ໄຂໂຄງການລຶບລ້າງພະຍາດແກ່ນຕາຂຸ້ນໃນ ສປປ ລາວ

    ພິທີໄຂໂຄງການລຶບລ້າງພະຍາດແກ່ນຕາຂຸ້ນໃນ ສປປ ລາວ ໂດຍການຊ່ວຍເຫຼືອຈາກມູນນິທິ ກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ (GX FOUNDATION) ຂອງລັດຖະບານ ສປ ຈີນ ໄດ້​ຈັດ​ຂຶ້ນ​ວັນທີ 16 ກັນຍາ 2022 ໃຫ້​ກຽດ​ເ​ຂົ້າ​ຮ່ວມ​ຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານ ຫຼຽງ ເຈິນ ຢິ່ງ (Leung Chun-ying) ຮອງປະທານສະພາທີ່ປຶກສາການເມືອງແຫ່ງ ສປ ຈີນ ປະທານ GX FOUNDATION ທ່ານ ຈ່ຽງ ຈ່າຍຕົ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ມີບັນດາແຂກທີ່ຖື​ກເຊີນຈາກຝ່າຍຈີນ ແລະ ລາວ ເຂົ້າ​ຮ່ວມ.

    ທ່ານ ສອນໄຊ ສີພັນດອນ ໄດ້​ກ່າວ​ວ່າ: ໂຄງການລຶບລ້າງພະຍາດແກ່ນຕາຂຸ້ນໃນ ສປປ ລາວ ໂດຍການຊ່ວຍເຫຼືອຈາກມູນນິທິຊ່ວຍເຫຼືອຊຶ່ງກັນ ແລະ ກັນ (GX FOUNDATION) ໃຫ້ແກ່ ສປປ ລາວ ເພື່ອຊ່ວຍປະຊາຊົນລາວຜູ້ທີ່ເປັນພະຍາດແກ່ນຕາຂຸ້ນໃຫ້ໝົດໄປຈາກ ສປປ ລາວ ດ້ວຍທີມຊ່ວຍ ແພດຜູ້ຊ່ຽວຊານຈາກ ສປ ຈີນ ພ້ອມດ້ວຍເຄື່ອງມືອຸປະກອນ ລົດຜ່າຕັດເຄື່ອນທີ່ອັນທັນສະໄໝ.

    ການຊ່ວຍເຫຼືອອັນລໍ້າຄ່າຂອງ GX FOUNDATION ໃນໄລຍະຜ່ານມາ ບໍ່ວ່າຈະເປັນອຸປະກອນການເເພດ ເຊັ່ນ: ເຄື່ອງຊ່ວຍຫາຍໃຈ ຜ້າອັດປາກ-ອັດດັງ ຊຸດປ້ອງກັນ ແລະ ອື່ນໆໃຫ້ແກ່ລັດຖະບານ ສປປ ລາວ ເພື່ອໝູນໃຊ້ເຂົ້າໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງການຊ່ວຍເຫຼືອໃນການຜ່າຕັດແກ່ນຕາຂຸ້ນໃຫ້ແກ່ປະຊາຊົນລາວໃນຄັ້ງນີ້ ຊຶ່ງເປັນການຊ່ວຍເຫຼືອອັນລໍ້າຄ່າ ແລະ ຖືໄດ້ວ່າເປັນການໃຫ້ໂອກາດ ແລະ ອະນາຄົດອັນສົດໃສໃໝ່ໃນການເບິ່ງເຫັນຂອງຜູ້ທີ່ມີບັນຫາດ້ານສາຍຕາ.

    ຕາງໜ້າໃຫ້ພັກ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ໄປຍັງພັກ ລັດຖະບານ ແລະ ປະຊາຊົນ ສປ ຈີນ ອ້າຍນ້ອງ ໂດຍສະເພາະແມ່ນທ່ານປະທານ GX FOUNDATION ພ້ອມດ້ວຍຄະນະ ທີ່ມີຄວາມເປັນຫ່ວງເປັນໄຍ ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ເປັນການສະແດງເຖິງນໍ້າໃຈເອື້ອເຝື້ອເຜື່ອແຜ່ຂອງລັດຖະບານ ແລະ ປະຊາຊົນຈີນ ກໍຄືອຳນາດການປົກຄອງເຂດປົກຄອງພິເສດຮົງກົງ ໂດຍສະເພາະແມ່ນ GX FOUNDATION ແລະ ທັງເປັນການສະແດງເຖິງການເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ໃຫ້ນັບມື້ ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກ ເວົ້າລວມ ເວົ້າສະເພາະແມ່ນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິເສດຮົງກົງ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນທຸກໆດ້ານ.

    ໃນໂອກາດນີ້ ເຊື່ອແນ່ວ່າ ປະຊາຊົນລາວຜູ້ທີ່ມີພະຍາດແກ່ນຕາຂຸ້ນ ທີ່ໄດ້ຮັບການຜ່າຕັດດີແລ້ວ ຈະມີຊີວິດທີ່ດີຂຶ້ນ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການລຶບລ້າງພະຍາດແກ່ນຕາຂຸ້ນ ກໍຄືວຽກງານສາທາລະນະສຸກຂອງ ສປປ ລາວ ເພື່ອບັນລຸເປົ້າໝາຍໃນການປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວ ອີກຂັ້ນໜຶ່ງ ແລະ ກໍເປັນເປົ້າໝາຍຂອງ ພັກ ລັດຖະບານລາວໃນການສ້າງສາພັດທະນາປະເທດຊາດແບບຢືນຍົງ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ບໍ່ວ່າຈະເປັນດ້ານເສດຖະກິດ ການເງິນ ພະລັງງານ ສາທາລະນະສຸກ ແລະ ອື່ນໆ

error: Content is protected !!