ນໍາສະເໜີຍີ່ຫໍ້ລົດໄຟຟ້າ NETA ແລະ ລົດ SUV ຮຸ່ນໃໝ່ NETA U Pro ໃນລາວ

    ບໍລິສັດ ໂອໂຕ ເອເຊຍ ຈັດພິທີນໍາສະເໜີຍີ່ຫໍ້ລົດໄຟຟ້າ NETA ພ້ອມລົດ SUV ຮຸ່ນໃໝ່ NETA U Pro ຂຶ້ນວັນທີ 18 ກັນຍາ 2022 ຢູ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ Wang Chiengjie​ ຮອງປະທານບໍລິສັດ Hozon Auto New Energy Automobile ທ່ານ Bao Zhuangfei ຜູ້ຈັດການທົ່ວໄປບໍລິສັດ ເນ່ຕ້າ ໂອໂຕ ໄທແລນ ຮອງປະທານຝ່າຍທຸລະກິດພາກພື້ນ ASEAN ທ່ານ ກົງເພັດ ແກ້ວມະນີວົງ ຜູ້ອຳນວຍການບໍລິສັດ ໂອໂຕ ເອເຊຍ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ປອ ດາວວົງ ພອນແກ້ວ ກ່າວວ່າ: ເພື່ອການຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟເທື່ອລະກ້າວ ນັບແຕ່ປີ 2020 ເປັນຕົ້ນມາ ລັດຖະບານໄດ້ປະກາດນະໂຍບາຍສົ່ງເສີມການໃຊ້ລົດໄຟຟ້າໃນ ສປປ ລາວ  ແລະ  ຍຸດທະສາດໃນການສະໜອງພະລັງງານສະອາດໃຫ້ຂະແໜງຄົມມະນາຄົມ-ຂົນສົ່ງ ເພື່ອປະກອບສ່ວນຊ່ວຍຫຼຸດປະລິມານການປ່ອຍອາຍກາກບອນອອກສູ່ບັນຍາກາດ ປັດຈຸບັນ ການນຳເຂົ້າ ແລະ ຈຳໜ່າຍລົດໄຟຟ້າມີລັກສະນະເພີ່ມຂຶ້ນ ຄາດວ່າໝົດປີ 2022 ການຊົມໃຊ້ລົດໄຟຟ້າຈະເພີ່ມຂຶ້ນ 30-50% ທຽບ ໃສ່ການຊົມໃຊ້ລົດໄຟຟ້າໃນປີ 2021 ຮອດປີ 2025 ຈະຕິດຕັ້ງສະຖານີສາກລົດໄຟຟ້າໃຫ້ໄດ້ຢ່າງໜ້ອຍ 50 ສະຖານີທົ່ວປະເທດ ການນໍາສະເໜີລົດທີ່ແລ່ນດ້ວຍກະແສໄຟຟ້າຄັ້ງນີ້ ຈະສ້າງຄຸນປະໂຫຍດທີ່ສໍາຄັນ ສ້າງບາດກ້າວໃໝ່ ເພື່ອປະກອບສ່ວນໃນການພັດທະນາວຽກງານຄົມມະນາຄົມຂົນສົ່ງ ແລະ ການບໍລິການ ກໍຄືການປະກອບສ່ວນໃນການພັດທະນາອຸດສາຫະກໍາພະລັງງານໄຟຟ້າຢູ່ ສປປ ລາວໃຫ້ສືບຕໍ່ຂະຫຍາຍຕົວໄປສູ່ຄຸນນະພາບໃໝ່.

