ມູນນິທິມາຣຸເບນິ ສືບຕໍ່ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນສາມັນກິນນອນຊົນເຜົ່າ

    ມູນນິທິມາຣຸເບນີ ເພື່ອສົ່ງເສີມການສຶກສາຢູ່ ສປປ ລາວ (ມມສລ) ໄດ້ໃຫ້ການຊ່ວຍເຫຼືອນັກຮຽນຊົນເຜົ່າຢູ່ແຂວງສະຫວັນນະເຂດ ສົກຮຽນ 2022-2023 ເປັນປີທີ 15 ເຊິ່ງໃນປີນີ້ ທາງມູນນິທິ ມາຣຸເບນີ ໄດ້ໃຫ້ການຊ່ວຍເຫຼືອເປັນອຸປະກອນການຮຽນ ແລະ ຊຸດນັກຮຽນ ໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງສາຫວັນນະເຂດ ລວມມູນຄ່າ 134.232.000 ກີບ.

    ພິທີມອບ-ຮັບຊຸດເຄື່ອງແບບນັກຮຽນ ແລະ ອຸປະກອນການຮຽນໃຫ້ແກ່ນັກຮຽນຂອງໂຮງຮຽນສາມັນກິນນອນຊົນເຜົ່າສະຫວັນນະເຂດ ສົກປີ 2022-2023 ຈັດຂຶ້ນວັນທີ 15 ກັນຍາ 2022 ທີ່ມະຫາວິທະຍາໄລສະຫວັນນະເຂດ ໂດຍຕາງໜ້າມອບໂດຍທ່ານ ເທຣຸຢະ ຄາວາອິ ຄະນະບໍລິຫານງານຂອງມູນນິທິມາຣຸເບນີ ເພື່ອສົ່ງເສີມການສຶກສາ ຢູ່ ສປປ ລາວ ທັງເປັນຜູ້ຈັດການຂອງຫ້ອງການຜູ້ຕາງໜ້າບໍລິສັດມາຣຸເບນີຄໍໂປເຣຊັນປະຈຳນະຄອນຫຼວງວຽງຈັນ ແລະ ຕາງໜ້າຮັບໂດຍທ່ານ ສົມລິດ ອຸ່ນທະວີ ຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານນາງ ດາລາ ຄ່ຽມທຳມະຄຸນ ວ່າການຜູ້ອຳນວຍການສູນສົ່ງເສີມການສຶກສາຮຽນຮ່ວມ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍແຂກຖືກເຊີນ ການຈັດຕັ້ງກ່ຽວຂ້ອງຂັ້ນຕ່າງໆ ຕະຫຼອດເຖິງຄູ-ອາຈານ ແລະ ນ້ອງນັກຮຽນນເຂົ້າຮ່ວມ.

    ທ່ານ ເທຣຸຢະ ຄາວາອິ ກ່າວວ່າ: ມູນນິທິມາຣຸເບນີ ເພື່ອສົ່ງເສີມການສຶກສາຢູ່ ສປປ ລາວ ສ້າງຕັ້ງຂຶ້ນໃນປີ 2008 ເນື່ອງໃນໂອກາດສະເຫຼີມມສະຫຼອງວັນສ້າງຕັ້ງບໍລິສັດ ມາຣຸເບນີ ຄໍໂປເຣຊັນ (ຍີ່ປຸ່ນ) ຄົບຮອບ 150 ປີ ເຊິ່ງປີນີ້ ເປັນປີທີ 15 ທີ່ທາງມູນນິທິມາຣຸເບນີໄດ້ໃຫ້ການຊ່ວຍເຫຼືອໂຮງຮຽນສາມັນກິນນອນຊົນເຜົ່າຢູ່ແຂວງສະຫວັນນະເຂດ ສໍາລັບເຄື່ອງທີ່ເອົາມາຊ່ວຍເຫຼືອ ແມ່ນເຄື່ອງແບບນັກຮຽນ ໃຫ້ນັກຮຽນຈໍານວນ 420 ຄົນ ຍິງ 134 ຄົນ ແລະ ອຸປະກອນການຮຽນ ລວມມູນຄ່າ 134.232.000 ກີບ ໂດຍມອບໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າ ນະຄອນໄກສອນ ພົມວິຫານ ຄິດວ່າອຸປະກອນການຮຽນເຫຼົ່ານີ້ ນ້ອງນັກຮຽນຈະນໍາໃຊ້ເປັນປະໂຫຍດ ເພື່ອພັດທະນາຕົນເອງ ແລະ ສ້າງສາພັດທະນາປະເທດຊາດ ພ້ອມນີ້ ມູນນິ ທິມາຣຸເບນີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ເລືອກເອົາວັດຖຸອຸປະກອນການຮຽນຕ່າງໆທີ່ມີເປັນປະໂຫຍດມາແຈກຢາຍໃຫ້ເຖິງມືນັກຮຽນ ເຊິ່ງເປັນການຊ່ວຍເຫຼືອທີ່ສໍາຄັນໃຫ້ແກ່ວຽກງານການສຶກສາໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ພ້ອມນັ້ນ ໃນພິທີ ກໍໄດ້ມີການມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ມູນນິທິມາຣຸເບນີ ທີ່ມີຜົນງານດີເດັ່ນໃນການຊ່ວຍເຫຼືອທາງດ້ານອຸປະກອນການຮຽນ ແລະ ຊຸດເຄື່ອງແບບນັກຮຽນໃຫ້ແກ່ນັກຮຽນໃນໂຮງຮຽນສາມັນກິນນອນຊົນເຜົ່າສະຫວັນນະເຂດ.

error: Content is protected !!