ປະກາດການຈັດຕັ້ງຮອງຜູ້ອໍານວຍການລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນ

    ພິທີປະກາດການຈັດຕັ້ງ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ (ນປນຄ) ຈັດຂຶ້ນວັນທີ 14 ກັນຍາ 2022 ຢູ່ລັດວິສາຫະກິດດັ່ງກ່າວ ລະຫວ່າງທ່ານນາງ ເພື່ອນແສງ ໄຊນາຄໍາ ຮອງຜູ້ອໍານວຍການ ນປນຄ ຜູ້ເກົ່າ ແລະ ທ່ານ ທິບພະພອນ ສີສະໝຸດ ຮອງຜູ້ອໍານວຍການ ນປນຄ ຜູ້ໃໝ່ ໂດຍມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ປະທານສະພາບໍລິຫານ ນປນຄ ທ່ານ ຄໍາເຜີຍ ວົງສາຄໍາຜຸຍ ຜູ້ອໍານວຍການ ນປນຄ ພ້ອມດ້ວຍຕາງໜ້າຄະນະຈັດຕັ້ງ ນວ ບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ການປະກາດການຈັດຕັ້ງຮອງຜູ້ອໍານວຍການ ນປນຄ ຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງເລກທີ 723/ຈນວ ລົງວັນທີ 29 ສິງຫາ 2022 ວ່າດ້ວຍການອະນຸມັດໃຫ້ຮອງຜູ້ອໍານວຍການ ນປນຄ ພັກການ-ຮັບອຸດໜູນບໍານານ ໂດຍໄດ້ຕົກລົງໃຫ້ທ່ານນາງ ເພື່ອນແສງ ໄຊນາຄໍາ ຮອງຜູ້ອໍານວຍການ ນປນຄ ພັກການ-ຮັບອຸດໜູນບໍານານ ແລະ ຂໍ້ຕົກລົງເລກທີ 724/ຈນວ ລົງວັນທີ 29 ສິງຫາ 2022 ວ່າດ້ວຍການຍົກຍ້າຍພະນັກງານ-ລັດຖະກອນ ໂດຍໄດ້ຕົກລົງຍົກຍ້າຍທ່ານ ທິບພະພອນ ສີສະໝຸດ ຮອງຫົວໜ້າຂະແໜງກວດກາ ພະແນກການເງິນ ນວ ໄປປະຈໍາການຢູ່ ນປນຄ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການໃນການຈັດຕັ້ງປະຕິບັດວຽກງານໃນໄລຍະໃໝ່ໃຫ້ມີຜົນສໍາເລັດຂຶ້ນກວ່າເກົ່າ.    

