ອິນເດຍ ຈະສະໜອງການສຶກສາໃຫ້ແກ່ພະສົງລາວໄປສຶກສາທີ່ປະເທດອິນເດຍ

    ກຳມາທິການການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ແລະ ກຸ່ມບໍລິສັດ HSMM GROUP ໂດຍຜ່ານມູນນິທິ J.F. FOUNDATION ປະເທດອິນເດຍ ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນການອຸປະຖຳທຶນການສຶກສາໃຫ້ແກ່ພະສົງລາວເພື່ອໄປສຶກສາຕໍ່ຢູ່ທີ່ປະເທດອິນເດຍ ປີລະ 2 ທຶນ ໄລຍະປີ 2022-2032 ໃນວັນທີ 15 ກັນຍາ 2022 ທີ່ຫໍທຳມະສະພາ ຕາງໜ້າລົງນາມໂດຍພະອາຈານໃຫຍ່ ປອ ດຳລົງ ພິມມະຈັກ ຫົວໜ້າກຳມາທິການຕ່າງປະເທດສູນກາງ ອພສ ແລະ ທ່ານ ສຸກທະວີ ໂຈທຸຣີ ປະທານກຸ່ມບໍລິສັດ HSMM GROUP ມີພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານ ອພສ ພ້ອມດ້ວຍຮອງປະທານ ອພສ ຫົວໜ້າຫ້ອງການບໍລິຫານສູນ ອພສ ຫົວໜ້າກຳມາທິການປົກຄອງສົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ເອກອັກຄະລັດຖະທູດອິນເດຍປະຈຳລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ກຸ່ມບໍລິສັດ HSMM GROUP ໂດຍຜ່ານມູນນິທິ J.F. FOUNDATION ຈະເປັນຜູ້ອຸປະຖຳທຶນການສຶກສາໃຫ້ແກ່ພະສົງລາວເພື່ອໄປສຶກສາຕໍ່ຢູ່ທີ່ປະເທດອິນເດຍປີລະ 2 ທຶນ ໃນລະດັບປະລິນຍາຕີ ໂທ ແລະ ປະລິນຍາເອກ ຕາມສາຂາວິຊາຮຽນຂອງຕົນ ຄ່າໃຊ້ຈ່າຍທັງໝົດ ເຊັ່ນ ຄ່າການເດີນທາງໄປ ແລະ ກັບ ຄ່າທີ່ພັກອາໄສ ຄ່າຄອງຊີບ ຄ່າເທີມຮຽນ ຄ່າທໍານຽມນັກສຶກສາຕ່າງຊາດ ຄ່າວີຊ່ານັກສຶກສາ ແລະ ສະຫວັດດີການອື່ນໆ (ເງິນໃຊ້ຈ່າຍສ່ວນຕົວແຕ່ລະເດືອນ) ແມ່ນມອບໃຫ້ຜູ້ອຸປະຖຳທຶນການສຶກສາເປັນຜູ້ຮັບຜິດຊອບ ການປະສານງານ ແລະ ສະໝັກເຂົ້າສຶກສາຕໍ່ທີ່ມະຫາວິທະຍາໄລຢູ່ປະເທດອິນເດຍ ກຸ່ມບໍລິສັດ HSMM GROUP ເປັນຜູ້ຕິດຕໍ່ປະສານງານ ແລະ ອອກວີຊ່າຕາມລະບຽບການຈົນກວ່າຈະສໍາເລັດການສຶກສາ ສະຖານການສຶກສາທີ່ຈະໄປສຶກສາຕໍ່ຢູ່ຕ້ອງເປັນມະຫາວິທະຍາໄລທີ່ຂຶ້ນກັບການບໍລິຫານຂອງລັດຖະບານອິນເດຍ ການນໍາສົ່ງພະສົງລາວເພື່ອໄປສຶກສາຕໍ່ຢູ່ອິນເດຍໃນແຕ່ລະປີ ຜູ້ອຸປະຖຳທຶນການສຶກສາເປັນຜູ້ນໍາສົ່ງ ແລະ ຕິດຕາມຢ່າງຕໍ່ເນື່ອງ ການອຸປະຖຳທຶນການສຶກສາໃຫ້ແກ່ພະສົງລາວ ເປັນການອຸປະຖຳດ້ວຍສັດທາໂດຍບໍ່ມີເງື່ອນຕອບແທນຄືນແຕ່ຢ່າງໃດ ພາຍຫຼັງທີ່ສໍາເລັດການສຶກສາແລ້ວ ໄລຍະເວລາການຈັດຕັ້ງປະຕິບັດ 10 ປີ (2022-2032).

# ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!