ການນຳຂັ້ນສູງຂອງລາວ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ

    ໃນທີ 14 ກັນຍາ 2022 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ສົມເດັດ ປີໄຈເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ເຂົ້າຮ່ວມຊົມການຝຶກຊ້ອມກູ້ໄພພິບັດ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ) ແຕ່ວັນທີ 13-17 ກັນຍາ 2022 ນີ້.

    ໃນໂອກາດດັ່ງກ່າວ ສະຫາຍ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ກຳປູເຈຍ-ລາວ ກໍຄືສອງກະຊວງປ້ອງກັນປະເທດ ລາວ ແລະ ກຳປູເຈຍ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ເຊິ່ງກັນ ແລະ ກັນຕະຫຼອດໄປ.

    ໂອກາດດຽວກັນນີ້ ສົມເດັດ ປີໄຈເສນາ ເຕຍບັນ ໄດ້ຕາງໜ້າຄະນະສະແດງຄວາມຂອບໃຈມາຍັງ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມດີໃຈທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ກຳປູເຈຍ-ລາວ-ກຳປູເຈຍ ກໍຄືສອງກະຊວງປ້ອງກັນປະເທດ ສືບຕໍ່ຮ່ວມມືກັນຢ່າງຕໍ່ເນື່ອງ ນອກຈາກນີ້ ຍັງໄດ້ລາຍງານໃຫ້ຊາບໂດຍຫຍໍ້ ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະການເຂົ້າຮ່ວມຊົມການເຝິກຊ້ອມກູ້ໄພພິບັດ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ).

error: Content is protected !!