ເປີດໃຫ້ບໍລິການທ່ຽວຊົມ ແລະ ຈັດກິດຈະກຳສະຖານທີ່ພິພິທະພັນສະຖານບູຮານ

ພາຍ­ຫຼັງ​ທີ່​ລັດ­ຖະ­ບານ ກໍ​ຄື​ຄະ­ນະ​ສະ­ເພາະ​ກິດ ມີ​ຄຳ​ສັ່ງ​ຜ່ອນ­ຜັນ​ການ​ສະ­ກັດ​ກັ້ນ ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19 ເຮັດ​ໃຫ້­ການ​ດຳ­ລົງ​ຊີ­ວິດ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ກ້າວ​ເຂົ້າ​ສູ່​ປົກ­ກະ­ຕິ ແລະ ສະ­ຖານ­ທີ່​ທ່ອງ​ທ່ຽວ​ຫຼາຍ​ແຫ່ງ ກໍ​ໄດ້​ກັບ​ມາ​ເປີດ​ໃຫ້​ບໍ­ລິ­ການ​ເປັນ​ປົກ­ກະ­ຕິ ນັບ​ແຕ່​ວັນ​ທີ 1 ມິ­ຖຸ­ນາ 2020 ເປັນ­ຕົ້ນ​ມາ ເພື່ອ​ຊຸກ­ຍູ້-ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ພາຍ​ໃນ​ໃຫ້​ນັບ​ມື້​ເຂັ້ມ­ແຂງ.

ທ່ານ ພູ​ວຽງ ໂພ­ທິ​ສານ ຫົວ­ໜ້າ​ອຳ­ນວຍ​ການ​ພິ​ພິ​ທະ​ພັນ​ສະ­ຖານ​ບູ­ຮານ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຮັບ­ຜິດ­ຊອບ​ພິ​ພິ​ທະ​ພັນ​ຫໍ­ພະ­ແກ້ວ ສີ­ສະ​ເກດ ພະ​ທາດ­ຫຼວງ ແລະ ຫໍ​ຫຼັກ​ເມືອງ ໃຫ້​ສຳ­ພາດ​ວັນ​ທີ 8 ມິ­ຖຸ­ນາ 2020 ວ່າ: ພະ­ຍາດ​ໂຄ​ວິດ-19 ເກີດ​ຂຶ້ນ​ຕົ້ນ​ປີ 2020 ເຮັດ​ໃຫ້​ສະ­ພາບ​ການ­ທ່ອງ­ທ່ຽວ​ລາວ ກໍ​ຄື​ສະ­ພາບ​ການ​ຂອງ​ໂລກ​ມີ​ການ​ປ່ຽນ­ແປງ ໂດຍ​ສະ­ເພາະ ມີ​ຜົນ​ກະ­ທົບ​ຕໍ່​ຊີ­ວິດ ແລະ ເສດ­ຖະ­ກິດ-ສັງ­ຄົມ ໃນ​ນີ້ ການ­ທ່ອງ­ທ່ຽວ​ຢູ່​ສະ­ຖານ​ບູ­ຮານ ນວ ກໍ​ໄດ້​ຮັບ​ຜົນ​ກະ­ທົບ​ເຊັ່ນ​ກັນ ເນື່ອງ​ຈາກ​ໄດ້​ຢຸດ​ບໍ­ລິ­ການ​ແຕ່​ວັນ​ທີ 1 ເມ­ສາ 2020 ເປັນ­ຕົ້ນ​ມາ ໂດຍ​ປະ­ຕິ­ບັດ​ຕາມ​ແຈ້ງ​ການ ກໍ​ຄື​ມາດ​ຕະ­ການ​ເລກ​ທີ 06/ນຍ ເພື່ອ​ຕ້ານ ແລະ ສະ­ກັດ​ກັ້ນ​ພະ­ຍາດ​ດັ່ງ­ກ່າວ ມາ​ຮອດ​ວັນ​ທີ 18 ພຶດ­ສະ­ພາ 2020 ລັດ­ຖະ­ບານ​ໄດ້​ມີ​ມາດ​ຕະ­ການ​ຜ່ອນ­ຜັນ​ອອກ​ມາ ແລະ ອີງ­ໃສ່​ແຈ້ງ​ການ ກໍ​ຄື​ການ​ເຫັນ​ດີ​ຂອງ​ຄະ­ນະ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນວ ສະ­ຖານ​ບູ­ຮານ ໄດ້​ກັບ​ມາ​ເປີດ​ບໍ­ລິ­ການ​ເປັນ​ການ​ທົດ​ລອງ ເພື່ອ​ຕິດ­ຕາມ​ສະ­ພາບ​ຂອງ​ນັກ​ທ່ອງ​ທ່ຽວ ຜ່ານ​ການ​ເປີດ​ບໍ­ລິ­ການ ກໍ​ມີ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ທີ່​ມາ​ດຳ­ລົງ​ຊີ­ວິດ​ຢູ່​ປະ­ເທດ​ລາວ​ມາ​ທ່ຽວ​ໜ້ອຍ ຕໍ່​ມາ ໄດ້​ມີ​ແຈ້ງ​ການ​ຂອງ​ລັດ­ຖະ­ບານ​ສະ­ບັບ​ຫຼ້າ​ສຸດ​ອອກ​ມາ​ອີກ ສະ­ຖານ​ບູ­ຮານ ນວ ໄດ້​ເປີດ​ບໍ­ລິ­ການ​ເປັນ​ທາງ​ການ​ແຕ່​ວັນ​ທີ 1 ມິ­ຖຸ­ນາ 2020 ເປັນ­ຕົ້ນ​ມາ ເຊິ່ງ​ຜ່ານ​ການ​ເປີດ​ໃຫ້​ບໍ­ລິ­ການ ມີ​ນັກ​ທ່ອງ​ທ່ຽວ​ລາວ​ບັນ­ດາ­ເຜົ່າ​ທີ່​ມາ​ຈາກ​ຕ່າງ​ແຂວງ ຕ່າງ​ເມືອງ ໄດ້​ພາ­ກັນ​ມາ​ສັກ­ກາ­ລະ​ບູ­ຊາ ກາບ​ໄຫວ້ ສ່ວນ​ຄົນ​ຕ່າງ­ປະ­ເທດ​ທີ່​ມາ​ເຮັດ​ວຽກ​ຢູ່​ລາວ ກໍ​ໄດ້​ມາ​ທ່ຽວ​ຊົມ ແຕ່​ຍັງ​ມີ​ໜ້ອຍ ເນື່ອງ​ຈາກ​ດ່ານ​ຊາຍ​ແດນ​ບໍ່​ທັນ​ເປີດ ຈຶ່ງ​ເຮັດ​ໃຫ້​ບໍ່​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ ເຂົ້າ​ມາ​ທ່ຽວ​ຊົມ​ເທົ່າ​ທີ່​ຄວນ ເຊິ່ງ​ພວກ​ເຮົາ​ຫວັງ​ວ່າ​ໃນ­ຕໍ່­ໜ້າ ສະ­ພາບ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຢູ່​ປະ­ເທດ​ເຮົາ ແລະ ຢູ່​ປະ­ເທດ​ໃກ້​ຄຽງ ຈະ​ບໍ່​ມີ​ການ​ລະ­ບາດ ແລະ ສາ­ມາດ​ສະ­ກັດ​ກັ້ນ​ໄດ້ ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຊົມ​ປະ­ເທດ​ເຮົາ​ຄືກ­ຄື້ນ​ອີກ​ຄັ້ງ ໃນ​ໄລ­ຍະ​ທີ່​ເປີດ​ບໍ­ລິ­ການ​ນີ້ ສະ­ຖານ​ບູ­ຮານ ນວ ກໍ​ໄດ້​ມີ​ມາດ​ຕະ­ການ​ຮັບ​ມື ເປັນ­ຕົ້ນ ພະ­ນັກ­ງານ​ພາຍ​ໃນ ແລະ ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ທ່ຽວ​ຊົມ ຕ້ອງ​ໃສ່​ຜ້າ​ອັດ​ປາກ-ອັດ​ດັງ ກວດ​ອຸນ­ຫະ­ພູມ ແລະ ລ້າງ​ມື​ດ້ວຍ​ເຈວ.

