ຜູ້ບໍລິຫານການສຶກສາສຳລັບນັກຮຽນພິການ ສໍາເລັດການໄປທັດສະນະສຶກສາທີ່ປະເທດໄທ

    ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການສຶກສາ ລະຫວ່າງກະຊວງສຶກສາທິການ ແລະ ກີລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາທິການແຫ່ງ ລາຊະອານາຈັກໄທ ທີ່ໄດ້ລົງນາມໃນວັນທີ 14 ທັນວາ 2018 ລະຫວ່າງວັນທີ 12-16 ກັນຍາ 2022 ນຳໂດຍທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຜູ້ອຳນວຍການສຶກສາຮຽນຮ່ວມ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະ ເດີນທາງໄປທັດສະນະສຶກສາ ແລກປ່ຽນບົດຮຽນການຄຸ້ມຄອງບໍລິຫານ ແລະ ວີທີການ ຈັດຕັ້ງການຮຽນ-ການສອນ ນັກຮຽນພິການ ເລີ່ມແຕ່ການສຶກສາກ່ອນໄວຮຽນ ຮອດການສຶກສາຊັ້ນມັດທະຍົມສຶກສາ ທີ່ບາງກອກ ປະເທດໄທ.

    ການທັດສະນະສຶກສາຄັ້ງນີ້ ມີຜູ້ບໍລິຫານ ຜູ້ອຳນວຍການ ຄູ ແລະ ວິຊາການຈາກສູນສົ່ງເສີມການສຶກສາຮຽນຮ່ວມ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຫ້ອງການສຶກສາທິການ ແລະ ກີລາ ເມືອງສີໂຄດຕະບອງ ເມືອງສີສັດຕະນາກ ໂຮງຮຽນສຶກສາຄົນພິການນະຄອນຫຼວງວຽງຈັນ ໂຮງຮຽນມັດທະຍົມສົມບູນຈັນສະຫວ່າງ ໂຮງຮຽນມັດທະຍົມສົມບູນເພຍວັດ ໂຮງຮຽນປະຖົມສົມບູນພະໄຊ  ແລະ ໂຮງຮຽນປະຖົມສົມບູນຈັນສະຫວ່າງ ລວມທັງໝົດ 10 ທ່ານ.

    ຈຸດປະສົງຂອງການທັດສະນະສຶກສາຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຄວາມຮູ້ວິຊາສະເພາະໃຫ້ຜູ້ບໍລິຫານທີ່ຮັບຜິດຊອບວຽກງານສົ່ງເສີມການສຶກສາສຳລັບຄົນພິການ ຊຸກຍູ້ສົ່ງເສີມການຮ່ວມມືດ້ານການສຶກສາຂອງສອງປະເທດ ລາວ-ໄທ ໃຫ້ນັບມື້ນັບກວ້າງຂວາງຂຶ້ນ ໂດຍສະເພາະ ແມ່ນວຽກງານການສົ່ງເສີມການສຶກສາສຳລັບນັກຮຽນພິການ ແລະ ການສຶກສາຮຽນຮ່ວມໃຫ້ທົ່ວເຖິງ ແລະ ມີຄຸນນະພາບຢ່າງເທົ່າທຽມກັນ ແລະ ເພື່ອສົ່ງເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ ແລະ ປະເທດໄທ ເວົ້າລວມ ເວົ້າສະເພາະ ການພັດທະນາການສຶກສາໃຫ້ແໜ້ນແຟ້ນ ແລະ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

error: Content is protected !!