ຮ່ວມສະເຫຼີມສະຫຼອງວັນ​ປະ​ຖົມ​ພະ​ຍາ​ບານໂລກ 2022

    ອົງການກາແດງແຫ່ງຊາດລາວ ຮ່ວມກັບໂຮງຮຽນມັດທະຍົມສຶກສາຕອນປາຍມິດຕະພາບ ນະຄອນ ຫຼວງວຽງຈັນ-ນະຄອນໂຮ່ຈີມິງ ຈັດພິທີສະເຫຼີມສະຫຼອງວັນປະຖົມພະຍາບານໂລກ 2022 ຂຶ້ນທີ່ໂຮງຮຽນ ດັ່ງກ່າວ ໃນວັນທີ 16 ກັນຍາ 2022 ເປັນປະທານຮ່ວມຂອງທ່ານ ດຣ ກາວີພອນ ສຸດທິ ຫົວໜ້າຫ້ອງ ການອົງການກາແດງແຫ່ງຊາດລາວ ທ່ານ ບຸນຈັນ ສີສຸກ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາຕອນ ປາຍມິດຕະພາບ ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈີມິງ ພ້ອມດ້ວຍແຂກຖືກເຊີນ ພະນັກງານຄູ-ອາຈານ ແລະ ນັກຮຽນພາຍໂຮງຮຽນເຂົ້າຮ່ວມ.

    ໂອກາດນີ້ ທ່ານ ດຣ ກາວີພອນ ສຸດທິ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມໝາຍ ຄວາມສຳຄັນຂອງວັນດັ່ງກ່າວ ເຊິ່ງວັນປະຖົມພະຍາບານໂລກ ໄດ້ຖືກ​ກຳ​ນົດ​ຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC) ແລະ ​ໄດ້ຈັດ​ຕັ້ງ​ການສະເຫຼີມສະຫຼອງເລີ່ມແຕ່ປີ 2000 ເປັນຕົ້ນມາ ໂດຍຖືເອົາວັນເສົາທີ 2 ຂອງເດືອນກັນຍາຂອງທຸກໆປີ ເຊິ່ງປີນີ້ ແມ່ນ​ກຳນົດເອົາວັນທີ 16 ກັນຍາ 2022 ບັນດາປະເທດສະມາຊິກ 192 ປະເທດໃນທົ່ວໂລກໄດ້ຈັດຕັ້ງການສະຫຼອງດ້ວຍການສາທິດ ການເຜີຍແຜ່ວິທີການປະຖົມພະຍາບານໃຫ້ແກ່ຊຸມຊົນ ກໍຄືສະຖານທີ່ການສຶກສາ ໂຮງຈັກ ໂຮງງານ ໂຮງແຮມ ທີ່ມີຄົນເຕົ້າໂຮມກັນຢູ່ເປັນຈໍານວນຫຼາຍ ແຕ່ໃນປີນີ້ ຍ້ອນສະພາບການພະຍາດໂຄວິດ-19 ຈຶ່ງໄດ້ຈັດການສະຫຼອງແບບກະທັດຮັດ ໂດຍໄດ້ສາທິດວິທີປະຖົມພະຍາບານຜ່ານສື່ມວນຊົນຕ່າງໆອອກສູ່ສັງຄົມ.

    ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC) ແມ່ນອົງກອນນໍາໜ້າ ຮັບຜິດຊອບການເຝິກອົບຮົມດ້ານປະຖົມພະຍາບານຢູ່ໃນໂລກ ໃນແຕ່ລະປີ ໄດ້ຈັດເຝິກອົບຮົມວຽກງານດັ່ງກ່າວໃຫ້ແກ່ປະຊາຊົນທົ່ວໂລກ ຫຼາຍກວ່າ 20 ລ້ານຄົນ ເຊຶ່ງຈັດຕັ້ງປະຕິບັດໂດຍກາແດງແຫ່ງຊາດຂອງແຕ່ລະປະເທດ ແຕ່ລະປີ ໄດ້ກໍານົດຄໍາຂວັນທີ່ແຕກຕ່າງກັນ ເພື່ອເປັນທິດທາງສຳ​ລັບ​ປີ 2022 ການ​ສະ​ຫຼອງວັນ​ປະ​ຖົມ​ພະ​ຍາ​ບານ ​ໂດຍ​ພາຍ​ໃຕ້​ຄຳ​ຂວັນ 🙶 ການຮຽນຮູ້ ປະຖົມພະຍາບານບໍ່ມີສິ້ນສຸດ 🙶 Lifelong first aid Learning 🙷 ເຊິ່ງມີຈຸດປະສົງກະຕຸ້ນໃຫ້ໂຮງຮຽນທຸກແຫ່ງ ທຸກຊັ້ນ ຊຸມຊົນຕ່າງໆ ບ້ານ ໂຮງຈັກ ໂຮງງານ ສຳນັກງານ ອົງການ ສະຖານທີ່ສາທາລະນະອື່ນໆ ໃຫ້ຄວາມສໍາຄັນໃນການເຝິກອົບຮົມການປະຖົມພະຍາບານ ເພື່ອສ້າງໃຫ້ໄດ້ຄົນດີ ຄົນເກ່ງ ດ້ານການປະຖົມພະຍາບານ ກຽມພ້ອມຊ່ວຍເຫຼືອໄດ້ທັນທີ ຢ່າງມີປະສິດທິພາບ ໃນກໍລະນີມີເຫດສຸກເສີນເກີດຂຶ້ນ ການສະຫຼອງວັນປະຖົມພະຍາບານ ແມ່ນເພື່ອກະຕຸ້ນໃຫ້ກຳລັງໃຈ ອຳນວຍຄວາມສະດວກ ແລະ ສົ່ງເສີມທຸກເວລາ ທຸກຮູບແບບຂອງກິດຈະກໍາດ້ານມະນຸດສະທໍາ ຂອງກາແດງແຫ່ງຊາດຂອງແຕ່ລະປະເທດ.

    ການປະຖົມພະຍາບານ ແມ່ນໝື່ງໃນ 9 ວຽກງານຕົ້ນຕໍຂອງອົງການກາແດງແຫ່ງຊາດລາວ ເປັນວຽກມະນຸດສະທຳທີ່ອົງການກາແດງແຫ່ງຊາດລາວ ໄດ້ຕັ້ງປະຕິບັດຜ່ານມາ ເລີ່ມແຕ່ປີ 1977 ໄດ້ມືການຮ່ວມມືກັບອົງການກາແດງສາກົນ ສ້າງເອກະສານຄູ່ມືປະຖົມພະຍາບານ ຄູ່ມືການເຝິກອົບຮົມປະຖົມພະຍາບານຂັ້ນພື້ນຖານ ໄດ້ສ້າງຄູເຝິກຂັ້ນແຂວງ ຂະຫຍາຍກວມເອົາທຸກແຂວງໃນທົ່ວປະເທດ ມາຮອດປັດຈຸບັນ ໄດ້ຈັດຕັ້ງການເຝິກອົບຮົມໃຫ້ອາສາສະໝັກຊາວໝຸ່ມ ຄູ-ອາຈານ ນັກຮຽນ ນັກສຶກສາຢູ່ໂຮງຮຽນ ແລະ ສະຖາບັນຕ່າງໆທົ່ວປະເທດ ໄດ້ 924 ຄົນ ຍີງ 448 ຄົນ ແລະ ຍັງສືບຕໍ່ຈັດຕັ້ງການເຝິກອົບຮົມໃຫ້ໄດ້ຫຼາຍ ມີຄຸນນະພາບ ແລະ ກ້ວາງຂວາງອອກໄປ.

    ໃນພິທີຄັ້ງນີ້ ຍັງໄດ້ຊົມການສາທິດ ເຝິກປະຕິບັດຕົວຈິງ ການປະຖົມພະຍາບານ ໂດຍມີນັກຮຽນໃຫ້ ຄວາມສົນໃຈ ແລະ ເຂົ້າຮ່ວມປະຕິບັດຕົວຈິງໃນກິດຈະກຳໃນຄັ້ງນີ້ເປັນຈຳນວນຫຼາຍ.  

error: Content is protected !!