ລາວ-ຫວຽດນາມ-ກຳປູເຈຍ ພົບປະ 3 ຝ່າຍ ປຶກສາຫາລືກ່ຽວກັບການປັບປຸງກໍ່ສ້າງກໍາລັງ

    ກອງປະຊຸມພົບປະ 3 ຝ່າຍ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດລາວ-ຫວຽດນາມ-ກຳປູເຈຍ ຈັດຂຶ້ນວັນທີ 14 ກັນຍາ 2022 ທີ່ນະຄອນຫຼວງວຽງຈັນ ຝ່າຍລາວນຳໂດຍທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ຝ່າຍຫວຽດນາມນຳໂດຍທ່ານ ຟານ ວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ແລະ ຝ່າຍກຳປູເຈຍນຳໂດຍທ່ານ ສົມເດັດ ປີໄຈເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທແຫ່ງລາຊະອານາຈັກກຳປູເຈຍ ມີບັນດາຄະນະນາຍທະຫານຂັ້ນສູງ 3 ປະເທດເຂົ້າຮ່ວມ.

    ກອງປະຊຸມພົບປະ 3 ຝ່າຍຄັ້ງນີ້ ໄດ້ຕີລາສະພາບວຽກງານ ແລະ ການພັດທະນາປະເທດໃນໄລຍະຜ່ານມາ ແລະ ສະແດງຄວາມຊົມເຊີຍເຊິ່ງກັນ ແລະ ກັນ ຕໍ່ຜົນສຳເລັດໃນບັ້ນເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ກໍາປູເຈຍ-ລາວ-ຫວຽດນາມ) ທີ່ກອງທັບປະຊາຊົນລາວເປັນເຈົ້າພາບ ພ້ອມນັ້ນ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບການປັບປຸງກໍ່ສ້າງກໍາລັງ ການຈັດກອງປະຊຸມພົບປະ 3 ລັດຖະມົນຕີ ໂດຍຜັດປ່ຽນກັນເປັນເຈົ້າພາບ ເພື່ອສືບຕໍ່ຍົກສູງຂີດຄວາມສາມາດໃຫ້ 3 ກໍາລັງກອບກູ້ໄພພິບັດທໍາມະຊາດໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕໍ່ຜົນກະທົບຈາກໄພທໍາມະຊາດທີ່ອາດຈະເກີດຂື້ນ ປຶກສາຫາລືວຽກງານການສະກັດກັ້ນການລັກລອບເຂົ້າເມືອງຜິດກົດໝາຍ ອາດຊະຍາກໍາຂ້າມຊາດ ການຄ້າມະນຸດ ການຄ້າຂາຍເຖື່ອນ ການຂົນສົ່ງຢາເສບຕິດ ການຄ້າອາວຸດ ແລະ ການກໍ່ອາດສະຍາກໍາຕ່າງໆທີ່ຜິດກົດໝາຍ ເພື່ອຮ່ວມກັນແກ້ໄຂບັນຫາຕ່າງໆຢ່າງທັນການ ແນໃສ່ຮັດແໜ້ນຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມລະຫວ່າງ 3 ປະເທດ ປຶກສາຫາລືໃຫ້ມີການແລກປ່ຽນກິລາ ແລະ ສິລະປະວັນນະຄະດີລະຫວ່າງ 3 ກອງທັບໄປສະແດງ ເຊິ່ງກັນ ແລະ ກັນ ໂດຍສະເພາະງານສໍາຄັນຂອງຊາດ ຂອງກອງທັບ ໂດຍຜັດປ່ຽນກັນເປັນເຈົ້າພາບ ແລະ ການເຂົ້າຮ່ວມກິດຈະກໍາຕ່າງໆຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັນໃຫ້ມີການຈັດຕັ້ງເປັນປົກກະຕິ.

    ກອງປະຊຸມ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ: ລາວ ຫວຽດນາມ ກໍາປູເຈຍ ແມ່ນ 3 ປະເທດທີ່ມີຊາຍແດນຕິດຈອດກັນ ເປັນ 3 ປະເທດທີ່ເຄີຍຕົກຢູ່ໃນຊະຕາກໍາອັນດຽວກັນ ເຄີຍມີມູນເຊື້ອສາມັກຄີຊ່ວຍເຫຼືອກັນມາແຕ່ດຶກດໍາບັນແບບອ້າຍນ້ອງ ເຄີຍຮ່ວມທຸກຮ່ວມສຸກນໍາກັນຕະຫຼອດມາ ປະຊາຊົນ 3 ຊາດໃນອິນດູຈີນ ເຄີຍຕໍ່ສູ້ຄຽງບ່າຄຽງໄຫຼ່ຕ້ານກັບພວກຈັກກະພັດຕ່າງດ້າວຜູ້ຮຸກຮານໂຕດຽວກັນ ສະນັ້ນ ບໍ່ວ່າຈະຢູ່ໃນສະພາບ ເງື່ອນໄຂໃດ ແລະ ໄລຍະໃດ ພວກເຮົາຈະບໍ່ສາມາດຕັດແຍກອອກຈາກກັນໄດ້ ດ້ວຍເຫດນັ້ນ ກອງທັບ 3 ປະເທດ ແມ່ນເປັນຫຼັກແຫຼ່ງພ້ອມກັນປົກປັກຮັກສາ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຄວາມສາມັກຄີສຸດແສນລໍ້າຄ່າທີ່ເປັນມູນເຊື້ອລະຫວ່າງ 3 ຊາດ 3 ກອງທັບລາວ ຫວຽດນາມ ກໍາປູເຈຍ ນັບມື້ໄດ້ຮັບການເສີມຂະຫຍາຍໃຫ້ຈະເລີນງອກງາມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດລວມຂອງ 3 ຊາດ ກໍຄືຄວາມຢູ່ດີກິນດີຂອງປະຊາຊົນແຕ່ລະປະເທດ ພວກເຮົາຕ້ອງພ້ອມກັນສ້າງເສັ້ນຊາຍແດນ 3 ຊາດຂອງພວກເຮົາໃຫ້ກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະ ການຮ່ວມມືພັດທະນາແບບຢືນຍົງຢ່າງແທ້ຈິງ ບົນຈິດໃຈແຫ່ງຄວາມສາມັກຄີຮັກແພງຂອງສາມຊາດ.

.# ຂ່າວ – ພາບ : ຂັນທະວີ   

error: Content is protected !!