ການ​ນຳ​ຂັ້ນ​ສູງ ສ​ປ​ປ ລາວ ຕ້ອນຮັບປະ​ທານ​ສະ​ພາ ກຳປູເຈຍ

    ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ ສົມ​ເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງຊໍາຣິນ ປະທານສະພາແຫ່ງຊາດແຫ່ງລາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ ໃນວັນທີ 14 ກັນຍາ 2022 ທີ່ຫ້ອງວ່າການສູນກາງພັກ ໃນໂອກາດເດີນທາງມາຢ້ຽມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 14-16 ກັນຍາ 2022.

    ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຕ້ອນຮັບ ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສ​ປ​ປ ລາວ ແລະ ກຳ​ປູ​ເຈຍ ກໍ​ຄື​ສ​ະ​ພາ​ແຫ່ງ​ຊາດແຫ່ງ ສ​ປ​ປ ລາວ ແລະ ສະ​ພາ​ແຫ່ງ​ຊາດແຫ່ງລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍໃຫ້​ຂະ​ຫຍາຍ​ຕົວ​ຍິ່ໆ​ຂຶ້ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນຕະຫຼອດໄປ.

    ສົມ​ເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງຊໍາຣິນ ໄດ້ຕາງໜ້າຄະນະ ສະແດງຄວາມຂອບໃຈຕໍ່ທ່ານ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມດີໃຈທີ່ເຫັນວ່າການພົວພັນຮ່ວມມືລະຫວ່າງສອງປະເທດ ກໍາປູເຈຍ-ລາວ ສືບຕໍ່ມີການພັດທະນາຢ່າງຕໍ່ເນື່ອງໃນຂົງເຂດຕ່າງໆ ນອກຈາກນີ້ ຍັງໄດ້ລາຍງານຫຍໍ້ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະ ການພົບປະສອງຝ່າຍກັບສະພາແຫ່ງຊາດ ແຫ່ງ ສ​ປ​ປ ລາວ ທ່ານ​ປະ​ທານ​ປະ​ເທດ ໄດ້ຮັບຊາບ.

    ໃນວັນດຽວກັນນີ້ ທີ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ພັນ​ຄໍ​າ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ ກໍ​ໄດ້​ຕ້ອນ​ຮັ ສົມເດັດອັກຄະມະຫາ ໂປເຢຍ ຈັກກຣີ ເຮັງຊໍາຣິນ   ພ້ອມຄະນະ ເຂົ້າຢ້ຽມຢາມພົບປະເຊັ່ນ​ດ​ຽວ​ກັນ ແລະ ໄດ້ສືບຕໍ່ເຂົ້າຮ່ວມພິທີວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມດາວເເດງຮ່ວມກັບທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ເພື່ອສະເເດງຄວາມໄວ້ອາໄລ ກະຕັນຮູ້ບຸນຄຸນ ເເລະ ຈົ່ງຮັກພັກດີຕໍ່ວິລະຊົນເເຫ່ງຊາດ ນັກຮົບເເຂ່ງຂັນ ນາຍ ເເລະ ພົນທະຫານ ເເລະ ປະຊາຊົນລາວບັນດາເຜົ່າ ທີ່ເສຍສະຫຼະເລືອດເນື້ອ ເເລະ ຊີວິດຕໍ່ພາລະກິດຕໍ່ສູ້ກູ້ຊາດ ຍາດເອົາເອກະລາດຈາກພວກຈັກກະພັດຜູ້ຮຸກຮານ ຈົນສາມາດສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975.

error: Content is protected !!