ກອງປະຊຸມຫຼາຍຝ່າຍ ກ່ຽວກັບການລົງທຶນດ້ານກະສິກຳ ແລະ ປ່າໄມ້ ທີ່ມີຄວາມຮັບຜິດຊອບ (RAI) ຂັ້ນສູນກາງ ຈັດຂຶ້ນໃນວັນທີ 15 ກັນຍາ 2022 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ວັນທະນາ ນໍລິນທາ ຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມແຜນການ ແລະ ການເງິນ ກະຊວງກະສິກຳ ແລະ ປ່າໄມ້ ທ່ານນາງ Cristina Seeberg ຜູ້ຮັບຜິດຊອບການຮ່ວມມືເພື່ອການພັດທະນາສະຖານທູດເຢຍລະມັນ ທ່ານນາງ Cecile Leroy ຜູ້ຕາງໜ້າຈາກສະຫະພາບເອີຣົບ (EU) ມີບັນດາທ່ານຜູ້ຕາງໜ້າຈາກພາກສ່ວນຕ່າງໆ ທັງພາກລັດ ພາກເອກະຊົນ ພາກສ່ວນອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ.

ທ່ານ ວັນທະນາ ນໍລິນທາ ກ່າວວ່າ:ເນື່ອງຈາກຄວາມກັງວົນຕໍ່ບັນຫາການຈັບຈ່ອງທີ່ດິນ ແລະ ການຈັດຫາທີ່ດິນຂະໜາດໃຫຍ່ ພາກລັດ ແລະ ບໍລິສັດຕ່າງໆໃນທົ່ວໂລກ ໄດ້ເລີ່ມຊອກຫາຮູບແບບການລົງທຶນດ້ານທີ່ດິນ ທີ່ມີຄວາມສ່ຽງຕ່ຳ ແລະ ຍືນຍົງຫຼາຍຂຶ້ນ ຄວາມເປັນຫ່ວງທີ່ນັບມື້ນັບເພີ່ມຂຶ້ນນີ້ ໄດ້ເຮັດໃຫ້ຜູ້ກ່ຽວຂ້ອງຈາກຫຼາຍພາກສ່ວນໄດ້ອອກມາດຕະຖານສາກົນ ເພື່ອຍົກສູງຄວາມສຳຄັນຂອງການລົງທຶນກະສິກຳຢ່າງມີຄວາມຮັບຜິດຊອບ (RAI) ແລະ ຄວາມເຊື່ອມໂຍງລະຫວ່າງ RAI ກັບການບໍລິຫານຄຸ້ມຄອງທີ່ດິນທີ່ດີ ແລະ ການຄໍ້າປະກັນທາງດ້ານສິດໃນການຄອບຄອງນໍາໃຊ້ທີ່ດິນ ດັ່ງນັ້ນ ເພື່ອເປັນການພັດທະນາທີ່ຍືນຍົງ ມັນບໍ່ພຽງແຕ່ຈະຮັບປະກັນແຕ່ການລົງທຶນທີ່ເພີ່ມຂຶ້ນເທົ່ານັ້ນ ແຕ່ຕ້ອງຮັບປະກັນໃຫ້ການລົງທຶນທີ່ດີກວ່າເກົ່າ ນີ້ແມ່ນເຫດຜົນທີ່ຄະນະກຳມະການດ້ານຄວາມໝັ້ນຄົງດ້ານສະບຽງອາຫານໂລກ ໄດ້ຄົ້ນຄ້ວາ ແລະ ຮັບຮອງເອົາຫຼັກການສຳລັບການລົງທຶນທີ່ມີຄວາມຮັບຜິດຊອບໃນລະບົບກະສິກຳ ແລະ ອາຫານ ໃນປີ 2014 ແລະ ບັນດາລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ອາຊຽນ ໄດ້ຮັບຮອງເອົາບົດແນະນໍາ ວ່າດ້ວຍການສົ່ງເສີມການລົງທຶນຢ່າງມີຄວາມຮັບຜິດຊອບ ໃນດ້ານສະບຽງອາຫານ ກະສິກຳ ແລະ ປ່າໄມ້ ເພື່ອເປັນເຄື່ອງມືໃນການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການລົງທຶນທີ່ມີຄວາມຮັບຜິດຊອບດ້ານກະສິກຳ ປ່າໄມ້ ແລະ ສະບຽງອາຫານ.

