ຫາລືການພັດທະນາວຽກງານທ່ອງທ່ຽວ ຢູ່ແຂວງໄຊສົມບູນ

ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ພັດ­ທະ­ນາ​ວຽກ​ງານ​ທ່ອງ​ທ່ຽວ ຢູ່​ແຂວງ​ໄຊ​ສົມ­ບູນ ໄດ້​ຈັດ​ຂຶ້ນ​ວັນ​ທີ 8 ມີ​ຖຸ​ນາ 2020 ທີ່​ຫ້ອງ​ປະ­ຊຸມ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ​ແຂວງ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ແດງ ປະ­ທຸມ​ທອງ ຮອງ​ເຈົ້າ­ແຂວງ​ໄຊ​ສົມ­ບູນ ທັງ​ເປັນ​ຫົວ­ໜ້າ​ຄະ­ນະ​ຮັບ­ຜິດ­ຊອບ​ຊີ້​ນຳ​ລວມ ໂຄງ­ການ​ພັດ­ທະ­ນາ​ແຫຼ່ງ​ທ່ອງ​ທ່ຽວ​ພູ​ເບ້ຍ ມີ​ທ່ານ ຕົ່ງ​ມົວ​ຊົວ​ໂກ້ ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ​ແຂວງ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ແລະ ບໍ­ລິ­ສັດ ກຸ່ມ​ຄຳ​ໄພ​ຊະ­ນະ ຈຳ­ກັດ​ຜູ້​ດຽວ ເຂົ້າ​ຮ່ວມ.

ຈຸດ­ປະ­ສົງ​ຂອງ​ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ກະ­ກຽມ ຈັດ​ງານ​ຄາ​ຣາ​ວານ​ທ່ອງ​ທ່ຽວ​ພິ​ຊິດ​ພູ​ເບ້ຍ ໃນ​ທ້າຍ​ປີ 2020 ຫາ­ລື​ຄົ້ນ­ຄວ້າ​ຄຳ​ຂວັນ ໂຄ­ສະ­ນາ​ການ­ທ່ອງ­ທ່ຽວ​ຂອງ​ແຂວງ ແລະ ຮັບ​ຟັງ​ການ​ຜ່ານ​ບົດ​ວິ­ພາກ​ເສດ­ຖະ­ກິດ ແລະ ເຕັກ­ນິກ ໂຄງ­ການ KPG ພັດ­ທະ­ນາ​ແຫຼ່ງ​ທ່ອງ​ທ່ຽວ​ລະ­ດັບ​ຊາດ ສະ­ຫວັນ​ທະ­ເລ​ໝອກ​ພູ​ເບ້ຍ ໄຊ​ສົມ­ບູນ ຊຶ່ງ​ໂຄງ­ການ​ດັ່ງ­ກ່າວ ມີ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ 500 ລ້ານ​ໂດ​ລາ​ສະ­ຫະ­ລັດ ເປັນ​ໂຄງ­ການ​ບຸ­ລິ­ມະ­ສິດ​ທີ່​ມີ​ຫຼາກ​ຫຼາຍ​ກິດ­ຈະ­ກຳ ຕິດ​ພັນ​ກັບ​ທຳ​ມະ​ຊາດ ໂດຍ​ປະ­ຊາ­ຊົນ​ມີ​ສ່ວນ​ຮ່ວມ ສາ­ມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ­ຊາ­ຊົນ ສົ່ງ­ເສີມ​ການ​ຜະ­ລິດ​ກະ­ສິ­ກຳ-ຫັດ­ຖະ­ກຳ ສີ­ໄມ້­ລາຍ­ມື ແລະ ວັດ­ທະ­ນະ­ທຳ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ເພື່ອ​ເປັນ​ຈຸດ​ດຶງ​ດູດ​ໃຫ້​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເຂົ້າ​ມາ​ທ່ຽວ​ຊົມ​ແຂວງ​ໄຊ​ສົມ­ບູນ​ໃຫ້​ຫຼາຍ​ຂຶ້ນ.

