ ແລະ ຮັບໂດຍທ່ານ ສົມລິດ ອຸ່ນທະວີ ຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າ ມີທ່ານ ນາງ ດາລາ ຄ່ຽມທຳມະຄຸນ ວ່າການຜູ້ອຳນວຍການສູນສົ່ງເສີມການສຶກສາຮຽນຮ່ວມ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ  ເທຣຸຢະ ຄາວາອິ ໄດ້ກ່າວວ່າ: ມູນນິທິມາ ຣຸເບນີ ເພື່ອສົ່ງເສີມການສຶກສາຢູ່ ສປປ ລາວ  ຖືກສ້າງຕັ້ງຂຶ້ນມາໃນ ປີ 2008 ເຊິ່ງກົງກັບການສະເຫຼີມສະຫຼອງວັນຄົບຮອບ 150 ປີຂອງບໍລິສັດມາຣູເບນີ ຄໍໂປເຣຊັນ ທີ່ປະເທດຍີ່ປຸ່ນ  ສຳລັບການຊ່ວຍເຫຼືອໃນຄັ້ງນີ້ ແມ່ນເປັນຄັ້ງທີ 15  ໂດຍມູນນິທິພວກເຮົາ ໄດ້ສະໜັບສະໜູນອຸປະກອນການຮຽນ ແລະຊຸດເຄື່ອງແບບນັກຮຽນໃຫ້ນັກຮຽນ (ນອນໃນ) ທີ່ດ້ອຍໂອກາດທາງການສຶກສາຂອງໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ຈຳນວນ 420  ຄົນ ຄິດເປັນມູນຄ່າ 134 ລ້ານກວ່າກີບ ຫວັງຢ່າງຍິ່ງວ່າ ພວກນ້ອງນັກຮຽນທຸກຄົນຈະມີຄວາມສຸກ ແລະ ເພີດເພີນກັບການຮ່ຳຮຽນ ໂດຍນຳໃຊ້ປຶ້ມຂຽນ ແລະ ອຸປະກອນການຮຽນດັ່ງກ່າວ ແລະ ຫວັງວ່າອຸປະກອນດັ່ງກ່າວ ຈະເປັນປະໂຫຍດຊ່ວຍໃຫ້ພວກນ້ອງນັກຮຽນນຳໃຊ້ເຂົ້າໃນການພັດທະນາສັງຄົມຂອງ ສປປ ລາວຫຼາຍຂຶ້ນ.

     ໂອກາດນີ້ ທ່ານ ນາງ ບັນເທົາ ແກ້ວວິໄລ ຮອງຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າ ກໍໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາສົກຮຽນ 2021-2022 ໂດຍຫຍໍ້ວ່າ:  ໂຮງຮຽນສາມັນ ກິນນອນຊົນເຜົ່າສະຫວັນນະເຂດ ຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງ ໂດຍກົງຮອບດ້ານ ມີພະນັກງານ-ຄູອາຈານທັງໝົດ 56 ຄົນ ຍິງ 34 ຄົນ (ຄູສອນ 44 ຄົນ ຍິງ 28 ຄົນ) ມີນັກຮຽນທັງໝົດ 622 ຄົນ ຍິງ 255 ຄົນ ໃນນີ້ ມີນັກຮຽນນອນໃນທີ່ເປັນນັກຮຽນດ້ອຍໂອກາດທາງການສຶກສາ 420 ຄົນ ຍິງ 134 ຄົນ ເຊິ່ງມູນນິທິມາຣຸເບນີ ໄດ້ໃຫ້ການອຸປະຖຳຊ່ວຍເຫຼືອແກ່ໂຮງຮຽນຂອງພວກເຮົານັບແຕ່ສົກຮຽນ 2008-2009 ເຖິງປັດຈຸບັນ ເປັນເວລາ 15 ສົກຮຽນ ລວມເປັນມູນຄ່າທັງໝົດ 2,56 ຕື້ກວ່າກີບ.

     ຈາກນັ້ນ ໃນພິທີກໍໄດ້ມີການມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ ໃຫ້ມູນນິທິມາຣຸເບນີ ຍີ່ປຸ່ນ ທີ່ມີຜົນງານດີເດັ່ນໃນການຊ່ວຍເຫຼືອທາງດ້ານອຸປະກອນການຮຽນ ແລະ ຊຸດເຄື່ອງແບບນັກຮຽນ ໃຫ້ແກ່ນັກຮຽນໃນໂຮງຮຽນສາມັນກິນນອນຊົນເຜົ່າສະຫວັນນະເຂດຕື່ມອີກ.

# ຂ່າວ – ພາບ : ລັດເວລາ

error: Content is protected !!