ສໍາລັບ ສປປ ລາວ ແມ່ນໜຶ່ງໃນປະເທດສະມາຊິກອາຊຽນ ທີ່ໄດ້ຮ່ວມລົງນາມຮັບຮອງບົດແນະນໍາວ່າດ້ວຍ ການສົ່ງເສີມການລົງທຶນຢ່າງມີຄວາມຮັບຜິດຊອບໃນດ້ານສະບຽງອາຫານ ກະສິກຳ ແລະ ປ່າໄມ້ ໃນກອງປະຊຸມ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ອາຊຽນ ຄັ້ງທີ 40 ໃນວັນທີ 11 ຕຸລາ 2018 ທີ່ຮ່າໂນ້ຍ ສສ ຫວຽດນາມ.

ປັດຈຸບັນ ມີຫຼາຍພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າຈະເປັນພາກລັດ ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ພວມຮ່ວມກັນຜັນຂະຫຍາຍການຈັດຕັ້ງປະຕິບັດຫຼັກການ RAI ເປັນວົງກ້ວາງ ເພື່ອແນໃສ່ຮັບປະກັນວ່າ ການລົງທຶນໃນດ້ານກະສິກຳ ຈະບັນລຸມາດຕະຖານໂລກ ແລະ ສົ່ງເສີມການລົງທຶນຢ່າງມີຄວາມຮັບຜິດຊອບ ແລະ ຍືນຍົງ ເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານການລົງທຶນທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ ເສດຖະກິດ ແລະ ສິ່ງແວດລ້ອມ ສະນັ້ນ ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ຖືເປັນໂອກາດອັນສໍາຄັນອັນໜຶ່ງ ທີ່ບັນດາທ່ານຈະໄດ້ຮັບຟັງການນໍາສະເໜີກ່ຽວກັບການຈັດຕັ້ງປະຕິບັດບັນດາກິດຈະກຳການສົ່ງເສີມການລົງທຶນດ້ານກະສິກໍາ ແລະ ປ່າໄມ້ ທີ່ມີຄວາມຮັບຜິດຊອບ ແລະ ແລກປ່ຽນປະສົບການຕົວຈິງ ທີ່ຈັດຕັ້ງປະຕິບັດຢູ່ ສປປ ລາວ ໂດຍສະເພາະ ການຈັດຕັ້ງປະຕິບັດດ້ານລະບຽບຫຼັກການ ນະໂຍບາຍ ແລະ ການນໍາໃຊ້ເຄື່ອງມືຕ່າງໆ ເຊັ່ນ: ການປະເມີນຜົນກະທົບສິ່ງແວດລ້ອມ ແລະ ສັງຄົມ ການມີສ່ວນຮ່ວມຂອງຊຸມຊົນ ກົນໄກການຮ້ອງທຸກ ການເຊົ່າທີ່ດິນ ສັນຍາກະສິກຳ ລວມທັງຊອກຫາວິທີການໃນການເສີມສ້າງຄວາມເຂັ້ມແຂງດ້ານການຮ່ວມມືກັນ ລະຫວ່າງບັນດາຂະແໜງການຂອງລັດ ພາກສ່ວນທຸລະກິດ ຊຸມຊົນ ອົງການຈັດຕັ້ງທາງສັງຄົມ ແລະ ຄູ່ຮ່ວມພັດທະນາ ທີ່ຕິດພັນກັບວຽກງານການລົງທຶນດ້ານກະສິກຳ ແລະ ປ່າໄມ້ ໃຫ້ມີແນວທາງການປັບປຸງການຈັດຕັ້ງປະຕິບັດ ປັບປຸງບັນດາຊ່ອງຫວ່າງທີ່ມີຢູ່ ແລະ ການປະເຊີນໜ້າໃນການແກ້ໄຂບັນດາສິ່ງທ້າທ້າຍຕ່າງໆທີ່ເກີດຂຶ້ນໃນປັດຈຸບັນ ແລະ ອະນາຄົດຕໍ່ໜ້າ.