ຈະພັດທະນາໂຄງການກໍ່ສ້າງເສັ້ນທາງລົດໄຟແຂວງສະຫວັນນະເຂດ-ລາວບາວ

    ຈະພັດທະນາໂຄງການກໍ່ສ້າງເສັ້ນທາງລົດໄຟແຂວງສະຫວັນນະເຂດ-ລາວບາວ (ຊາຍແດນລາວ-ຫວຽດນາມ) ໃນຮູບແບບ BOT ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ Jangsu Hengtong Construction Engineering Co.Ltd ຈັດຂຶ້ນວັນທີ 13 ກັນຍາ 2022 ທີ່ໂຮງແຮມແລມມາກ ນະຄອນຫຼວງວຽງຈັນ ເຊິ່ງລົງນາມໃນບົດບັນທຶກລະຫວ່າງທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ໃຕ້ ຄັງ ຟູ (DAI KANG FU) ປະທານ ບໍລິສັດ Jangsu Hengtong Construction Engineering Co.Ltd ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຄີພິຍານ.

    ທ່ານ ສອນສັກ ນ.ຍານຊະນະ ຜູ້ປະສານງານໂຄງການລົດໄຟນະຄອນໄກສອນ ແຂວງສະຫວັນນະເຂດ-ລາວບາວ ໃຫ້ຮູ້ວ່າ: ພາຍຫຼັງທີ່ເຊັນບົດບັນທຶກນີ້ແລ້ວ ທາງບໍລິສັດແມ່ນຈະລົງສຳຫຼວດໂຄງການປະມານ 2 ປີ ຈາກນັ້ນ ແມ່ນຈະເລີ່ມລົງມືການກໍ່ສ້າງເສັ້ນທາງລົດໄຟ 3 ປີ ລວມເປັນ 5 ປີ ໂຄງການກໍ່ສ້າງເສັ້ນທາງລົດໄຟແຕ່ນະຄອນໄກສອນ ແຂວງສະຫວັນນະເຂດ-ລາວບາວ (ຊາຍແດນລາວ-ຫວຽດນາມ) ມີຄວາມຍາວທັງໝົດ 220 ກິໂລແມັດ ລວມມູນຄ່າການກໍ່ສ້າງຈຳນວນ 5.000 ລ້ານໂດລາສະຫະລັດ ເຊິ່ງເສັ້ນທາງລົດໄຟຈະສ້າງເປັນ 2 ເລນຄື: ໄປ ແລະ ກັບ ຄວາມໄວປະມານ 160 ກິໂລແມັດຕໍ່ຊົ່ວໂມງ ຂະໜາດຄວາມກວ້າງຂອງລາງລົດໄຟແມ່ນ 1,435 ແມັດ ເຊິ່ງໃຫ້ບໍລິການຂົນສົ່ງສິນຄ້າ ແລະ ໂດຍສານ ເມື່ອໂຄງການນີ້ກໍ່ສ້າງສຳເລັດ ມັນຈະເຊື່ອມຈອດກັບຊາຍແດນດົງຮ່າ ແຂວງກວງຈິ ຕໍ່ໄປຫາທ່າເຮື່ອມິຕຸ ເຊິ່ງເປັນທ່າເຮືອທີ່ຈະເປີດຂຶ້ນໃໝ່ ເພື່ອເຊື່ອມຕໍ່ໃສ່ເສັ້ນທາງລົດໄຟລາວ-ຫວຽດນາມ ແລະ ຈະເຊື່ອມຈອດກັບປະເທດໄທ ທີ່ແຂວງມຸກດາຫານ ແລະ ແຂວງນະຄອນພະນົມ ເມື່ອໂຄງການນີ້ຫາກສ້າງສຳເລັດໂດຍພື້ນຖານແລ້ວ ມັນຈະນຳຜົນປະໂຫຍດມາໃຫ້ແກ່ກຸ່ມປະເທດອາຊຽນ ແລະ ນຳເສດຖະກິດມາໃຫ້ແກ່ 3 ປະເທດຄື:ລາວ ຫວຽດນາມ ແລະ ໄທ.

    ທ່ານ ສອນສັກ ນ.ຍານຊະນະ ໃຫ້ຮູ້ອີກວ່າ: ຍ້ອນໃນບັນດາກຸ່ມປະເທດອາຊຽນ ເຫັນວ່າການຄິດໄລ່ທາງດ້ານຜົນຕອບແທນທາງດ້ານເສດຖະກິດ ມີປະສິດທິຜົນສູງກວ່າ 12% ຂອງລະດັບຄາດໝາຍສາກົນຂອງເສັ້ນທາງຫວຽດນາມ-ລາວ-ໄທ ດັ່ງກ່າວ ທັງເປັນເສັ້ນເສດຖະກິດຕາເວັນອອກ-ຕາເວັນຕົກ ເຊິ່ງເປັນເສັ້ນທາງລົດໄຟສາຍຂວາງສາຍທຳອິດຂອງປະເທດລາວ ຄາດວ່າເສັ້ນທາງດັ່ງກ່າວນີ້ ຈະບໍ່ມີພົມແດນ ແລະ ສາມາດສ້າງເສດຖະກິດຂອງປະຊາຄົມອາຊຽນ (AEC) ໄດ້ຢ່າງມະຫາສານ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!