ຮຽກ­ຮ້ອງ​ມາ​ຍັງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ທົ່ວ​ປະ­ເທດ ກໍ​ຄື​ທຸກ​ພາກ­ສ່ວນ​ຂອງ​ສັງ­ຄົມ​ທີ່​ຢາກ​ມາ​ທ່ຽວ​ຊົມ ກາບ​ໄຫວ້​ສັກ­ກາ­ລະ​ບູ­ຊາ ແລະ ມາ​ຊົມ­ໃຊ້​ແຫຼ່ງ​ທ່ອງ​ທ່ຽວ​ສະ​ຖາ​ບູ­ຮານ​ແຫ່ງ​ນີ້ ເປັນ­ຕົ້ນ ຈັດ​ກິດ­ຈະ­ກຳ​ຕ່າງໆ​ໃນ​ລັກ­ສະ­ນະ​ການ­ທ່ອງ­ທ່ຽວ ແລະ ເຮັດ­ບຸນ​ສິນ​ກິນ​ທານ ກໍ​ສາ­ມາດ​ມາ​ຊົມ­ໃຊ້​ໄດ້ ເພື່ອ​ພ້ອມ​ກັນ​ຟື້ນ​ຟູ​ໂຄ­ສະ­ນາ​ປະ­ຊາ­ສຳ­ພັນ ກ່ຽວ​ກັບ​ວຽກ​ງານ​ການ­ທ່ອງ­ທ່ຽວ​ພາຍ​ໃນ​ໃຫ້​ຫຼາຍ​ຂຶ້ນ ໂດຍ​ສະ­ເພາະ ລາວ​ທ່ຽວ​ລາວ ເພື່ອ​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ຄົນ​ຕ່າງ­ປະ­ເທດ ວ່າ​ປະ­ເທດ​ລາວ​ບໍ່​ມີ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຮັດ​ໃຫ້​ການ­ທ່ອງ­ທ່ຽວ​ຢູ່​ປະ­ເທດ​ເຮົາ ກັບ​ມາ​ຄືກ­ຄື້ນ​ມ່ວນ­ຊື່ນ​ອີກ​ຄັ້ງ.

# ຂ່າວ & ພາບ: ສົມ​ສະ­ຫວັນ

error: Content is protected !!