ຈົ່ງພ້ອມກັນນຳເອົາໝາ ແມວ ໄປສັກຢາໂດຍບໍ່ເສຍຄ່າ ໃນວັນວັນຕ້ານພະຍາດວໍ້ໂລກ

    ພິທີຖະແຫຼງຂ່າວສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ປະຈຳປີ 2022 (28 ກັນຍາ) ພາຍໃຕ້ຄຳຂວັນ ຮ່ວມແຮງຮ່ວມໃຈຕ້ານພະຍາດວໍ້ ເພື່ອບໍ່ໃຫ້ມີກໍລະນີເສຍຊີວິດ ຈັດຂຶ້ນວັນທີ 16 ກັນຍາ 2022 ທີ່ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ເປັນປະທານຮ່ວມຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ໄພວັນ ແກ້ວປະເສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານນາງ Ying Ru Jacqueline LO ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈໍາລາວ ທ່ານ Nasar HAYAT ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ (FAO) ປະຈໍາລາວ ມີຫົວໜ້າກົມ ຮອງກົມ ຫົວໜ້າພະແນກ ຮອງພະແນກ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ. 

    ທ່ານ ກິແກ້ວ ສິງນາວົງ ກ່າວວ່າ ການສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກປີນີ້ຄົບຮອບ 16 ປີ (28 ກັນຍາ 2007-28 ກັນຍາ 2022) ເພື່ອເປັນການເຜີຍແຜ່ຂໍ້ມູນຂ່າວສານ ແລະ ປູກຈິດສຳນຶກໃຫ້ທຸກພາກສ່ວນມີຄວາມເຂົ້າໃຈກ່ຽວກັບພະຍາດວໍ້ ພ້ອມທັງໃຫ້ການຮ່ວມມືຕ້ານກັບພະຍາດວໍ້ໃຫ້ຫຼາຍຂຶ້ນ ສ້າງຄວາມເຂົ້າໃຈໃຫ້ປະຊາຊົນມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບຜົນຮ້າຍຂອງພະຍາດວໍ້ ແລະ ມີການຕື່ນຕົວຮ່ວມມືກັນເພື່ອປ້ອງກັນ ແລະ ຄວບຄຸມພະຍາດວໍ້ນັບມື້ນັບເພີ່ມຂຶ້ນ ເຊິ່ງພະຍາດດັ່ງກ່າວ ແມ່ນພະຍາດທີ່ຮ້າຍແຮງ ບໍ່ວ່າຄົນ ຫຼື ສັດ ຖ້າເປັນພະຍາດວໍ້ແລ້ວ ຈະບໍ່ສາມາດປິ່ນປົວໃຫ້ຫາຍດີ ແຕ່ສາມາດປ້ອງກັນໄດ້ ພະຍາດວໍ້ ໄດ້ເກີດຂຶ້ນ ແລະ ແຜ່ກະຈາຍໄປທົ່ວທຸກແຫ່ງຢູ່ໃນໂລກ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຄົນ ແລະ ສັດເປັເວລາຫຼາຍກວ່າພັນປີແລ້ວ ສາເຫດຕົ້ນຕໍ ແມ່ນເປັນຍ້ອນຖືກໝາ ແມວ ຫຼື ສັດປ່າທີ່ຕິດເຊື້ອວໍ້ກັດ ຂູດ ຫຼື ເຊື້ອວໍ້ເຂົ້າຕາມບາດແຜ ປັດຈຸບັນປະເທດລາວຍັງມີການລະບາດຂອງພະຍາດວໍ້ ເນື່ອງຈາກວ່າສະພາບການລ້ຽງໝາ ແມວ ຍັງເປັນການລ້ຽງແບບປະປ່ອຍຕາມບ້ານ ຕາມຖະໜົນ ການສັກຢາປ້ອງກັນຍັງມີເປີເຊັນຕໍ່າ ໃນໄລຍະ 5 ປີຜ່ານມາ ການສັກຢາປ້ອງກັນພະຍາດວໍ້ຂອງສັດລ້ຽງ ປະຕິບັດສະເລ່ຍໄດ້ພຽງ 106.672 ໂຕຕໍ່ປີ ຫຼືເທົ່າກັບ 13% ຖ້າທຽບກັບສະຖິຕິໝາ ແມວ 843.609ໂຕ ໃນແຕ່ລະປີ ຍັງການກວດພົບເຊື້ອພະຍາດວໍ້ຢູ່ຫຼາຍແຂວງທີ່ມີເຊັ່ນ ແຂວງຜົ້ງສາລີ ອຸດົມໄຊ ບໍ່ແກ້ວ ຫຼວງນ້ຳທາ ຫົວພັນ ແລະ ແຂວງຄຳມ່ວນ. 

    ສຳລັບປີນີ້ ງານສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຈະໄດ້ຈັດຂຶ້ນວັນທີ 28 ກັນຍາ 2022 ຢູ່ທີ່ສວນເຈົ້າຟ້າງຸ່ມ ເລີ່ມແຕ່ ເວລາ 8:30 ເປັນຕົ້ນໄປ ພາຍໃນງານ ມີຫຼາຍກິດຈະກຳເຊັ່ນ ການໂຮມຊຸມນຸມຈາກພາກສ່ວນຕ່າງໆ ເພື່ອແລກປ່ຽນປະກອບຄຳຄິດຄຳເຫັນ ມີການຖາມ-ຕອບກ່ຽວກັບພະຍາດວໍ້ ມີການສັກຢາກັນພະຍາດວໍ້ໂດຍບໍ່ເສຍຄ່າໃຫ້ແກ່ສັດລ້ຽງ ຄາດວ່າຈະສັກໃຫ້ໄດ້ 2.000 ເຂັມ ສະນັ້ນ ພໍ່ແມ່ປະຊາຊົນທີ່ມີສັດລ້ຽງເປັນຕົ້ນແມ່ນໝາ ແມວ ໃຫ້ນຳເອົາສັດດັ່ງກ່າວເຂົ້າມາຮັບການສັກຢາກັນພະຍາດວໍ້ໂດຍບໍ່ເສຍຄ່າ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!