ທ່ານ ສີຈິ້ນຜິງ ປະທານປະເທດຈີນ ເດີນທາງໄປປະເທດກາຊັກສະຖານ ວັນທີ 14 ກັນຍາ 2022 ເຊິ່ງເປັນເດີນທາງໄປຢ້ຽມຢາມຕ່າງປະເທດຄັ້ງທຳອິດນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ ແລະ ເປັນການຢ້ຽມຢາມປະເທດກາຊັກສະຖານ ຄັ້ງທີ 4 ຂອງທ່ານປະທານປະເທດຈີນ.

ການຢ້ຽມຢາມຄັ້ງນີ້ ໄດ້ວາງແຜນແມ່ບົດອັນໃໝ່ ແລະ ຊີ້ແຈງເປົ້າໝາຍອັນໃໝ່ ໃຫ້ການຂະຫຍາຍສາຍພົວພັນ ຈີນ-ກາຊັກສະຖານ ໃນເດືອນກັນຍາ 2019 ທ່ານ ຄາຊິມ ໂຈມາດ ໂທຄາເຢັຟ ປະທານາທິບໍດີກາຊັກສະຖານ ໄດ້ມາຢ້ຽມຢາມປະເທດຈີນ ປະມຸກລັດສອງປະເທດຈີນ-ກາຊັກສະຖານ ໄດ້ເປັນເອກະສັນກັນຕົກລົງໃຫ້ຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຖາວອນ ຈີນ-ກາຊັກສະຖານ.

ກ່ອນການໄປຢ້ຽມຢາມກາຊັກສະຖານ ທ່ານ ສີຈິ້ນຜິງ ໄດ້ລົງພິມບົດຄວາມໂດຍມີເນື້ອໃນລະບຸວ່າ: ການຢ້ຽມຢາມຄັ້ງນີ້ ຕົນ ແລະ ທ່ານ ຄາຊິມ ໂຈມາດ ໂທຄາເຢັຟ ຈະລົງເລິກແລກປ່ຽນຄວາມຄິດເຫັນກ່ຽວກັບການຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຖາວອນ ແລະ ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງຮອບດ້ານ ລະຫວ່າງຈີນ-ກາຊັກສະຖານ ໃຫ້ດີກວ່າເກົ່າ ຖືເອົາການສ້າງຄູ່ຮ່ວມຊາຕາກຳ ຈີນ-ກາຊັກສະຖານ ເປັນເປົ້າໝາຍ ແລະ ວິໄສທັດ ວາງແຜນກ່ຽວກັບການຮ່ວມມືຊຸກຍູ້ສາຍພົວພັນ ຈີນ-ກາຊັກສະຖານ.
ໃນປີນີ້ ຈີນ ແລະ 5 ປະເທດໃນອາຊີກາງ ລວມທັງ ກາຊັກສະຖານ ສ້າງສາຍພົວພັນທາງການທູດຄົບຮອບ 30 ປີ ໃນການພົບປະຄັ້ງນີ້ ທ່ານ ສີຈິ້ນຜິງ ກ່າວວ່າ: ຈີນ ສະໜັບສະໜູນປະເທດໃນອາຊີກາງ ປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ ແລະ ສະຖຽນລະພາບທາງສັງຄົມ ສະໜັບສະໜູນປະເທດໃນອາຊີກາງ ເພີ່ມທະວີການຮ່ວມມືແບບເຊື່ອມໂຍງເຂົ້າກັນ ຍິນດີຮັກສາການແລກປ່ຽນຢ່າງໃກ້ຊິດກັບ ກາຊັກສະຖານ ຮັບມືກັບບັນຫາໃໝ່ ແລະ ສິ່ງທ້າທາຍໃໝ່ຊະນິດຕ່າງໆຢ່າງເໝາະສົມ ຄັດຄ້ານອິດທິກຳລັງພາຍນອກ ແຊກແຊງວຽກງານພາຍໃນຂອງປະເທດໃນອາຊີກາງ ຮ່ວມກັນຮັກສາຄວາມໝັ້ນຄົງຍາວນານຂອງພາກພື້ນນີ້.
ວາລະສຳຄັນຢ່າງໜຶ່ງໃນການເດີນທາງໄປຢ້ຽມຢາມອາຊີກາງຂອງທ່ານ ສີຈິ້ນຜິງ ຄັ້ງນີ້ ແມ່ນການເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ ຢູ່ຊາມາຄານ ໃນເວລາພົບປະ ທ່ານ ສີຈິ້ນຜິງ ກ່າວວ່າ: ສອງຝ່າຍ ຈີນ-ກາຊັກສະຖານ ຄວນເພີ່ມທະວີການຮ່ວມມືໃນຂອບ ແລະ ກົນໄກຫຼາຍຝ່າຍ ເຊັ່ນ: ອົງການຮ່ວມມືຊຽງໄຮ ກອງປະຊຸມສຸດຍອດກ່ຽວກັບມາດຕະການປະສານງານ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈກັນໃນອາຊີ (CICA) ແລະ ອື່ນໆ ຮ່ວມກັນສະໜັບສະໜູນການຈັດກອງປະຊຸມສຸດຍອດຊາມາຄານ ຂອງອົງການຮ່ວມມືຊຽງໄຮໃຫ້ດີ ສອງຝ່າຍຄວນເພີ່ມທະວີການປະສານງານສາກົນ ປະຕິບັດຕາມລັດທິຫຼາຍຝ່າຍທີ່ແທ້ຈິງ ປະກອບສ່ວນໃນການສ້າງລະບົບບໍລິຫານໂລກທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ.
ໃນໄລຍະທີ່ທ່ານ ສີຈິ້ນຜິງ ຢ້ຽມຢາມກາຊັກສະຖານ 9 ປີກ່ອນໜ້ານີ້ ທ່ານໄດ້ສະເໜີຂໍ້ລິເລີ່ມ “ແລວເສດຖະກິດເສັ້ນທາງສາຍໄໝ” ເປັນຄັ້ງທຳອິດ ແລະ ການພົບປະຄັ້ງນີ້ ທ່ານ ໂທຄາເຢັຟ ກ່າວວ່າ: ປີ 2023 ແມ່ນທ່ານ ສີຈິ້ນຜິງ ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນຫົວຈັກສຳຄັນໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງ ມວນມະນຸດ ກາຊັກສະຖານ ຈະສືບຕໍ່ສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ.
ເມື່ອໄປຢ້ຽມຢາມບ່ອນສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນຄັ້ງທຳອິດ ອີກເທື່ອໜຶ່ງ ຫຼັງຈາກເວລາຜ່ານໄປ 9 ປີ ທ່ານ ສີຈິ້ນຜິງ ກ່າວວ່າ: ຈີນ ຍິນດີຮ່ວມກັບ ກາຊັກສະຖານ ສຸມໃສ່ຍຸກສະໄໝ ຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ສືບຕໍ່ເປັນຜູ້ນຳໜ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ປະກອບສ່ວນໃນການຊຸກຍູ້ການຟື້ນຟູເສດຖະກິດຂອງໂລກ.