ຜົນສຳເລັດຂອງໂຄງການຮ່ວມມືປັບປຸງໂພຊະນາການ ຂອງອົງການສຸພະນິມິດ

    ໃນວັນທີ 16 ກັນຍາ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຂອງກະຊວງສາທາລະນະສຸກ ສະຫະພາບເອີຣົບ ສະຖານທູດອົດສະຕຣາລີ ແລະ ອົງການສຸພະນິມິດ ໄດ້ເປັນປະທານຮ່ວມ ພິທີປິດໂຄງການຮ່ວມມືປັບປຸງໂພຊະນາການ ໂດຍເລັ່ງໃສ່ການຜະລິດກະສິກໍາ ເພື່ອໂພຊະນາການ ແລະ ສຸຂະພາບທີ່ດີ (AHAN) ໂດຍມີທ່ານ ນາງ ໂຣສ໌ລິນ ກາບຼິວ ຜູ້ອຳນວຍການອົງການສຸພະນິມິດ ປະຈຳລາວ ທ່ານ ດຣ ເກດເກສອນ ພຣະສີສົມບັດ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງ ສາທາລະນະສຸກ ທ່ານ ວິນເຊັນ ລາບ ຫົວໜ້າການຮ່ວມມືປະຈຳສະຫະພາບເອີຣົບ ແລະ ທ່ານ ແດນ ເຮວດອນ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ພິທີດັ່ງກ່າວ ແນໃສ່ສະຫຼຸບຜົນສຳເລັດໃນໄລຍະ 5 ປີຜ່ານມາ ຂອງການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ພ້ອມກັບນໍາສະເໜີຜົນປະເມີນທ້າຍໂຄງການ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນຜູ້ສ້າງນະໂຍບາຍດ້ານໂພຊະນາການ ລວມທັງກະຊວງຕ່າງໆຂອງລັດຖະບານ ສປປ ລາວ ຄູ່ຮ່ວມພັດທະນາ ອົງການ ສປຊ ແລະ ອົງການຈັດຕັ້ງອື່ນໆທີ່ບໍ່ສັງກັດກັບລັດຖະບານ ມີປະມານ 140.000 ຄົນ ຈາກ 12 ເມືອງ ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ AHAN ໂດຍຊ່ຽວຊານດ້ານວິຊາການຈາກ 4 ອົງການຈັດຕັ້ງທີ່ນໍາພາໂດຍອົງການສຸພະນິມິດ ເຊິ່ງໂຄງການດັ່ງກ່າວ ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ແລະ ມີກອງທຶນເພີ່ມຕື່ມຈາກພະແນກການຕ່າງປະເທດ ແລະ ການຄ້າອົດສະຕຣາລີ (DFAT) ສໍາລັບແຂວງສາລະວັນ.

    ຜົນການຄົ້ນຄວ້າທີ່ສໍາຄັນຂອງການປະເມີນຜົນທ້າຍໂຄງການ ສະແດງໃຫ້ເຫັນວ່າ: ປັດຈຸບັນ 70% ຂອງຄອບຄົວແມ່ນໄດ້ຮັບການຄໍ້າປະກັນດ້ານສະບຽງອາຫານຕະຫຼອດປີ ຖືເປັນບາດກ້າວບຸກທະລຸອັນໃຫຍ່ຫຼວງເມື່ອທຽບໃສ່ກັບ 11% ຂອງຜົນການເກັບກຳຂໍ້ມູນທຽບຖານໂຄງການ (2018) ແລະ ເຖິງວ່າຈະມີສິ່ງທ້າທາຍຂອງການລະບາດຂອງພະຍາດໂຄວິດ-19 ອັດຕາລວງສູງບໍ່ໄດ້ມາດຕະຖານຂອງເດັກນ້ອຍລຸ່ມ 5 ປີ ໄດ້ຫຼຸດລົງຈາກ 47% ເປັນ 29% ໃນໄລຍະເວລາສາມປີ ໝາຍຄວາມວ່າ  ເດັກນ້ອຍຫຼາຍກວ່າ  2 ໃນ  3  ຄົນ  ມີຄວາມສູງທີ່ເໝາະສົມກັບອາຍຸຂອງເຂົາເຈົ້າ ອັດຕານ້ຳໜັກຫຼຸດມາດຕະຖານຂອງເດັກນ້ອຍອາຍຸລຸ່ມ 5 ປີ ໄດ້ຫຼຸດລົງຈາກ 34% ເປັນ 26% ເດັກນ້ອຍຫຼາຍກວ່າ 3 ໃນ 4 ຄົນ ມີນ້ຳໜັກທີ່ເໝາະສົມກັບອາຍຸຂອງເຂົາເຈົ້າ.

    ຄວາມຍືນຍົງຂອງຜົນສຳເລັດທັງໝົດຂອງໂຄງການທີ່ກ່າວມານັ້ນ ໄດ້ສະແດງອອກຜ່ານການປະສານງານຫຼາຍຂະແໜງການ ທີ່ທາງໂຄງການໄດ້ເອົາໃສ່ໃຈຮ່ວມມືກັບບັນດາກະຊວງການຕ່າງໆທີ່ກ່ຽວຂ້ອງຂອງລັດຖະບານ ສປປ ລາວ ລວມມີ ກະຊວງສາທາລະນະສຸກ ກະຊວງກະສິກຳ ແລະ ປ່າໄມ້ ແລະ ສະຫະພັນແມ່ຍິງລາວ ເຊິ່ງເລີ່ມຈາກຂັ້ນສູນກາງຫາຂັ້ນແຂວງ ແລະ ເມືອງ ທຸກໆການເຄື່ອນໄຫວໃນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ແມ່ນໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງລັດຖະບານ ແລະ ອໍານາດການປົກຄອງຂັ້ນບ້ານ ເພື່ອຮັບປະກັນວ່າ ຜົນສຳເລັດຂອງໂຄງການຈະຖືກຮັກສາໄວ້ໃຫ້ຍືນຍົງ ແລະ ສາມາດສ້າງຊີວິດການເປັນຢູ່ທີ່ສົດໃສ ໃຫ້ແກ່ລູກຫຼານຂອງຕົນ ແລະ ຄົນຮຸ່ນຕໍ່ໆໄປ.

error: Content is protected !!