ຫາລືການຮ່ວມມືສື່ມວນຊົນ “ຄູ່ຮ່ວມອາຊຽນ” ປີ 2022

    ວິທະຍຸໂທລະພາບສູນກາງຈີນ (CMG) ຮ່ວມກັບອົງການປົກຄອງປະຊາຊົນເຂດປົກຄອງຕົນເອງເຜົ່າ ຈວ້າງກວາງຊີ ຈີນ ຈັດກອງປະຊຸມເວທີປຶກສາຫາລືການຮ່ວມມືສື່ມວນຊົນ “ຄູ່ຮ່ວມອາຊຽນ” ປີ 2022 ຫົວຂໍ້ “ສະຕິປັນຍາ ການເຊື່ອມໂຍງເຊື່ອມຈອດກັນ ເຕົ້າໂຮມກຳລັງ” ຜ່ານລະບົບອອນນລາຍ ແລະ ລະບົບອອຟລາຍ ຂຶ້ນວັນທີ 15 ກັນຍາ 2022 ຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈວ້າງ ກວາງຊີຈີນ ໂດຍມີທ່ານ ລານທ່ຽນລີ້ ປະທານອົງການປົກຄອງປະຊາຊົນເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ທ່ານ ຢຽນສຽວມິງ ຮອງຜູ້ອຳນວຍການໃຫຍ່ CMG ທ່ານ ເຕີ້ງຊີ່ຈຸ່ນ ເອກອັກຄະລັດຖະທູດຈີນ ປະຈຳອາຊຽນ ທ່ານ ຄາວກິມໂຮນ ຜູ້ຊ່ວຍນາຍົກລັດຖະມົນຕີກຳປູເຈຍ ຜູ້ສະໝັກຮັບເລືອກຕັ້ງເປັນເລຂາທິການໃຫຍ່ອາຊຽນ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ສປປ ລາວ ພ້ອມດ້ວຍສື່ມວນຊົນ ແລະ ອົງການຕ່າງໆຈາກ 17 ປະເທດ ເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມດັ່ງກ່າວ ເພື່ອຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງສື່ມວນຊົນຈີນ ແລະ ປະເທດສະມາຊິກອາຊຽນຢ່າງກວ້າງຂວາງ ແລະ ເລິກເຊິ່ງ ແລະ ຊ່ວຍສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ອາຊຽນ ໃຫ້ມີຄວາມແໜ້ນແຟ້ນກວ່າເກົ່າ ເຊິ່ງໃນພິທີ ທ່ານ ເພິງຈ້ຽນມິງ ແລະ ທ່ານນາງ ຊິງໂປ ສະມາຊິກກອງປະຊຸມບັນນາທິການ CMG ທ່ານ ອ່ານສຽວຢູ ຫົວໜ້າສູນລາຍການພາສາ ພາກພື້ນອາຊີ-ອາຟຣິກາຂອງ CMG ທ່ານ ເຮີຢີງ ຮອງຜູ້ຮຽກໂຮມວຽກງານປະຈຳການ CMG ສາຂາກວາງຊີ ໄດ້ຮ່ວມກັນເປີດການຮ່ວມມືຮອບໃໝ່ ລະຫວ່າງ CMG ແລະ ສື່ມວນຊົນອາຊຽນ CMG ແລະ ສື່ມວນຊົນອາຊຽນ ໄດ້ເລີ່ມດຳເນີນການຮ່ວມມືຮອບໃໝ່ ພ້ອມທັງໄດ້ສະເໜີໂຄງການຈຸດສຸມ 2 ໂຄງການ ຄື: “ຖານອົບຮົມສ້າງເນັດໄອດໍ ຍຸກ Z” ແລະ “ສາຍດ່ວນ ສື່ມວນຊົນ ຈີນ-ອາຊຽນ”.

    ນອກນີ້ ທ່ານ ຢຽນສຽວມິງ ແລະ ທ່ານ ຮວາງຈຸ້ນຮວາ ຮອງປະທານອົງການປົກຄອງປະຊາຊົນເຂດປົກຄອງຕົນເອງເຜົ່າຈວ້າງກວາງ ກໍໄດ້ລົງນາມ “ສັນຍາຂອບການຮ່ວມມືຍຸດທະສາດ CMG-ອົງການປົກຄອງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ” ເຊິ່ງສອງຝ່າຍຈະລົງເລິກການຮ່ວມມືທາງຍຸດທະສາດ ເພື່ອປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າໃນການສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ອາຊຽນ ໃຫ້ຍິ່ງມີຄວາມແໜ້ນແຟ້ນຫຼາຍຂຶ້ນກວ່າເກົ່າ ພ້ອມນີ້ຍັງໄດ້ຮ່ວມກັນເປີດປ້າຍສາຂາຂອງ CMG ປະຈຳເຂດກວາງຊີ ຕື່ມອີກ.

error: Content is protected !!