ອັດກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ

    ກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ອັດລົງຢ່າງຈົບງາມ ວັນທີ 19 ກັນຍາ 2022 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ມີທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍການນຳພັກ-ລັດຂັ້ນສູງ ບັນດາລັດຖະມົນຕີ ຫົວໜ້າອົງການອ້ອມຂ້າງສູນກາງ ເຈົ້າແຂວງ ເຈົ້າຄອງນະຄອນຫຼວງວຽງຈັນ ເຈົ້າເມືອງ ເຈົ້ານະຄອນ ພະນັກງານທີ່ກ່ຽວຂ້ອງບັນດາກະຊວງ ອົງການ ແລະ ທ້ອງຖິ່ນ ວິລະຊົນແຮງງານ ນັກພັດທະນາດີເດັ່ນແຫ່ງຊາດ ຕົວແທນບຸກຄົນ ແລະ ການຈັດຕັ້ງດີເດັ່ນ ຕົວແທນບັນດາຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການເຂົ້າຮ່ວມ. 

    ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ຂຶ້ນລາຍງານຫຍໍ້ ຜົນການດໍາເນີນກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ປະທານປະເທດໄດ້ຮັບຊາບ ຈາກນັ້ນ ໃນກອງປະຊຸມມີພິທີປະດັບຫຼຽນນາມມະຍົດວິລະຊົນແຮງງານ 1 ທ່ານ ຫຼຽນນາມມະຍົດນັກພັດທະນາດີເດັ່ນແຫ່ງຊາດ 2 ທ່ານ ຫຼຽນໄຊແຮງງານຊັ້ນ I ໃຫ້ 14 ກົມກອງ ແລະ ຫຼຽນໄຊແຮງງານ ຊັ້ນ I ໃຫ້ 17 ທ່ານ ໃນນີ້ ທ່ານ ເກຍ ອູ໋ສິດທິເດດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໄດ້ຮັບຫຼຽນນາມມະຍົດວິລະຊົນແຮງງານ ທ່ານ ສາຍສະໝອນ ກວານເມືອງຈັນ ປະທານທີ່ປຶກສາ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໄຍສຳພັນ ແລະ ທ່ານນາງ ສົງບັນດິດ ຍົດໝັ້ນຄົງ ຜູ້ອຳນວຍການບໍລິສັດ ທົ່ງລະຫາສິນ ໄດ້ຮັບຫຼຽນນາມມະຍົດນັກພັດທະນາດີເດັ່ນແຫ່ງຊາດ ໃຫ້ກຽດປະດັບຫຼຽນຂອງທ່ານປະທານປະເທດ ໂອກາດກຽວກັນ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຕາງໜ້າຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ຂຶ້ນສະເໜີເນື້ອໃນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນທົ່ວປະເທດແຕ່ນີ້ຫາປີ 2025ຕື່ມອີກ. 

