ສອງກອງທັບ ລາວ-ກໍາປູເຈຍ ເພີ່ມທະວີການພົວພັນຮ່ວມມື

    ໃນລະຫວ່າງວັນທີ 13-16 ກັນຍາ 2022 ທ່ານ ສົມເດັດ ປີໄຈເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງລາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເຊິ່ງພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນ ທີ 14 ກັນຍາ 2022 ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.

    ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ ສອງຝ່າຍໄດ້ພົບປະແລກປ່ຽນ ຕີລາຄາຄືນສະພາບວຽກງານດ້ານຕ່າງໆທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ບົນພື້ນຖານທີ່ມີມູນເຊື້ອສາຍພົວພັນອັນດີງາມ ລະຫວ່າງສອງຊາດ ກໍຄືສອງກອງທັບ ລາວ-ກຳ ປູເຈຍ ກຳປູເຈຍ-ລາວ ເຖິງວ່າສະພາບການຜັນແປຂອງໂລກຈະພົບຄວາມຫຍຸ້ງຍາກສັບສົນແນວໃດກໍຕາມ ໃນໄລຍະຜ່ານມາ ສອງກອງທັບ ລາວ-ກຳປູ ເຈຍ ກຳປູເຈຍ-ລາວ ຍາມໃດກໍມີການເພີ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນ ຢ່າງແໜ້ນແຟ້ນ ໂດຍສະເພາະວຽກງານຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ ກໍາປູເຈຍ- ລາວ ການໄປມາ-ຫາສູ່ ຊ່ວຍເຫຼຶອເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນສອງຊາດ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ສອງຝ່າຍຍັງໄດ້ຕີລາຄາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕໍ່ສະພາບການພັດທະນາຂອງສອງປະເທດ ແລະ ສອງຝ່າຍໄດ້ຮ່ວມກັນປຶກສາຫາລື ເພີ່ມທະວີການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ການແລກປ່ຽນຄະນະຜູ້ແທນຂອງທັງສອງຝ່າຍ ແລະ ການພົວພັນຮ່ວມມືທາງດ້ານການພັດທະນາເສດຖະກິດລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບລາຊະອານາຈັກກຳປູເຈຍ ໂດຍສະເພາະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກໍາປູເຈຍ ກຳປູເຈຍ-ລາວ ສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນມີຄວາມສະຫງົບສຸກໂດຍພື້ນຖານ ສືບຕໍ່ແລກປ່ຽນຢ້ຽມຢາມສິລະປະວັດທະນະທຳ ແລະ ກີລາ ສົມທົບແລກປ່ຽນຂໍ້ມູນຂ່າວສານ ແລະ ສະກັ້ນກັດກຸ່ມຄົນບໍ່ຫວັງດີ ທີ່ມ້າງເພທຳລາຍສາຍພົວພັນອັນດີງາມລະຫວ່າງສອງຊາດ ລາວ-ກຳປູເຈຍ ຮ່ວມກັນແກ້ໄຂບັນຫາການລັກລອບເຂົ້າເມືອງຜິດກົດໝາຍ ອາດຊະຍາກຳຂ້າມຊາດ ການຄ້າມະນຸດ ການຄ້າຂາຍເຖື່ອນ ແລະ ການກໍ່ອາດຊະຍາກຳຕ່າງໆທີ່ຜິດກົດໝາຍ.

    ນອກຈາກນັ້ນ ສອງຝ່າຍເຫັນດີສືບຕໍ່ຮ່ວມມືໃນວຽກງານດ້ານການຊ່ວຍເຫຼືອມະນຸດສະທໍາ ການຕ້ານໄພພິບັດທາງທຳມະຊາດ ແລກປ່ຽນເຝິກຊ້ອມໄພພິບັດ 3 ກອງທັບ ລາວ-ກຳປູເຈຍ-ຫວຽດນາມ ລວມທັງບັນຫາອື່ນໆ ທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນ.

    ໃນໂອກາດເດີນທາງມາຢ້ຽມຢາມມິດຕະພາບຢູ່ ສປປ ລາວ ໃນຄັ້ງນີ້ ທ່ານ ສົມເດັດ ປີໄຈເສນາ ເຕຍບັນ ພ້ອມດ້ວຍຄະນະ ຍັງຈະໄດ້ເຂົ້າຮ່ວມຮັບຊົມການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ກຳປູເຈຍ-ຫວຽດນາມ) ທີ່ວິທະຍາຄານພະລາທິການ (ນ້ຳຫຸມ) ເຂົ້າຮ່ວມພົບປະລະຫວ່າງ 3 ລັດ ຖະມົນຕີກະຊວງປ້ອງກັນປະເທດ ລາວ-ກຳປູເຈຍ-ຫວຽດນາມ ແລະ ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ).

error: Content is protected !!