ໄຊທານີ ເຊື່ອມຊຶມດຳລັດວ່າດ້ວຍການປົກປ້ອງເງິນຝາກ

    ສຳນັກງານປົກປ້ອງເງິນຝາກ ຮ່ວມກັບເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍການປົກປ້ອງເງິນຝາກ ຈັດຂຶ້ນວັນທີ 16 ກັນຍາ 2022  ທີ່ສະໂມສອນເມືອງດັ່ງກ່າວ ໂດຍເປັນປະທານຂອງທ່ານ ໂພທອງ ວົງໄຊ ຮອງຫົວໜ້າສຳນັກງານປົກປ້ອງເງິນຝາກ ທ່ານ ຄຳພັນ ສຸລິຍະນັນ ຮັກສາການເຈົ້າເມືອງໄຊທານີ ມີທ່ານຫົວໜ້າຫ້ອງການ ຮອງຫ້ອງການ ຫົວໜ້າໜ່ວຍງານ ພະນັກງານວິຊາການ ເລຂາໜ່ວຍພັກນາຍບ້ານ ປະທານສະຫະພັນແມ່ຍິງບ້ານທົ່ວເມືອງເຂົ້າຮ່ວມ

    ໃນກອງປະຊຸມ ທ່ານ ນັດທະວັນ ສັນຕິວົງ ຮອງຫົວໜ້າພະແນກວິເຄາະ ແລະ ຄຸ້ມຄອງການຈ່າຍເງິນປົກປ້ອງ ໄດ້ຂຶ້ນເຜີຍແຜ່ດຳລັດວ່າດ້ວຍການປົກປ້ອງເງິນຝາກ ໂດຍມີຈຸດປະສົງກຳນົດຫຼັກການ ລະບຽບການແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາການເຄື່ອນໄຫວວຽກງານປົກປ້ອງເງິນຝາກເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຝາກເງິນ ແນໃສ່ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ຕໍ່ລະບົບສະຖາບັນການເງິນ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະ ພັດທະນາລະບົບສະຖາບັນການເງິນຂອງ ສປປ ລາວ ແລະ ມີພາລະບັດບາດໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຝາກເງິນ ທີ່ຝາກເງິນໄວ້ກັບສະມາຊິກຂອງຕົນໃຫ້ໄດ້ຮັບການປົກປ້ອງຢ່າງຄວາມຖືກຕ້ອງ. 

# ຂ່າວ – ພາບ : ລັດເວລາ

error: Content is protected !!