    ຕອນທ້າຍທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນເນັ້ນບາງເນື້ອໃນ ໂດຍໃຫ້ສືບຕໍ່ປຸກລະດົມທົ່ວປວງຊົນລາວບັນດາເຜົ່າ ຊັ້ນຄົນຕ່າງໆໃນທົ່ວປະເທດ ພ້ອມກັນຕັ້ງໜ້າເຂົ້າຮ່ວມໃນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕາມຄາດໝາຍໃຫ້ຖືກຕ້ອງຕາມກົດໝາຍ ການແຂ່ງຂັນສ້າງຂະບວນການ ຕ້ອງດໍາເນີນໄປຢ່າງເປັນປົກກະຕິ-ຕໍ່ເນື່ອງ ແລະ ຫຼາຍຮູບ ຫຼາຍແບບ ຫຼາຍລະດັບ ຕ້ອງຜັນຂະຫຍາຍໃຫ້ເຂົ້າສູ່ລວງເລິກກວ່າເກົ່າ ເປັນຕົ້ນ ສ້າງໃຫ້ມີຜະລິດຕະພັນໃໝ່ເກີດຂຶ້ນ ເສີມຂະຫຍາຍຫົວຄິດປະດິດສ້າງ ການປະດິດຄິດແຕ່ງໃໝ່ ແລະ ນຳໃຊ້ນະວັດຕະກໍາໃໝ່ເຂົ້າສູ່ການຜະລິດໃຫ້ຫຼາຍ ຄະນະພັກ ອົງການປົກຄອງແຕ່ລະຂັ້ນ ຕ້ອງສືບຕໍ່ປ່ຽນແປງຕົນເອງຢ່າງບໍ່ຢຸດຢັ້ງ ຕາມຈິດໃຈ ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຍົກສູງຄວາມສາມາດ ແລະ ຄຸນະພາບໃນການນໍາພາຂອງພັກໃນໄລຍະໃໝ່ ການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕ້ອງເຮັດໃຫ້ແຕ່ລະຄົນ ແຕ່ລະຄອບຄົວ ແລະ ສັງຄົມມີຄວາມພາກພູມໃຈໃນຄວາມເປັນລາວ-ເປັນຄົນລາວ ມີສະຕິຊາດ ເອກະພາບ ເອກະລາດ ເປັນເຈົ້າຕົນເອງໃຫ້ໄດ້ຮັບການເຊີດຊູຂຶ້ນສູ່ລະດັບສູງ ຜະລິດ ແລະ ຊົມໃຊ້ ຜະລິດຕະພັນພາຍໃນຂອງພວກເຮົາໃຫ້ຫຼາຍ ແກ້ໄຂຄວາມຫຍໍ້ທໍ້ດ້ານເສດຖະກິດ ຕີຖອຍ ແລະ ກໍາຈັດປັດເປົ່າສິ່ງຫຍໍ້ທໍ້ຕ່າງໆ ຕ້ອງສ້າງຕົວແບບດີເດັ່ນນໍາໜ້າຈາກນ້ອຍຫາໃຫຍ່ ຈາກແຕ່ລະດ້ານດຽວກ້າວສູ່ຫຼາຍດ້ານ ແລະ ຂະຫຍາຍອອກໃຫ້ກວ້າງຂວາງ ມີຄຸນນະພາບ ຍືນຍົງ ແລະ ຂະຫຍາຍຕົວໃຫ້ຖືເອົາການຕິດຕາມ ຊຸກຍູ້ ກວດກາ ແລະ ຕີລາຄາວຽກດີ ຄົນເດັ່ນ ທັງຈັດຕັ້ງຍ້ອງຍໍໃຫ້ຖືກຄົນ ຖືກວຽກ ແລະ ທັນການ ເປັນໜຶ່ງໃນບັນດາມາດຕະການກະຕຸ້ນ ເພື່ອສົ່ງເສີມຂະບວນການໃຫ້ຂະຫຍາຍຕົວນັບມື້ກວ້າງຂວາງ ແລະ ແຂງແຮງ ເຮັດໃຫ້ກາຍເປັນການປຸກລະດົມຄວາມຟົດຟື້ນ ບັນດາອົງການຈັດຕັ້ງໃນທົ່ວລະບົບການເມືອງ ຕ້ອງໄດ້ສືບຕໍ່ເພີ່ມທະວີການນໍາພາຊີ້ນໍາ ບັນຊາ ແລະ ຕິດຕາມກວດກາການຜັນຂະຫຍາຍຂໍ້ແຂ່ງຂັນຮັກຊາດ  ແລະ ພັດທະນາ  ເປັນທັງທິດທາງລວມ  ແລະ  ທັງເປັນເນື້ອໃນວຽກງານຂອງຂົງເຂດ ຫຼື ຂະແໜງການຕົນຢ່າງຈະແຈ້ງ ຖືເປັນຫຼັກການ-ຄວາມຮັບຜິດຊອບຊີ້ນຳ-ນຳພາ ໃນການເຄື່ອນໄຫວ ແລະ ປຸກລະດົມຂະບວນການຖືເປັນຄວາມຮັບຜິດຊອບການເມືອງຂອງຕົນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!