ເຂດເສດຖະກິດບຶງທາດຫຼວງ ຊ່ວຍອຸປະກອນການຮຽນໃຫ້ແຂວງອຸດົມໄຊ

     ໂດຍເຫັນໄດ້ຄວາມສໍາຄັນການສ້າງຊັບພະຍາກອນມະນຸດ ແລະ ການພັດທະນາການສຶກສາຢູ່ເຂດຫ່າງໄກສອກຫຼີກ ດັ່ງນັ້ນ ເຂດເສດຖະກິດພິເສດບຶງທາດຫຼວງວຽງຈັນ ຈຶ່ງໄດ້ນໍາເອົາເຄື່ອງອຸປະກອນການຮຽນ-ການສອນ ແລະ ອຸປະກອນກີລາໄປມອບໃຫ້ໂຮງຮຽນປະຖົມ ແລະ ມັດທະຍົມ 5 ແຫ່ງ ຢູ່ແຂວງອຸດົມໄຊ ພິທີມອບຈັດຂຶຶ້ນວັນທີ 14 ກັນຍາ 2022 ທີ່ຫ້ອງວ່າການແຂວງອຸດົມໄຊ ກ່າວມອບໂດຍທ່ານ ນາງ ຫວງ ຊິຶ້ວເຫວິນ ຮອງປະທານເຂດເສດຖະກິດພິເສດບຶງທາດຫຼວງວຽງຈັນ ແລະ ກ່າວຮັບໂດຍທ່ານຮອງເຈົ້າແຂວງອຸດົມໄຊ ມີທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ສໍາລັບເຄື່ອງທີ່ເຂດເສດຖະກິດພິເສດບຶງທາດຫຼວງວຽງຈັນ ໄປມອບໃຫ້ບັນດາໂຮງຮຽນຢູ່ແຂວງອຸດົມໄຊຄັ້ງນີ້ ແມ່ນເຄື່ອງອຸປະກອນການຮຽນ-ການສອນ ແລະ ອຸປະກອນກີລາ ລວມມູນຄ່າທັງໝົດ 516 ລ້ານກີບ ເພື່ອໄປປະກອບສ່ວນຊ່ວຍການພັດທະນາດ້ານການສຶກສາຢູູ່ໂຮງຮຽນປະຖົມ ແລະ ມັດທະຍົມໃນທ້ອງຖິ່ນ ກໍຄືເຂດຫ່າງໄກສອກຫຼີກໃຫ້ໄດ້ຮັບການພັດທະນາເປັນກ້າວໆ.

    ໂອກາດນີ້ ທ່ານຮອງເຈົ້າແຂວງອຸດົມໄຊ ຕາງໜ້າໃຫ້ການນໍາແຂວງ ພະແນກການກ່ຽວຂ້ອງ ແລະ ຄູອາຈານ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍໍ່ການບໍລິຈາກເຄື່ອງກີລາ ແລະ ອຸປະກອນການຮຽນ-ການສອນຂອງເຂດເສດຖະກິດພິເສດບຶງທາດຫຼວງວຽງຈັນຄັ້ງນີ້ ແລະ ເຊື່ອໝັ້ນວ່າ ການບໍລິຈາກຄັ້ງນີ້ ຈະໄດ້ປັບປຸງສະພາບການຮຽນ-ການສອນຂອງໂຮງຮຽນປະຖົມ ແລະ ມັດທະຍົມຢູ່ພາຍໃນແຂວງອຸດົມໄຊ ທັງເປັນການລະດົມຄວາມກະຕືລືລົ້ນຂອງຄູອາຈານ ແລະ ນັກຮຽນໃນການຮໍ່າຮຽນ ທັງປະກອບສ່ວນເຂົ້າໃນການສຶກສາຂອງແຂວງໃຫ້ມີກໍາລັງແຮງຢ່າງຕັ້ງໜ້າ ແລະ ຫວັງຢ່າງຍິ່ງວ່າໂອກາດໜ້າ ແຂວງອຸດົມໄຊຈະ ໄດ້ຮັບການຊ່ວຍເຫຼືອຈາກເຂດເສດຖະກິດພິເສດບຶງທາດຫຼວງວຽງຈັນ ກໍຄືບັນດາບໍລິສັດຫົວໜ່ວຍທຸລະກິດທີ່ລົງທຶນຢູ່ເຂດດັ່ງກ່າວຕື່ມອີກ.

error: Content is protected !!