    ທ່ານ Bao Zhuangfei ກ່າວວ່າ: ບໍລິສັດ Hozon Auto New Energy Automobile ເປັນຜູ້ຜະລິດລົດພະລັງງານໄຟຟ້າ 100% ພາຍໃຕ້ຍີ່ຫໍ້ NETA ໂດຍຢູ່ໃນກຸ່ມບໍລິສັດລົດພະລັງງານໄຟຟ້າທີ່ມີຍອດຂາຍເຕີບໂຕສູງຢ່າງຕໍ່ເນື່ອງໃນຕະຫຼາດລົດ ສປ ຈີນ ດ້ວຍເປົ້າໝາຍທີ່ຈະໃຫ້ຜູ້ຄົນທົ່ວໂລກໄດ້ຮັບປະໂຫຍດຈາກຄວາມກ້າວໜ້າຂອງເຕັກໂນໂລຊີຢ່າງເຕັມທີ່ ແລະ ເທົ່າທຽມ ລວມທັງມີໂອກາດໄດ້ໃຊ້ລົດພະລັງງານໄຟຟ້າທີ່ມີເຕັກໂນໂລຊີທີ່ທັນສະໄໝຫຼາຍຂຶ້ນ NETA ຈຶ່ງໄດ້ຂະຫຍາຍທຸລະກິດໄປພາກພື້ນຕ່າງໆທົ່ວໂລກ ແຕ່ທ້າຍປີຜ່ານມາ ໂດຍມີປະເທດໄທເປັນເປົ້າໝາຍທໍາອິດ ກ່ອນຂະຫຍາຍໄປປະເທດຕ່າງໆໃນອາຊຽນ ແລະ ເອີຣົບ ກາານນໍາສະເໜີຍີ່ຫໍ້ NETA ສູ່ ສປປ ລາວ ຖືເປັນໜຶ່ງໃນເປົ້າໝາຍຫຼັກຂອງພວກເຮົາ ເນື່ອງຈາກ ສປປ ລາວ ເປັນຜູ້ຜະລິດ ແລະ ສົ່ງອອກໄຟຟ້າລາຍໃຫຍ່ຂອງອາຊຽນ.

    ທ່ານ ກົງເພັດ ແກ້ວມະນີວົງ ກ່າວວ່າ: ລົດ SUV ຮຸ່ນໃໝ່ NETA U Pro ເປັນລົດພະລັງງານໄຟຟ້າ 100% ທີ່ສະຫງ່າງາມ ປະສານດ້ວຍການອອກແບບທີ່ມີມິຕິ ຮູບໂສມທີ່ໂດດເດັ່ນ ປະກອບດ້ວຍຄົມສັນຂອງເສັ້ນສາຍ ແລະ ລາຍລະອຽດເຊື່ອມເຂົ້າກັນໄດ້ຢ່າງລົງໂຕ ພ້ອມກິ່ນອາຍທີ່ສະທ້ອນເຖິງຄວາມລໍ້າຍຸກໃນການອອກແບບ ຕອບສະໜອງ Lifestyle ຂອງຄົນຮຸ່ນໃໝ່ ດ້ວຍຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກບໍລິສັດ Hozon Auto New Energy Automobile ໃນທ່າແຮງຂອງບໍລິສັດ ໂອໂຕ ເອເຊຍ ຈຶ່ງໄດ້ແຕ່ງຕັ້ງໃຫ້ເປັນຕົວແທນຈຳໜ່າຍລົດຍີ່ຫຍໍ້ NETA ເປັນທາງການໃນ ສປປ ລາວ NETA ເປັນຍີ່ຫໍ້ລົດໄຟຟ້າໃໝ່ທີ່ໄດ້ຮັບຄວາມນິຍົມຢ່າງຕໍ່ເນື່ອງ ມີຍອດຂາຍເຕີບໃຫຍ່ຢ່າງກ້າວກະໂດດໃນຕະຫຼາດລົດໄຟຟ້າ ມີສູນຄົ້ນຄວ້າ ວິໄຈ ແລະ ພັດທະນາຢູ່ປະເທດເຢຍລະມັນ ອີຕາລີ ອາເມຣິກາ ແລະ ສປ ຈີນ.

# ຂ່າວ – ພາບ : ສະບາໄພ

error: Content is protected !!