ສະມາຄົມນັກທຸລະກິດແມ່ຍິງ ມອບເຂົ້າສານຈຳນວນ 463 ເປົາ ໃຫ້ແຂວງອຸດົມໄຊ

    ສະມາຄົມນັກທຸລະກິດແມ່ຍິງ ນຳໂດຍທ່ານ ນາງ ດາລີວັນ ສິດພະໄຊ ແລະ ທ່ານ ດຣ ນາງ ຈັນດາລີ ສິດພະໄຊ ແລະ ບໍລິສັດ ພູນເງິນ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະ ໄດ້ນຳເຂົ້າສານ ຈຳນວນ 463 ເປົາ (5.556 ກິໂລ) ມູນຄ່າ 50 ລ້ານກີບ ມອບໃຫ້ແກ່ປະຊາຊົນແຂວງອຸດົມໄຊ ທີ່ໄດ້ຮັບຜົນ ກະທົບຈາກໄພທຳມະຊາດ ຕາງໜ້າຮັບໂດຍທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງ ສາທາລະນະສຸກ ມີທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍທ່ານຫົວໜ້າກົມ ຫົວໜ້າພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.   

    ພິທີມອບ-ຮັບເຂົ້າສານ ຈຳນວນດັ່ງກ່າວ ຈັດຂຶ້ນວັນທີ 15 ກັນຍາ 2022 ທີ່ກະຂວງສາທາລະນະສຸກ  ເຊິ່ງຈະໄດ້ນຳໄປຊ່ວຍເຫຼືອບັນເທົາທຸກໃຫ້ແກ່ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດຢູ່ 3 ເມືອງ ຄື: ເມືອງໄຊ ນາໝໍ້ ແລະ ເມືອງຫຼາ ແຂວງອຸດົມໄຊ ສ່ວນການຂົນສົງຄັ້ງນີ້ ແມ່ນບໍລິສັດຂົນສົ່ງມີໄຊ ເປັນຜູ້ດຳເນີນການຈັດສົ່ງໃຫ້ໂດຍບໍ່ເສຍຄ່າ ທ່ານ ພູທອນ ໝັ້ນມະໂນ ຫົວໜ້າພະແນກຝ່າຍບໍລິການ ຂົນສົ່ງຂອງບໍລິສັດ ມີໄຊ ແຈ້ງໃຫ້ຊາບວ່າ: ເພື່ອເປັນການປະກອບສ່ວນ ທາງບໍລິສັດຮັບອາສາເປັນຜູ້ຈັດ ສົ່ງເຂົ້າສານຈຳນວນດັ່ງກ່າວໃຫ້ເຖິງຈຸດໝາຍ ຄິດເປັນມູນຄ່າປະມານ 6 ລ້ານກີບ.

    ໂອກາດນີ້ ທ່ານ ດຣ ໄພວັນ ແກ້ວປະເສີດ ໄດ້ກ່າວສະແດງຄວາມຂອບໃຈມາຍັງສະມາຄົມນັກທຸລະ ກິດແມ່ຍິງ ກໍຄືຄະນະຜູ້ບໍລິຫານທຸກທ່ານ ແລະ ບໍລິສັດ ພູນເງິນ ການຄ້າ ຈຳກັດຜູ້ດຽວ ລວມທັງທຸກພາກ ສ່ວນທີ່ໃຫ້ການຊ່ວຍເຫຼືອຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການແກ້ໄຂບັນເທົາທຸກແກ່ພໍ່ ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ແລະ ຫວັງວ່າຈະໄດ້ຮັບການຊຸກຍູ້ຈາກບັນດາທ່ານອີກໃນໂອກາດໜ້າ ພ້ອມອວຍພອນໃຫ້ທຸກພາກສ່ວນທີ່ມີສ່ວນຮ່ວມໃນຄັ້ງນີ້ ຈົ່ງມີສຸຂະພາບເຂັ້ມແຂງ ປະສົບຜົນສຳ ເລັດໃນໜ້າທີ່ການງານ ປະກອບກິດຈະການຄ້າຂາຍໃດໆ ກໍຂໍໃຫ້ຈະເລີນກ້າວໜ້າ.

    ໂອກາດດຽວກັນ ທ່ານ ນາງ ດາລີວັນ ສິດພະໄຊ ຕາງໜ້າໃຫ້ຄະນະ ໄດ້ສະແດງຄວາມຂອບໃຈ ຍິນດີ ທີ່ໄດ້ມີສ່ວນຮ່ວມໃນການຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງການຊ່ວຍເຫຼືອຄັ້ງນີ້ ແມ່ນການຮີບໂຮມນ້ຳໃຈຈາກ ບັນດາຄະນະຜູ້ບໍລິຫານສະມາຄົມນັກທຸລະກິດແມ່ຍິງ ບໍລິສັດ ພູນເງິນ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ ດຽວ ພ້ອມດ້ວຍສະມາຊິກຂອງສະມາຄົມນັກທຸລະກິດແມ່ຍິງ ເພື່ອພ້ອມກັນນຳເອົາການຊ່ວຍເຫຼືອມາປະ ກອບສ່ວນໃນຄັ້ງນີ້ ແລະ ຫວັງວ່າ ການຊ່ວຍເຫຼືອຄັ້ງນີ້ ຈະຊ່ວຍແບ່ງເບົາ ບັນເທົາທຸກໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດຄັ້ງນີ້ ເຊິ່ງທາງສະມາຄົມເອງ ແມ່ນຍັງຢືດໝັ້ນອຸດົມການໃນການ ປະກອບສ່ວນຊ່ວຍເຫຼືອສັງຄົມ ທັງທີ່ຜ່ານມາ ແລະ ໃນຕໍ່ໜ້າ ເພື່ອພ້ອມກັນພັດທະນາຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ.

error: Content is protected !!