ສປປ ລາວ ຍັງມີລະເບີດຕົກຄ້າງຫຼາຍ ປັດຈຸບັນສາມາດຈັດຕັັ້ງປະຕິບັດໄດ້ພຽງແຕ່ 1%

    ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ປີ 2022 ຈັດຂຶ້ນວັນທີ 16 ກັນຍາ 2022 ທີ່ສູນຮ່ວມມືສາກົນ ແລະ ເຝິກອົບຮົມ (ICTC) ເປັນປະທານຮ່ວມຂອງທ່ານ ປະເດີມພອນ ສົນທະນີ ຮອງລົດຖະມົນຕີກະຊວງແຮງານ ແລະ ສະຫວັດດີການສັງຄົມ ຮອງປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ທ່ານ ປີເຕີ້ ເຮມ້ອນ ເອກຄັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ແລະ ທ່ານນາງ ແຄັດເທີຣີນ ເຟືອງ ຮອງຜູ້ຕາໜ້າງໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈໍາ ສປປ ລາວ ມີຕາງໜ້າປະເທດຜູ້ໃຫ້ທຶນ ທຸຕານຸທູດ ບັນດາທ່ານໃນຄະນະກໍາມະການ ຄຊກລ ແລະ ຕາງໜ້າບັນດາກະຊວງຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ປະເດີມພອນ ສົນທະນີ ກ່າວວ່າ  ຜ່ານການເຄື່ອນໄຫວໃນໄລຍະ 9 ເດືອນຜ່ານມາ ສາມາດຈັດຕັ້ງປະຕິບັດບັນດາໜ້າວຽກຫຼາຍດ້ານ ເຊັ່ນ ການໂຄສະນາສຶກສາຄວາມສ່ຽງໄພ ການຊ່ວຍເຫຼືອຜູ້ຖຶກເຄາະຮ້າຍ ການສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ (ລບຕ) ການຄຸ້ມຄອງຄຸນນະພາບ ການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງຂໍ້ມູນ ການປັບປຸງຫຼັກສູດການຮຽນ-ການສອນ ການເຝິກອົບຮົມການຈັດລຽງບູລິມະສິດ ແລະ ປັບປຸງການປະສານງານ ເພື່ອເຮັດໃຫ້ການຄົ້ນຄ້ວາບົດບັນທຶກຄວາມເຂົ້າໃຈ ເຂົ້າສູ່ລະບົບ ແລະ ໄວຂຶ້ນກວ່າເກົ່າ ນອກຈາກນັ້ນ ຍັງໄດ້ປັບປຸງໃໝ່ໃນການປະຊາສໍາພັນເພື່ອປູກຈິດສໍານຶກ ແລະ ສ້າງຄວາມເຂົ້າໃຈແກ່ທຸກພາກສ່ວນຂອງລາວ ແລະ ຕ່າງປະເທດ ເພື່ອຍົກໃຫ້ເຫັນເຖິງອຸປະສັກ ແລະ ສິ່ງກີດຂວາງຈາກບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແຕ່ເຖິງແນວໃດກໍຕາມ ຍັງມີຄວາມຫຍຸ້ງຍາກໃນການເຄື່ອນໄຫວການແກ້ໄຂບັນຫາລະເບີດບໍ່ທັນແຕກເຊັ່ນ: ບາງແຂວງ ໄດ້ໂຈະການປະຕິບັດງານຊົ່ວຄາວ ຍ້ອນບັນຫາທືນຮອນ ການເກີດອຸບັດເຫດຈາກລະເບີດບໍ່ທັນແຕກ ຍັງສືບຕໍ່ເກີດຂຶ້ນ ເຮັດໃຫ້ປະຊາຊົນໄດ້ຮັບບາດເຈັບ ແລະ ເສຍຊີວິດ ການຈັດຕັ້ງການສໍາຫຼວດ ການເກັບກູ້ ການໂຄສະນາສຶກສາຄວາມສ່ຽງໄພ ແລະ ການຊ່ວຍເຫຼືອຜູ້ຖຶກເຄາະຮ້າຍຍັງເປັນສິ່ງທ້າທາຍໃນການບັນລຸຄາດໝາຍສູ້ຊົນທີ່ໄດ້ກໍານົດໃນແຜນຍຸດທະສາດແຫ່ງຊາດ ແລະ ແຜນງານປະຈໍາປີ ຄຽງຄູ່ກັນນີ້ ປະສິດທິພາບຂອງການປະຕິບັດງານ ຍັງຈໍາກັດບາງອົງການປະຕິບັດງານ ໄດ້ຮັບງົບປະມານຫຼາຍສົມຄວນແຕ່ປະສິດທິພາບຕໍ່າ ປັດຈຸບັນ ສປປ ລາວຍັງມີລະເບີດຕົກຄ້າງຫຼາຍ ເພາະນັບແຕ່ມື້ເລີ່ມຕົ້ນຈົນຮອດປັດຈຸບັນສາມາດຈັດຕັັ້ງປະຕິບັດໄດ້ພຽງແຕ່ 1% ເທົ່ານັ້ນ ນອກຈາກນີ້ ກອງປະຊຸມໄດ້ຮັບຟັງການລາຍງານຜົນສຳເລັດຂອງຂະແໜງການແກ້ໄຂບັນຫາ ລບຕ ໃນໄລຍະ 9 ເດືອນ ແລະ ແຜນບູລິມະສິດ 3 ເດືອນຕໍ່ໜ້າ ພ້ອມທັງແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

error: Content is protected !!