ກໍານົດນະໂຍບາຍ ແລະ ມາດຕະການຈັດຕັ້ງປະຕິບັດຍຸດທະສາດການເງິນ

    ກະຊວງແຜນການ ແລະ ການລົງທຶນ (ຜທ) ຮ່ວມກັບຫ້ອງການປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ຈັດກອງປະຊຸມປຶກສາຫາລືລະດັບສູງ ກ່ຽວກັບການປັບປຸງຮ່າງຍຸດທະສາດການເງິນ  ເພື່ອສະໜັບສະໜູນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໃນວັນທີ 16 ກັນຍາ 2022 ທີ່ກະຊວງ ຜທ ຮ່ວມເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງ ຜທ ແລະ ທ່ານ ນາງ ຊາລາ ເຊເກເນັດ ຜູ້ປະສານງານອົງການສະຫະປະຊາຊາດປະຈໍາ ສປປ ລາວ ມີຂະແໜງ ການກ່ຽວຂ້ອງຈາກພາກລັດ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບການກໍານົດນະໂຍບາຍ ແລະ ມາດຕະການຈັດຕັ້ງປະຕິບັດຍຸດທະສາດການເງິນ ໃຫ້ມີຄວາມສອດຄ່ອງ ແນໃສ່ຮັບປະກັນການສະໜອງທຶນແບບຍືນຍົງ ເພື່ອສະໜັບສະໜູນການບັນລຸບູລິມະສິດແຜນການ 5 ປີ ຄັ້ງ ທີ IX ດ້ວຍການແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບຮ່າງຍຸດທະສາດການເງິນທີ່ໄດ້ສ້າງຂຶ້ນບົນຫຼັກການສາກົນ ຄື ຂອບການເງິນແຫ່ງຊາດແບບເຊື່ອມສານ (INFF) ທີ່ໄດ້ຖືກຮັບການຮັບຮອງໂດຍບັນດາປະເທດສະມາຊິກໃນກອງປະຊຸມອາດິສອາບາບາ-ອົງການສະຫະປະຊາຊາດ ເພື່ອສະໜອງທຶນການພັດທະນາໃນປີ 2015 ຫຼັກການດັ່ງກ່າວ ແມ່ນອີງໃສ່ການຄົ້ນຄວ້າບັນດາແຫຼ່ງທຶນຂອງການພັດທະນາທັງພາກລັດ ແລະ ເອກະຊົນໃນ ສປປ ລາວ ໂດຍສຸມໃສ່ການແກ້ໄຂສິ່ງທ້າທາຍດ້ານງົບປະມານ ຄຽງຄູ່ກັບການປັບປຸງລະບຽບການຄຸ້ມຄອງການລົງທຶນໃຫ້ມີຄຸນນະພາບ ແລະ ຍືນຍົງ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!