ແນະນຳປື້ມ 70 ປີ ການພົວພັນການທູດລາວ-ອົດສະຕຣາລີ

    ວັນທີ 15 ກັນຍາ 2022 ສະຖາບັັນການຕ່າງປະເທດ ກະຊວງການຕ່າງປະເທດ ຈັດພິທີແນະນໍາປຶ້ມ “70 ປີ ການພົວພັນການທູດ ລາວ-ອົດສະຕຣາລີ” ເພື່ອເປັນການລະນຶກເຖິງ ຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລາວ-ອົດສະຕຣາລີ ໂດຍການເປັນປະທານ ແລະ ກ່າວເປີດພິທີຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເຊິ່ງ ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນຫານຕ່າງປະເທດ ທ່ານ Daniel Heldon, ຮອງທູດອົດສະຕຣາລີ ປະຈໍາ ສປປ ລາວ ບັນດາທ່ານອະດີດທູດອາວຸໂສຂອງລາວ, ຜູ້ຕາງໜ້າຈາກສະຖາບັນ ລາວ-ອົດສະຕຣາລີ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຄະນະກົມພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມໃນພິທີ ຫຼາຍກວ່າ 50 ທ່ານ.

    ພິທີແນະນຳປຶ້ມ “70 ປີ ການພົວພັນການທູດ ລາວ-ອົດສະຕຣາລີ” ແມ່ນໜຶ່ງໃນກິດຈະກໍາທີ່ສໍາຄັນ ເພື່ອປະກອບສ່ວນເຂົ້າໃນການສ້າງຂະບວນການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ອົດສະຕຣາລີ ຄົບຮອບ 70 ປີ (16/01/1952-16/01/ 2022). ປຶ້ມເຫຼັ້ມນີ້ ໄດ້ສັງລວມເອົາປະຫວັດ ແລະ ຄວາມເປັນມາການພົວພັນຮ່ວມມືໃນຂະແໜງການຕ່າງໆ ລະຫວ່າງລາວ ແລະ ອົດສະຕຣາລີ ໂດຍໄດ້ລົງເລິກການພົວພັນຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ຢູ່ໃນພາກພື້ນ ແລະ ສາກົນ ແລະ ການພົວພັນນັບແຕ່ໄລຍະກ່ອນ ແລະ ຫຼັງການສະຖາປະນາ ສປປ ລາວ ຢ່າງເປັນທາງການ ໃນປີ 1975. ພ້ອມນີ້ ອົດສະຕຣາລີ ຍັງໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂະແໜງການສຶກສາ ແລະ ພັດທະນາຢູ່ຫຼາຍຂະແໜງການໃນທົ່ວປະເທດ.

    ປຶ້ມ “70 ປີ ການພົວພັນການທູດ ລາວ-ອົດສະຕຣາລີ” ສະຖາບັນການຕ່າງປະເທດໄດ້ມີການລິເລີ່ມແນວຄວາມຄິດ ແລະ ລົງມືຄົ້ນຄວ້າຮຽບຮຽງມາແຕ່ທ້າຍປີ 2021 ພາຍໃຕ້ຄວາມເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຈາກຄະນະນໍາກະຊວງການຕ່າງປະເທດທຸກຂັ້ນ ຄະນະບັນນາທິການອາວຸໂສ ແລະ ຄະນະສະຖາບັນການຕ່າງປະເທດທີ່ມີປະສົບການ ແລະ ໄດ້ເຮັດວຽກຕົວຈິງໃນການຮຽບຮຽງ ແລະ ກວດແກ້ເນື້ອໃນໃຫ້ມີຄວາມຄົບຖ້ວນສົມບູນຍິ່ງຂຶ້ນ. ນອກຈາກນັ້ນ ຍັງໄດ້ຮັບການຮ່ວມມື ແລະ ສະໜອງຂໍ້ມູນຕ່າງໆທີ່ເປັນປະໂຫຍດຈາກບັນດາກົມພາຍໃນກະຊວງການຕ່າງປະເທດ ກະຊວງອ້ອມຂ້າງສູນກາງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ຈຶ່ງສາມາດສໍາເລັດລຸລ່ວງໄປໄດ້.

    ພ້ອມດຽວກັນນີ້ ສະຖານເອກອັກຄະລັດຖະທູດແຫ່ງອົດສະຕຣາລີ ປະຈໍາ ສປປ ລາວ ຍັງໄດ້ໃຫ້ການສະໜັບສະໜູນທາງດ້ານງົບປະມານໃນການຈັດພິມຈໍານວນໜຶ່ງ ຈາກຜົນສຳເລັດຢ່າງຈົບງາມຄັ້ງນີ້, ສະຖາບັນການຕ່າງປະເທດ ສາມາດຈັດພິມຄັ້ງທໍາອິດ ລວມເປັນຈໍານວນ 1.000 ຫົວ ອອກສູ່ສາຍຕາຜູ້ອ່ານ. ປຶ້ມຫົວດັ່ງກ່າວ ຈະເປັນແຫຼ່ງຂໍ້ມູນທີ່ເປັນປະໂຫຍດສໍາລັບນັກການທູດ ນັກຄົ້ນຄວ້າ ນັກຮຽນຮູ້ປັນຍາຊົນ ກໍຄືຜູ້ອ່ານທົ່ວໄປທີ່ມີຄວາມສົນໃຈກ່ຽວກັບການພົວພັນຮ່ວມມື ລາວ-ອົດສະຕຣາລີ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ທີ່ພົ້ນເດັ່ນ ແນໃສ່ເປັນບ່ອນອີງທີ່ສໍາຄັນໃນການສຶກສາ ແລະ ຄົ້ນຄວ້າວິໄຈ ເພື່ອສົ່ງເສີມການພົວພັນຮ່ວມມື ລາວ-ອົດສະຕຣາລີ ໃນຕໍ່ໜ້າ.

    ຂໍຖືໂອກາດນີ້ ຂໍຂອບໃຈມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໃຫ້ການສະໜັບສະໜູນ ແລະ ທຸ່ມເທເພື່ອເຮັດໃຫ້ປຶ້ມເຫຼັ້ມດັ່ງກ່າວສາມາດເປີດຕົວຢ່າງເປັນທາງການ.

# ຂ່າວ – ພາບ :  ໄຊບັນດິດ

error: Content is protected !!