ສະພາແຫ່ງຊາດລາວ ແລະ ລາຊະອານາຈັກກໍາປູເຈຍ ເສີມຂະຫຍາຍການຮ່ວມມື

    ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງຊໍາຣິນ ປະທານສະພາແຫ່ງຊາດແຫ່ງລາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 14-16 ກັນຍາ 2022 ເຊິ່ງພີທີຕ້ອນຮັບ ໄດ້ຈັດຂື້ນຢ່າງສົມກຽດຢູ່ເດີ່ນສະໜາມຫຼວງໜ້າຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ນໍາໂດຍທ່ານ ໄຊສົມພອນ ພົມວິຫານ ປະທານສະພາເເຫ່ງຊາດລາວ ພ້ອມດ້ວຍຄະນະຜຸ້ເເທນຂັ້ນສູງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການແລ້ວ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງສອງປະທານສະພາແຫ່ງຊາດລາວ-ກໍາປູເຈຍ ກໍາປູເຈຍ-ລາວ ໃນການພົບປະດັ່ງກ່າວ ສອງຝ່າຍ ໄດ້ພ້ອມກັນປຶກສາຫາລືກັນຫຼາຍບັນຫາສໍາຄັນ ເປັນຕົ້ນ ສອງ​ຝ່າຍ​ໄດ້ຕີລາຄາຄືນກ່ຽວກັບສະພາບການພົວພັນຮ່ວມມືລະຫວ່າງສອງປະເທດລາວ-ກຳປູເຈຍ ກໍຄືການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ໃນໄລຍະຜ່ານມາ ແລະ ເປັນເອກະພາບກັນຕໍ່ກັບທິດທາງແຜນການໃນຕໍ່ໜ້າ ສອງຝ່າຍຈະສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທີ່ສອງປະທານສະພາແຫ່ງຊາດໄດ້ລົງນາມຮ່ວມກັນ ໃນປີ 2019 ໃຫ້ມີປະສິດທີຜົນຫຼາຍຂື້ນກວ່າເກົ່າ ສືບຕໍ່ການແລກປ່ຽນຄະນະຜູ້ແທນນຳກັນໃນທຸກລະດັບ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ ການສະໜັບສະໜູນກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

    ໃນເວລາພົບປະສອງຝ່າຍ ໄດ້ເປັນເອກະພາບທີ່ຈະຮ່ວມມືກັນຊຸກຍູ້ ແລະ ສົ່ງເສີມໃຫ້ຂະແໜງການທີ່ກ່ຽວຂ້ອງຂອງລັດຖະບານຂອງສອງປະເທດ ຈັດຕັ້ງປະຕິບັດບັນດາສັນຍາ ສົນທິສັນຍາ ແລະ ຂໍ້ຕົກລົງທີ່ໄດ້ລົງນາມຮ່ວມກັນໃຫ້ໄດ້ຮັບປະສິດຜົນສູງ ໂດຍສະເພາະແມ່ນການຊຸກຍູ້ລັດຖະບານ ທັງສອງປະເທດມີການບັນລຸການເຊັນສົນທິສັນຍາວ່າດ້ວຍເສັ້ນຊາຍແດນທີ່ໄດ້ປັກຫຼັກໝາຍສຳເລັດ 86% ແລະ ສືບຕໍ່ເຮັດໃຫ້ເສັ້ນຊາຍແດນສອງປະເທດ ເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາຢ່າງຍືນຍົງ.

    ໂອກາດນີ້ ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍບົດຮຽນອັນອຸດົມສົມບູນ ຂອງປະທານສະພາແຫ່ງຊາດແຫ່ງລາຊະອານາຈັກກຳປູເຈຍ ຝ່າຍກຳປູເຈຍຈະແລກປ່ຽນບົດຮຽນໃນການເປັນປະທານໄອປາ (AIPA) ຄັ້ງທີ 43 ເຊິ່ງຈະຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ ໃນເດືອນພະຈິກ 2022 ພ້ອມກັນນີ້ ສະພາແຫ່ງຊາດລາວ ມີຄວາມຍິນດີທີ່ຈະເຂົ້າຮ່ວມ ແລະ ສະໜັບສະໜູນສະພາແຫ່ງຊາດກໍາປູເຈຍ ເປັນເຈົ້າພາບກອງປະຊຸມ AIPA ຄັ້ງທີ 43 ແລະ ກອງປະຊຸມປິ່ນອ້ອມອື່ນໆທີ່ສໍາຄັນຕື່ມອີກ.

    ຫຼັງຈາກພົບປະສອງຝ່າຍສຳເລັດແລ້ວ ໄດ້ສືບຕໍ່ຮ່ວມກັນປູກຕົ້ນໄມ້ທີ່ລະນຶກ ຢູ່ສວນຂ້າງຫໍສະພາແຫ່ງຊາດ ແລະ ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດລາວ ໄດ້ສືບຕໍ່ພົບປະກັບຄູ່ຮ່ວມຕໍາແໜ່ງຂອງສະພາແຫ່ງຊາດກຳປູເຈຍ ແລະ ສອງປະທານຄະນະມິດຕະພາບລັດຖະສະພາ ລາວ-ກໍາປູເຈຍ ກຳປູເຈຍ-ລາວ ໄດ້ພົບປະສອງຝ່າຍຮ່ວມກັນຕື່ມອີກ ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍໃຫ້ນັບມື້ແຕກອອກອອກຜົນຍີ່ງໆຂຶ້ນ ເເລະ ໃຫ້ມີຄວາມເລິກເຊິ່ງຫຼາຍຂື້ນກວ່າເກົ່າ.

error: Content is protected !!