    ທ່ານນາງ ເພື່ອນແສງ ໄຊນາຄໍາ ກ່າວວ່າ: ນປນຄ ເປັນຫົວໜ່ວຍທຸລະກິດໜຶ່ງທີ່ຮັບໃຊ້ດ້ານສາທາລະນູປະໂພກໃນການຜະລິດ ແລະ ຈໍາໜ່າຍນໍ້າສະອາດຮັບໃຊ້ສັງຄົມໃນ ນວ ຕາມສາຍວິຊາການ ແມ່ນຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ ນວ ແລະ ດໍາເນີນທຸລະກິດພາຍໃຕ້ການຊີ້ນໍາຂອງສະພາບໍລິຫານ ເຊິ່ງປະກອບມີຄະນະພັກຮາກຖານ ຄະນະອໍານວຍການ ເປັນຜູ້ຊີ້ນໍາ-ນໍາພາ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ ກໍາມະກອນ ເປັນຜູ້ຈັດຕັ້ງປະຕິບັດຕົວຈິງ ໂຄງຮ່າງການຈັດຕັ້ງ ປະກອບມີຜູ້ອໍານວຍການ 1 ທ່ານ ຮອງຜູ້ອໍານວຍການ 4 ທ່ານ ມີ 9 ພະແນກຄຸ້ມຄອງ 9 ສາຂາບໍລິການ 2 ໂຄງການ 5 ໂຮງງານໃຫຍ່ 9 ໂຮງງານນ້ອຍ ເຊິ່ງເປັນວິສາຫະກິດລັດຖືຮຸ້ນ 100% ໄດ້ດໍາເນີນທຸລະກິດແບບໄລ່ລຽງແຕ່ປີ 1987 ເປັນຕົ້ນມາ ປັດຈຸບັນ ສາມາດຜະລິດນໍ້າໄດ້ 340.000 ແມັດກ້ອນຕໍ່ວັນ ແລະ ບໍລິການໃຫ້ຊາວ ນວ ກວມ 93% ຂອງພື້ນທີ່ບໍລິການທັງໝົດ ປະກອບມີລູກຄ້າ 172.000 ກົງເຕີນໍ້າ ໂດຍລາຄານໍ້າແມ່ນລັດຖະບານເປັນຜູ້ອະນຸມັດ ການດໍາເນີນການເຄື່ອນໄຫວຮອບວຽນທຸລະກິດ ແມ່ນປະຕິບັດຕາມການຄິດໄລ່ ແລະ ສະຫຼຸບເປັນປະຈໍາເດືອນ ນປນຄ ເປັນລັດວິສາຫະກິດໜຶ່ງທີ່ສໍາຄັນ ຕ້ອງຜະລິດ ແລະ ບໍລິການນໍ້າທັງປະລິມານ ແລະ ຄຸນນະພາບ ໃຫ້ໄດ້ 24 ຊົ່ວໂມງ ເຄື່ອນໄຫວໃຫ້ຍືນຍົງ.

    ໂອກາດນີ້ ທ່ານຮອງເຈົ້າຄອງ ນວ ກໍໄດ້ສະແດງຄວາມຊົມເຊີຍຜົນງານທີ່ຮອງຜູ້ອໍານວຍການ ນປນຄ ຜູ້ເກົ່າ ຍາດມາໄດ້ໃນໄລຍະຜ່ານມາ ແລະ ສະແດງຄວາມຊົມເຊີຍຮອງຜູ້ອໍານວຍການ ນປນຄ ທີ່ມາຮັບໜ້າທີ່ໃໝ່ ພ້ອມທັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງນໍ້າ ໂດຍສະເພາະ ນໍ້າສະອາດ (ນໍ້າປະປາ) ທີ່ມີຄວາມຈໍາເປັນ ແລະ ສໍາຄັນ ທີ່ຄົນເຮົາທີ່ບໍ່ສາມາດຂາດໄດ້ ນອກນີ້ ທ່ານຍັງໄດ້ເນັ້ນໃຫ້ ນປນຄ ສືບຕໍ່ເອົາໃຈໃສ່ບາງບັນຫາ ເປັນຕົ້ນ ບັນຫາໜີ້ສິນຂອງພາກລັດ ການປັບປຸງໂຄງສ້າງລາຄານໍ້າປະປາ ການຈໍາກັດລາຍຈ່າຍທີ່ບໍ່ຈໍາເປັນ ການຄຸ້ມຄອງນໍ້າເສຍໃຫ້ຫຼຸດລົງໃຫ້ຫຼາຍທີ່ສຸດ ການແກ້ໄຂໜີ້ສິນເງິນກູ້ ແລະ ບັນຫາອື່ນໆອີກ ເພື່ອໃຫ້ທຸລະກິດສາມາດດໍາເນີນໄປໄດ້ ແລະ ມີກໍາໄລຫຼາຍຂຶ້ນ ກ້າວໄປເຖິງການເປັນລັດວິສາຫະກິດທີ່ມີປະສິດທິຜົນໃນຕໍ່ໜ້າ.

# ຂ່າວ – ພາບ : ສະບາໄພ

error: Content is protected !!