ການ​ກໍ່­ສ້າງ​ໄດ້​ແບ່ງ​ອອກ​ເປັນ​ສອງ​ໄລ­ຍະ​ຄື: ໄລ­ຍະ​ທີ 1 ແຕ່​ປີ 2020-2025 ໂຄງ­ການ​ຈະ​ສຸມ​ໃສ່​ການ​ພັດ­ທະ­ນາ​ຢູ່​ເທິງ​ພູ​ເບ້ຍ ແລະ ຕີນ​ພູ​ເບ້ຍ​ບາງ​ສ່ວນ ໂດຍ​ປະ­ກອບ​ມີ​ກິດ­ຈະ­ກຳ​ຍ່າງ​ປ່າ​ສຶກ​ສາ​ທຳ​ມະ​ຊາດ ແລະ ຊີ­ວະ​ນາ­ນາ​ພັນ ການ­ທ່ອງ­ທ່ຽວ​ແບບ​ຜະ­ຈົນ​ໄພ​ຂີ່​ສະ​ລິງ ໄຕ່​ຂົວ​ອູ່ ໄຕ່​ໜ້າ­ຜາ ແລະ ຂີ່​ລົດ­ຖີບ​ພູ­ເຂົາ ການ​ນອນ​ເຕັ້ນ​ຊົມ​ທະ­ເລ​ໝອກ ການ­ທ່ອງ­ທ່ຽວ​ດ້ານ​ກະ­ສິ­ກຳ​ປອດ​ສານ­ພິດ ການ​ພັກ​ແຮມ​ນຳ​ເຮືອນ​ປະ­ຊາ­ຊົນ ສ່ວນ​ໄລ­ຍະ​ທີ 2 ແຕ່​ປີ 2026-2032 ແມ່ນ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ​ແບບ​ຜະ­ຈົນ​ໄພ ແລະ ທັນ​ສະ­ໄໝ ໂດຍ​ມີ​ກິດ­ຈະ­ກຳ​ສວນ​ສະ­ໜຸກ ທີ່​ພັກ​ລະ­ດັບ 5 ດາວ ກະ­ຕ່າ​ລອຍ​ຟ້າ ສວນ​ນ້ຳ ສູນ​ວິ­ໄຈ​ພຶກ­ສາ­ສາດ ແລະ ຈຳ­ລອງ​ອະ­ລິ­ຍະ​ທຳ​ຊົນ​ຊາດ​ຊົນ­ເຜົ່າ​ຂອງ​ປະ­ເທດ​ອາ​ຊຽນ ແລະ ສະ­ຖານ­ທີ່​ທີ່​ມີ​ຊື່​ສຽງ.

ທ່ານ ຄຳ​ໄພ ສົມ​ຊະ­ນະ ປະ­ທານ​ບໍ­ລິ­ສັດ ກຸ່ມ​ຄຳ​ໄພ ຈຳ­ກັດ​ຜູ້​ດຽວ ໄດ້​ກ່າວ​ໃຫ້​ຮູ້​ວ່າ: ມາ​ຮອດ​ປັດ­ຈຸ­ບັນ​ນີ້​ແມ່ນ​ໄດ້​ສຳ­ເລັດ​ການ​ສຶກ​ສາ ສຳ​ຫຼວດ​ຄວາມ​ເປັນ​ໄປ​ໄດ້​ແລ້ວ ພາຍ­ຫຼັງ​ຜ່ານ​ຄະ­ນະ​ກຳ­ມະ­ການ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ຂັ້ນ​ແຂວງ​ມີ​ຄວາມ​ເປັນ​ເອ­ກະ​ພາບ​ກັນ ຈະ​ນຳ​ສະ­ເໜີ​ຕໍ່​ລັດ­ຖະ­ບານ​ເພື່ອ​ພິ­ຈາ­ລະ­ນາ​ຮັບ­ຮອງ ໃຫ້​ບໍ­ລິ­ສັດ​ດຳ­ເນີນ​ການ​ໄປ​ຕາມ​ແຕ່​ລະ​ຂັ້ນ​ຕອນ​ຂອງ​ແຜນ­ການ ນອກ​ນັ້ນ ພາຍ­ຫຼັງ​ໂຄງ­ການ​ດັ່ງ­ກ່າວ​ສຳ­ເລັດ ແມ່ນ​ຈະ​ສ້າງ​ຜົນ​ປະ­ໂຫຍດ​ຢ່າງ​ຫຼວງ­ຫຼາຍ ໃຫ້​ແກ່​ປະ­ຊາ­ຊົນ​ໃນ​ຂອບ​ເຂດ​ເທດ­ສະ­ບານ​ແຂວງ​ໄຊ​ສົມ­ບູນ.

error: Content is protected !!