ເວທີພົບປະພາກທຸລະກິດແມ່ນໍ້າຂອງ-ສ ເກົາຫຼີ ຄັ້ງທີ 10

    (ຂປລ). ສປປ ລາວ ແລະ ສ ເກົາຫລີ ເປັນເຈົ້າພາບຮ່ວມຈັດກອງປະຊຸມເວທີພົບປະພາກທຸລະກິດແມ່ນໍ້າຂອງ-ສ ເກົາຫຼີ ຄັ້ງທີ 10 ໃນວັນທີ 14 ກັນຍາ 2022 ພາຍໃຕ້ຫົວຂໍ້ “ປັດໄຈຂອງການປ່ຽນແປງຕ່ອງໂສ້ມູນຄ່າເພີ່ມສາກົນ ແລະ ການຫັນປ່ຽນສູ່ດີຈິຕອນ: ຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າຂອງ-ສ ເກົາຫຼີ ” ໂດຍການເປັນປະທານຮ່ວມ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຊອຍ ຢຸງ ຊໍາ (Choi Youngsam) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເກົາຫຼີ ມີຜູ້ຕາງໜ້າຈາກພາກລັດ ແລະ ພາກເອກະຊົນຈາກບັນດາປະເທດແມ່ນໍ້າຂອງ ແລະ ສ ເກົາຫຼີເຂົ້າຮ່ວມ.

    ເວທີພົບປະພາກທຸລະກິດແມ່ນໍ້າຂອງ-ສ ເກົາຫຼີ ຄັ້ງນີ້ ມີຈຸດປະສົງເພື່ອບັນລຸເປົ້າໝາຍຂອງການຮັດແໜ້ນການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ ໃນພາກພື້ນແມ່ນໍ້າຂອງ ແລະ ສ ເກົາຫຼີ ທັງເປັນເວທີທີ່ສ້າງໂອກາດໃຫ້ບັນດາຜູ້ປະກອບການ ກໍຄືພາກທຸລະກິດໄດ້ພົບປະກັບຜູ້ປະກອບການຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ສ ເກົາຫຼີ ເຊິ່ງເປັນໂອກາດອັນດີທີ່ຈະໄດ້ຂະຫຍາຍຕະຫຼາດຂອງ ສປປ ລາວ ອອກສູ່ພາກພື້ນ. ພ້ອມນີ້ ກໍເພື່ອຮັດແໜ້ນການຮ່ວມມື ເພື່ອເປີດໂອກາດໃຫ້ແກ່ພາກລັດ ແລະ ພາກເອກະຊົນ ໄດ້ພົບປະ ແລະ ແລກປ່ຽນຂໍ້ມູນຂ່າວສານ ເພື່ອຮ່ວມກັນວາງທິດທາງຍຸດທະສາດຮັບມືກັບການປ່ຽນແປງຕ່ອງໂສ້ມູນຄ່າເພີ່ມສາກົນ ແລະ ການຫັນປ່ຽນສູ່ດີຈິຕອນ ເຂົ້າໃນການພັດທະນາເສດຖະກິດໃນຍຸກສະໄໝໃໝ່.

    ກອງປະຊຸມຄັ້ງນີ້ ໄດ້ແບ່ງວາລະປຶກສາຫາລືອອກເປັນ 2 ຫົວຂໍ້ສໍາຄັນ ຄື: ຫົວຂໍ້ທີ 1 ບົດບາດຄວາມສໍາຄັນຂອງຂອບການຮ່ວມມືແມ່ນໍ້າຂອງ-ສ ເກົາຫຼີ ທ່າມກາງການປ່ຽນແປງຕ່ອງໂສ້ມູນຄ່າເພີ່ມສາກົນ ແລະ ການຫັນປ່ຽນສູ່ດີຈີຕອນ ແລະ 2 ອະນາຄົດການຮ່ວມມືແມ່ນໍ້າຂອງ-ສ ເກົາຫຼີ ແລະ ຍຸດທະສາດການເຂົ້າເຖິງຕະຫຼາດ ຄ່ງຄູ່ກັບພາກປຶກສາຫາລືດ້ານວິຊາການຂອບການຮ່ວມມືແມ່ນໍ້າຂອງ-ສ ເກົາຫຼີ ສ້າງຕັ້ງຂຶ້ນໃນປີ 2011 ເພື່ອຮັດແໜ້ນການຮ່ວມມືດ້ານການເມືອງ ເສດຖະກິດ ແລະ ສັງຄົມ ລະຫວ່າງພາກພື້ນແມ່ນໍ້າຂອງ ແລະ ສ ເກົາຫຼີ ແນໃສ່ການຮ່ວມກັນສ້າງຄວາມຈະເລີນຮຸ່ງເຮືອງ ແລະ ຫຼຸດຄວາມແຕກໂຕນກັນທາງດ້ານການພັດທະນາລະຫວ່າງບັນດາປະເທດແມ່ນໍ້າຂອງ ເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ ບົນພື້ນຖານ 3 ເສົ້າຄໍ້າເພື່ອປະຊາຊົນ ເພື່ອຄວາມຈະເລີນຮຸ່ງເຮືອງ ແເລະ ເພື່ອຄວາມສະຫງົບສຸກ ແລະ 7 ຂົງເຂດບູລິມະສິດ ວັດທະນະທໍາ ແລະ ການທ່ອງທ່ຽວ ການພັດທະນາຊັບພະຍາກອນມະນຸດ ກະສິກໍາ ແລະ ພັດທະນາຊົນນະບົດ ພັດທະນາພື້ນຖານໂຄງລ່າງ ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ສິ່ງແວດລ້ອມ ແລະ ສິ່ງທ້າທາຍແບບໃໝ່.

    ໃນຕອນບ່າຍຂອງດຽວກັນ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ສ ເກົາຫຼີ ໄດ້ຮ່ວມກັນຈັດການພົບປະພາກທຸລະກິດ (1:1 Business Meeting) ເພື່ອເປີດໂອກາດໃຫ້ບັນດາຫົວໜ່ວຍວິສາຫະກິດຈາກທຸກປະເທດສະມາຊິກ ໄດ້ຊອກຫາຊ່ອງທາງຮ່ວມທຸລະກິດ ໂດຍສະເພາະການນຳເຂົ້າ ແລະ ສົ່ງອອກສິນຄ້າ ກໍຄືການຂະຫຍາຍຕະຫຼາດໃນພາກພື້ນ. ນອກຈາກນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງຈະໄດ້ເດີນທາງໄປຢ້ຽມຢາມບໍລິສັດວຽງຈັນໂລຈິສະຕິກທ່າບົກ-ທ່ານາແລ້ງ ແລະ ຢ້ຽມຊົມ ສະຖານ ທີ່ທ່ອງທ່ຽວ ພາຍໃນນະຄອນຫຼວງວຽງຈັນ.

error: Content is protected !!