ໂຄງການສ້າງໂອກາດການມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ

    ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການແຮງງານສາກົນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສ້າງໂອກາດການມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ການພັດທະນາເສດຖະກິດທ້ອງຖິ່ນ ເພື່ອຕອບໂຕ້ຜົນກະທົບຂອງພະຍາດໂຄວິດ ໃນວັນທີ 15 ກັນຍາ 2022 ທີ່ນະຄອນຫຼວງວຽງຈັນ ພ້ອມມອບອຸປະກອນຫ້ອງການ ໃນໂຄງການສ້າງໂອກາດການມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ສາມາດເຊື່ອມໂຍງເຂົ້າໃນການພັດທະນາເສດຖະກິດທ້ອງຖິ່ນ ເພື່ອຕອບໂຕ້ຜົນກະທົບຂອງພະຍາດໂຄວິດ-19 ຮ່ວມເຊັນບົດບັນທຶກ ລະຫວ່າງທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ແລະ ທ່ານ ວຽງປລາສິດ ທິພາສຸດາ ຜູ້ປະສານງານອົງການແຮງງານສາກົນ ປະຈຳລາວ ໂດຍມີທ່ານ ລີປ່າວ ຢາງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ເຄນິຊິ ໂກບາຍາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານນາງ ອານຸສອນ ຄຳສິງສະຫວັດ ກ່າວວ່າ: ພິທີເຊັນບົດບັນທຶກ ແລະ ມອບ-ຮັບອຸປະກອນຄັ້ງນີ້ ເປັນກິດຈະກຳ ໃນໂຄງການສ້າງໂອກາດການມີວຽກເຮັດງານທຳໃຫ້ແກ່ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ສາມາດເຊື່ອມເຂົ້າໃນການພັດທະນາເສດຖະກິດຂອງທ້ອງຖິ່ນ ເພື່ອຕອບໂຕ້ຜົນກະທົບຂອງພະຍາດໂຄວິດ-19 ພາຍໃຕ້ແຜນງານຮ່ວມມື ອົງການແຮງງານສາກົນ ແລະ ປະເທດຍີ່ປຸ່ນ ສະພາບການລະບາດຂອງພະຍາດໂຄວິດ-19 ຜ່ານມາ ໄດ້ສົ່ງຜົນກະທົບຕໍ່ການມີວຽກເຮັດງານທຳຂອງແຮງງານລາວໃນທົ່ວປະເທດ ດັ່ງນັ້ນ ການເຊັນບົດບັນທຶກຄັ້ງນີ້ ຖືເປັນການຜັນຂະຫຍາຍນະໂຍບາຍ ທິດທາງ ແລະ ແຜນງານຂອງວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໄລຍະ 2021-2025 ແລະ ວາລະແຫ່ງຊາດເພື່ອພັດທະນາສີມືແຮງງານໃນຂອບເຂດທົ່ວປະເທດ ເຂົ້າສູ່ຕຳແໜ່ງງານໃໝ່ ແລະ ການປະກອບອາຊີບ 15.000 ຄົນ ທົດສອບມາດຕະຖານສີມືແຮງງານແຫ່ງຊາດໃຫ້ໄດ້ 1.700 ຄົນ ສົ່ງເສີມການຈັດຫາວຽກເຮັດງານທຳໃນຕະຫຼາດແຮງງານຕາມຂະແໜງການເສດຖະກິດໃນຕົວເມືອງ-ຊົນນະບົດ ຢູ່ພາຍໃນ ແລະ ຕ່າງປະເທດ 392.197 ຄົນ.     ທ່ານ ວຽງປລາສິດ ທິພາສຸດາ ກໍໄດ້ກ່າວວ່າ: ແຜນງານນີ້ ເປັນໜຶ່ງໃນໂຄງການຂອງອົງການແຮງງານສາກົນ ທີ່ໄດ້ຮັບທຶນຈາກລັດຖະບານຍີ່ປຸ່ນ ເພື່ອຈັດຕັ້ງປະຕິບັດໃນ 3 ແຂວງຂອງລາວຄື: ນະຄອນຫຼວງວຽງຈັນ ສະຫວັນນະເຂດ ແລະ ແຂວງຈຳປາສັກ ໄລຍະເວລາ 1 ປີ ມູນຄ່າ 848.937 ໂດລາສະຫະລັດ ປະມານ 13,4 ຕື້ກີບ ໂດຍການເຫັນດີຂອງບັນດາຄູ່ຮ່ວມງານ 3 ຝ່າຍ ພາຍໃຕ້ການຊີ້ນຳ-ນຳພາຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອສ້າງໂອກາດການມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ການເຊື່ອມເຂົ້າໃນການພັດທະນາເສດຖະກິດຂອງທ້ອງຖິ່ນ ແນໃສ່ຕອບໂຕ້ຕໍ່ຜົນກະທົບຂອງພະຍາດໂຄວິດ-19 ຈະຊ່ວຍໃຫ້ແຮງງານເຄື່ອນຍ້າຍທີ່ກັບຄືນປະເທດ ຜູ້ປະກອບການທຸລະກິດຂະໜາດກາງ ຂະໜາດນ້ອຍ ແລະ ຈຸນລະວິສາຫະກິດ ໄດ້ຮັບການຟື້ນຟູຈາກຜົນກະທົບຂອງໂຄວິດ ໃນພິທີດັ່ງກ່າວ ຍັງໄດ້ມອບເຄື່ອງອຸປະກອນຫ້ອງການໃຫ້ກະຊວງ ມູນຄ່າ 34.350 ໂດລາ ປະມານ 545,7 ລ້ານກີບ ໂດຍຕາງໜ້າມອບໂດຍແມ່ນ ທ່ານ ເຄນິຊິ ໂກບາຍາຊິ ແລະ ຮັບໂດຍ ທ່ານ ລີປ່າວ ຢາງ.

error: Content is protected !!