ຜູ້ຕິດເຊື້ອໄຂ້ຍຸງລາຍທົ່ວປະເທດ ສະສົມຫຼາຍກວ່າ 1.600 ກໍລະນີ

ປັດ­ຈຸ­ບັນ ທົ່ວ​ປະ­ເທດ​ມີ​ອັດ­ຕາ​ການ​ເສຍ​ຊີ­ວິດ ​ຍ້ອນ​ພະ­ຍາດ​ໄຂ້­ຍຸງ​ລາຍ​ສະ​ສົມ 5 ຄົນ ໃນ​ນີ້ ມີ​ກໍ­ລະ­ນີ​ເສຍ​ຊີ­ວິດ​ໃໝ່​ເພີ່ມ 1 ຄົນ ເຊິ່ງ​ເສຍ​ຊີ­ວິດ​ວັນ​ທີ 8 ມິ­ຖຸ­ນາ 2020 ຢູ່​ແຂວງ​ບໍ​ລິ​ຄຳ​ໄຊ ລວມ​ເປັນ 4 ແຂວງ ທີ່​ພົບ​ກໍ­ລະ­ນີ​ເສຍ​ຊີ­ວິດ.

ບົດ​ລາຍ​ງານ​ຂອງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ວັນ​ທີ 9 ມິ­ຖຸ­ນາ 2020 ໃຫ້​ຮູ້​ວ່າ: ນັບ​ແຕ່​ວັນ​ທີ 28 ທັນ­ວາ 2019 ຫາ 8 ມິ­ຖຸ­ນາ 2020 ມີ​ກໍ­ລະ­ນີ​ສະ​ສົມ​ຄົນ​ເຈັບ​ພະ­ຍາດ​ໄຂ້­ຍຸງ​ລາຍ 1.676 ກໍ­ລະ­ນີ ເສຍ​ຊີ­ວິດ 5 ກໍ­ລະ­ນີ ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄອງ​ອັນ​ດັບ​ສູງ ມີ​ຄົນ​ຕິດ­ເຊື້ອ​ພະ­ຍາດ​ນີ້​ສະ​ສົມ 391 ກໍ­ລະ­ນີ ເສຍ​ຊີ­ວິດ 2 ຄົນ ແຂວງ​ວຽງ​ຈັນ 235 ກໍ­ລະ­ນີ ອັດ​ຕະ​ປື 213 ກໍ­ລະ­ນີ ບໍ​ລິ​ຄຳ​ໄຊ 174 ກໍ­ລະ­ນີ ເສຍ​ຊີ­ວິດ 1 ຄົນ ຄຳ​ມ່ວນ 149 ກໍ­ລະ­ນີ ເສຍ​ຊີ­ວິດ 1 ຄົນ ສະ­ຫວັນ​ນະ​ເຂດ 113 ກໍ­ລະ­ນີ ສາ­ລະ​ວັນ 98 ກໍ­ລະ­ນີ ໄຊ​ຍະ​ບູ​ລີ 92 ກໍ­ລະ­ນີ ເສຍ​ຊີ­ວິດ 1 ຄົນ ເຊ​ກອງ 48 ກໍ­ລະ­ນີ ຫຼວງ​ນ້ຳ​ທາ 39 ກໍ­ລະ­ນີ ໄຊ​ສົມ­ບູນ 32 ກໍ­ລະ­ນີ ອຸ­ດົມ​ໄຊ 32 ກໍ­ລະ­ນີ ຫຼວງ​ພະ​ບາງ 29 ກໍ­ລະ­ນີ ບໍ່​ແກ້ວ 15 ກໍ­ລະ­ນີ ຈຳ­ປາ​ສັກ 10 ກໍ­ລະ­ນີ ຜົ້ງ​ສາ­ລີ 5 ກໍ­ລະ­ນີ ຫົວ­ພັນ 1 ກໍ­ລະ­ນີ ສ່ວນ​ແຂວງ​ຊຽງ​ຂວາງ ບໍ່​ພົບ​ກໍ­ລະ­ນີ​ຕິດ­ເຊື້ອ​ພະ­ຍາດ​ນີ້.

ສະ­ພາບ​ໄຂ້­ຍຸງ​ລາຍ​ປີ­ຜ່ານ­ມາ ຖື​ເປັນ​ປີ​ລະ­ບາດ​ໃຫຍ່​ຢູ່​ຂົງ­ເຂດ​ອາ­ຊີ​ຕາ­ເວັນ​ອອກ​ສ່ຽງ​ໃຕ້ ສະ­ເພາະ​ຢູ່ ສປປ ລາວ ໄດ້​ມີ​ການ​ແຜ່​ລະ­ບາດ​ຢ່າງ​ກວ້າງ­ຂວາງ​ໃນ​ທົ່ວ​ປະ­ເທດ ເຊິ່ງ​ມີ​ຜູ້​ຕິດ­ເຊື້ອ 39.000 ຄົນ ເສຍ​ຊີ­ວິດ 76 ຄົນ.

ເພື່ອ​ປ້ອງ​ກັນ​ພະ­ຍາດ​ໄຂ້­ຍຸງ​ລາຍ​ບໍ່​ໃຫ້​ມີ​ການ​ລະ­ບາດ​ເປັນ​ວົງ​ກວ້າງ ແລະ ບໍ່​ໃຫ້​ມີ​ກໍ­ລະ­ນີ​ໃໝ່ ທຸກ​ຄົນ​ຕ້ອງ​ພ້ອມ​ກັນ​ປ້ອງ​ກັນ​ບໍ່​ໃຫ້​ຍຸງ​ລາຍ​ກັດ ໄປ​ຄຽງ​ຄູ່​ກັບ​ການ​ປະ­ຕິ­ບັດ​ຫຼັກ­ການ 5ປ ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວາງ​ອອກ​ເປັນ​ປະ­ຈຳ ໂດຍ​ສະ­ເພາະ​ທຳ­ລາຍ​ແຫຼ່ງ​ເພາະ​ພັນ​ໜອນ​ນ້ຳ​ຍຸງ​ລາຍ ບໍ່​ມີ​ໜອນ​ນ້ຳ ກໍ​ຈະ​ບໍ່​ມີ​ຍຸງ​ລາຍ.

# ຂ່າວ & ພາບ: ເພັດ​ສະ­ໝອນ

error: Content is protected !!