ບໍລິສັດ ຈິນສຸຍເສີນ ເຕັກໂນໂລຊີ ກະສິກຳລາວ ຈຳກັດ ນໍາເອົາອຸປະກອນການແພດ (ເຄື່ອງເອໂກ) 1 ຊຸດ ມູນຄ່າ 96 ລ້ານກວ່າກີບ ມາມອບໃຫ້ສະພາແຫ່ງຊາດ ເພື່ອນຳໄປມອບຕໍ່ໃຫ້ໂຮງໝໍເມືອງໂພນໄຊ ແຂວງຫຼວງພະບາງ ນຳໃຊ້ໃນວຽກງານສາທາລະນະສຸກຂອງໂຮງໝໍດັ່ງກ່າວ.

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນວັນທີ 15 ກັນຍາ 2022 ຢູ່ຫໍສະພາແຫ່ງຊາດ ເຊິ່ງມອບໂດຍທ່ານ ຫາຍ ລໍຄຳສອນ ຜູ້ອຳນວຍການບໍລິສັດ ຈິນສຸຍເສີນ ເຕັກໂນໂລຊີ ກະສິກຳລາວ ຈຳກັດ ແລະ ຮັບໂດຍທ່ານນາງ ມະນີວັນ ເຍຍປາວເຮີ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້ ທ່ານນາງ ມະນີວັນ ເຍຍປາວເຮີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງບໍລິສັດ ຈິນສຸຍເສີນ ເຕັກໂນໂລຊີ ກະສິກຳລາວ ຈຳກັດ ພ້ອມທັງໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ມອບໃບຍ້ອງຍໍໃຫ້ບໍລິສັດດັ່ງກ່າວ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊ່ວຍເຫຼືອອຸປະກອນການແພດຄັ້ງນີ້ ອີກດ້ວຍ.