ກະຊວງສຶກສາທິການ ແລະ ກີລາ ໂດຍການຮ່ວມມືຈາກລັດຖະບານອົດສະຕຣາລີ ໄດ້ເລີ່ມຕົ້ນເປີດການເຝິກອົບຮົມຄູຂັ້ນ ປ2 ກ່ຽວກັບຫຼັກສູດສະບັບປັບປຸງໃໝ່ ຢູ່ສູນເຝິກອົບຮົມແມ່ຍີງລາວ (ໂພນທັນ) ນະຄອນຫຼວງວຽງຈັນ ໃນວັນທີ 9 ມິຖຸນາ 2020 ໂດຍເປັນປະທານທ່ານ ອ່ອນແກ້ວ ນວນນາວົງ ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກີລາ ມີທ່ານນາງ ເຈນ ແຊນເລີ (Jane Chandler) ອຸປະທູດອົດສະຕຣາລີ ປະຈຳລາວ ໄດ້ຮ່ວມກ່າວເປີດການເຝິກອົບຮົມຄູເຝິກຂັ້ນ ປ2 ສະບັບປຸງໃໝ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສຳລັບການເຝິກອົບຮົມໃຊ້ເວລາ 9 ວັນ ໂດຍມີຊ່ຽວຊານຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຄູເຝິກຈາກກະຊວງສຶກສາທິການ ແລະ ກີລາ ໂດຍສະຖານທູດອົດສະຕຣາລີ ແລະ ສະຫະພາບເອີຣົບ ໄດ້ສະໜັບສະໜູນທຶນໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ບີຄວາ) Basic Education Quality and Access in Lao PDR (BEQUAL) ເຊິ່ງມີຄູເຝິກມາຈາກບັນດາແຂວງ ນະຄອນຫຼວງ ເຂົ້າຮ່ວມ ເຝິກອົບຮົມຈຳນວນ 59 ທ່ານ ກ່ຽວກັບການສອນຂອງຄູ ວິທີການນຳໃຊ້ກິດຈະກຳ ແລະ ເນື້ອໃນຂອງຫຼັກສູດຂັ້ນ ປ2 ສະບັບປັບປຸງໃໝ່ ພາຍຫຼັງສຳເລັດການເຝິກອົບຮົມ ຜູ້ເຂົ້າຮ່ວມທັງໝົດຈະສາມາດນຳເອົາເນື້ອໃນບົດຮຽນ ທີ່ໄດ້ຈາກການເຂົ້າຮ່ວມເຝິກອົບຮົມ ໄປເຝິກອົບຮົມໃຫ້ແກ່ຄູເຝິກຂັ້ນແຂວງ ແລະ ນະຄອນຫຼວງ ຕໍ່ໄປ.

ໃນລະຫວ່າງການເຝິກອົບຮົມນີ້ ຜູ້ເຂົ້າຮ່ວມທຸກທ່ານ ນອກຈາກໄດ້ຮັບການເຝິກກ່ຽວກັບເຄື່ອງມືນຳໃຊ້ໃນຫຼັກສູດຂັ້ນ ປ2 ສະບັບປັບປຸງໃໝ່ແລ້ວ ຍັງຈະໄດ້ລົງເລິກເນື້ອໃນລະອຽດ ມີການທົດສອບ ແລະ ວິເຄາະກິດຈະກຳທີ່ຈະນຳໄປໃຊ້ໃນຫ້ອງຮຽນຂັ້ນຕ່າງໆ ເນື້ອໃນການອົບຮົມ ຈະໄດ້ລວມເອົາຜົນໄດ້ຮັບຈາກການຈັດອົບຮົມຄູຂັ້ນ ປ1 ທີ່ຜ່ານມາ ນຳສະເໜີພາບລວມຂອງເນື້ອໃນວິຊາໃນຫຼັກສູດຂັ້ນ ປ2 ວິທີການສອນວິຊາພາສາລາວ ແລະ ເຕັກນິກຕ່າງໆທີ່ນຳໃຊ້ເຂົ້າໃນການຮຽນ-ການສອນ ຜູ້ເຂົ້າຮ່ວມທຸກທ່ານຈະໄດ້ຮັບການເຝິກວິທີການນຳໃຊ້ປຶ້ມແບບຮຽນ ແລະ ປຶ້ມອ່ານເສີມການສອນຫ້ອງຄວບ ແລະ ນຳໃຊ້ວິດີໂອການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເປັນເຄື່ອງມືໃນການຊ່ວຍເຫຼືອ ເພື່ອເພີ່ມທັກສະຂອງຕົນເອງໃຫ້ດີຂຶ້ນກວ່າເກົ່າ.



# ຂ່າວ & ພາບ: ບຸນມີ