ສະຫຼຸບຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

    ກອງປະຊຸມສະຫຼຸບ ຕີລາຄາ ປະເມີນຜົນຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄຂຂຶ້ນວັນທີ 15 ກັນຍາ 2022 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ມີບັນດາການນຳພັກ-ລັດຂັ້ນສູງ ບັນດາລັດຖະມົນຕີ ​ຫົວໜ້າ​ອົງການອ້ອມຂ້າງສູນກາງ​ ​ເຈົ້າ​ແຂວງ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ເຈົ້າ​ເມືອງ ເຈົ້ານະຄອນພະນັກງານທີ່ກ່ຽວຂ້ອງຂອງບັນດາກະຊວງ ອົງການ ແລະ ທ້ອງຖິ່ນ ວິລະຊົນແຮງງານ ນັກພັດທະນາດີເດັ່ນແຫ່ງຊາດ ຕົວ​ແທນບັນດາຫົວໜ່ວຍທຸລະກິດ ຜູ້ປະກອບການ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບ​ຕີລາຄາການຈັດຕັ້ງ​ປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນໄລຍະຜ່ານມາ (2016-2020) ແລະ ວາງທິດທາງແຜນການແຕ່ນີ້ຮອດປີ 2025 ຈັດພິທີຍ້ອງຍໍນັກພັດທະນາ ບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ປະກາດເນື້ອໃນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຮອດປີ 2025.

    ທ່ານ ພັນຄຳ ວິພາວັນ ກ່າວວ່າ: ການຈັດຕັ້ງປະຕິບັດເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕາມ 4 ເນື້ອໃນຂອງພັກ ແລະ ລັດຖະບານໃນໄລຍະຜ່ານມາ ທ່າມກາງສະພາບແວດລ້ອມສາກົນ ແລະ ພາກພື້ນມີການຜັນແປໄປຢ່າງໄວວາ ສັບສົນ ຄາດຄະເນໄດ້ຍາກ ແລະ ການແຜ່ລະບາດຢ່າງໜັກໜ່ວງຂອງພະຍາດໂຄວິດ-19 ເຊິ່ງເຕັມໄປດ້ວຍກາລະໂອກາດ ແລະ ສິ່ງທ້າທາຍນັ້ນ ເຫັນວ່າ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ແລະ ມີຜົນສໍາເລັດໃນຫຼາຍດ້ານ ເຊິ່ງຕະຫຼອດໄລຍະ 5 ປີ (2016-2020) ແລະ ໄລຍະປີ 2020 ມາເຖິງປັດຈຸບັນ ເຖິງແມ່ນວ່າພັກ-ລັດຖະບານ ໄດ້ສຸມໃສນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ດ້ວຍການບຸກບືນສູ້ຊົນປານໃດກໍຕາມ ແຕ່ພວກເຮົາກໍຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ທ້າທາຍຕໍ່ບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ທັງໝົດນັ້ນລ້ວນແຕ່ຊີ້ບອກເຖິງສະພາວະຄວາມເປັນຈິງທາງດ້ານການເມືອງ ເສດຖະກິດ ວັດທະນະທຳ-ສັງຄົມ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ຮຽກຮ້ອງໃຫ້ພວກເຮົາຕ້ອງກໍາແໜ້ນ ແລະ ພິຈາລະນາຢ່າງພາວະວິໄສ ເພື່ອເປັນພື້ນຖານໃນການວາງທິດທາງໜ້າທີ່ໃນພາລະກິດປົກປັກຮັກສາ ແລະ  ສ້າງສາປະເທດຂອງພວກເຮົາໃນຊຸມປີຕໍ່ໜ້າໃຫ້ມີການຫັນປ່ຽນໄປສູ່ລວງເລິກໄດ້ຢ່າງແທ້ຈິງ.

    ກອງປະຊຸມ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນໄດ້ສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ (2016-2020) ແລະ ທິດທາງແຜນການຮອດປີ 2025 ໂດຍ ໄດ້ຍົກໃຫ້ເຫັນວ່າ: ລັດຖະບານໄດ້ເປີດຂະບວນການແຂ່ງຂັນຮັກຊາດ ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກ ຕິດພັນກັບການພັດທະນາຊົນນະບົດເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນຂອບເຂດທົ່ວປະເທດ ໃນປີ 2015 ແລະ ກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ ຕິດພັນກັບການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນປີ 2019 ເປັນຕົ້ນມາ ຄະນະພັກ-ຄະນະນໍາແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນ ໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ເປັນລະບົບ ຕາມ 5 ຂັ້ນຕອນຂອງການແຂ່ງຂັນເປັນຕົ້ນ ວາງແຜນການ ແຕ່ງຕັ້ງຄະນະຊີ້ນໍາ ເປີດຂະບວນການແຂ່ງຂັນ ປຸກລະດົມ ຊຸກຍູ້ ຕິດຕາມກວດກາ ແລະ ສະຫຼຸບລາຍງານຂະບວນແຂ່ງຂັນເປັນແຕ່ລະໄລຍະ ເຊິ່ງສາມາດສັງລວມການຍ້ອງຍໍຜົນງານ 5 ປີ (2016-2020) ໃຫ້ບຸກຄົນ ແລະ ກົມກອງຈາກບັນດາກະຊວງ ອົງການທຽບເທົ່າ ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ທົ່ວປະເທດ ໄດ້ຈຳນວນ 40 ພາກສ່ວນ ສະເໜີຍ້ອງຍໍແຕ່ລະປະເພດ ລວມທັງໝົດ 92.250 ມີບຸກຄົນ 86.327 ທ່ານ ແລະ ກົມກອງ 5.923 ກົມກອງ ໃນນີ້ກະຊວງ-ອົງການທຽບເທົ່າ ລວມມີ 23 ພາກສ່ວນ ສະເໜີຍ້ອງຍໍແຕ່ລະປະເພດລວມທັງໝົດ 19.449 ມີບຸກຄົນ 19.008 ທ່ານ ແລະ ກົມກອງ 441 ກົມກອງ ແຂວງ 16 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ລວມມີ 17 ພາກສ່ວນ ສະເໜີຍ້ອງຍໍແຕ່ລະປະເພດ ລວມທັງໝົດ 72.801 ໃນນີ້ ມີບຸກຄົນ 69.364 ທ່ານ ແລະ 3.437 ກົມກອງ ພ້ອມນີ້ຍັງໄດ້ມອບຫຼຽນປະເພດຕ່າງໆໃຫ້ບຸກຄົນ ແລະ ກົມກອງດີເດັ່ນ ມີຫຼຽນໄຊແຮງງານ ຊັ້ນ I ມອບໃຫ້ບຸກຄົນ ມີ 2.945 ທ່ານ ແລະ ກົມກອງມີ 415 ກົມກອງ ຫຼຽນໄຊແຮງງານ ຊັ້ນ II ມອບໃຫ້ບຸກຄົນມີ 6.160 ທ່ານ ແລະ ກົມກອງມີ 571 ກົມກອງ ຫຼຽນໄຊແຮງງານ ຊັ້ນ III ມອບໃຫ້ບຸກຄົນມີ 10.916 ທ່ານ ແລະ ກົມກອງມີ 780 ກົມກອງ ຫຼຽນນາມມະຍົດວິລະຊົນແຮງງານໃຫ້ ບຸກ ຄົນ 1 ທ່ານ ຫຼຽນນາມມະຍົດພັດທະນາດີເດັ່ນແຫ່ງຊາດບຸກຄົນ 2 ທ່ານ ຫຼຽນກາແຮງງານບຸກຄົນ 19.949 ທ່ານ ແລະ ກົມກອງ 1.152 ກົມກອງ ໃບຍ້ອງຍໍລັດຖະບານ ບຸກຄົນ 47.246 ທ່ານ ແລະ ກົມກອງ 2.113 ກົມກອງ.

    ນອກນີ້ ກອງປະຊຸມຍັງໄດ້ຮັບ​ຟັງ​ການບົດ​ປະກອບ​ຄຳ​ເຫັນ​ຂອງບັນດາຕົວແບບດີເດັ່ນ ແລະ ນັກພັດທະນາດີເດັ່ນ ກ່ຽວກັບການລ້ຽງສັດ ຫັດຖະກຳຕໍ່າຫູກ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຍັງຈະໄດ້ມີພິທີປະດັບຫຼຽນນາມມະຍົດວິລະຊົນແຮງງານ ຈຳນວນ 1 ທ່ານ ຫຼຽນນາມມະຍົດນັກພັດທະນາດີເດັ່ນແຫ່ງຊາດ ຈໍານວນ 2​ ທ່ານ ຫຼຽນໄຊແຮງງານ ຊັ້ນ I ໃຫ້ 14 ກົມກອງ ແລະ ຫຼຽນໄຊແຮງງານ ຊັ້ນ I ໃຫ້ 17 ທ່ານ ຮັບຟັງການປະກາດເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ຮອດປີ 2025 ແລະ ຮັບຟັງການໂອ້ລົມຈາກທ່ານ ທອງລູນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລີຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ.

# ຂ່າວ – ພາບ : ຂັນທະວີ                                                     

error: Content is protected !!