ໃນວັນທີ 8 ມິຖຸນາ 2020 ທີ່ສູນເລືອດແຫ່ງຊາດ ອົງການກາແດງລາວ ຈັດຖະແຫຼງຂ່າວເນື່ອງໃນໂອກາດວັນຜູ້ບໍລີຈາກເລືອດໂລກ ຄົບຮອບ 15 ປີຂຶ້ນ ໂດຍມີທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ພ້ອມດ້ວຍທ່ານຮອງຫົວໜ້າສູນ ບັນດາສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ສິງ ເມໂນລາດ ໄດ້ກ່າວວ່າ: ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ໄດ້ຖືກຮັບຮອງ ແລະ ຕົກລົງໃນກອງປະຊຸມສະມັດຊາໃຫຍ່ ອົງການອະນາໄມໂລກ ໃນປີ 2005 ໃຫ້ເປັນວັນຜູ້ບໍລິຈາກເລືອດໂລກ ເພື່ອສະແດງ ແລະ ລະນຶກຮູ້ບຸນຄຸນ ເຖິງຜູ້ບໍລິຈາກເລືອດໃນທົ່ວໂລກ ແລະ ທັງເປັນການກະຕຸກຊຸກຍູ້ ເຊີນຊວນໃນທົ່ວສັງຄົມ ໃຫ້ຮູ້ເຖິງຄວາມສຳຄັນຂອງການບໍລິຈາກເລືອດ ແລະ ຄວາມຮຽກຮ້ອງຕ້ອງການເລືອດປອດໄພ ເພື່ອຊ່ວຍເຫຼືອຊີວິດມະນຸດດ້ວຍກັນ ພ້ອມນີ້ ວັນທີ 14 ມິຖຸນາ 1868 ແມ່ນວັນເກີດຂອງທ່ານ ຄາລັນ ສະຕາຍເນີ ທ່ານເປັນນັກວິທະຍາສາດຊາວໂອຕຣິດ ເຊິ່ງເປັນຜູ້ຄົ້ນພົບໝວດເລືອດ ABO ຂອງຄົນເຮົາ ເຊິ່ງໃນປີ 1930 ທ່ານໄດ້ຮັບລາງວັນ ໂນແບລ ສາຂາສະລິລະວິທະຍາ.

ເນື່ອງຈາກວ່າໃນປີນີ້ ສປປ ລາວ ກໍຄືທົ່ວໂລກ ພວມປະເຊີນໜ້າກັບການລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງ ແລະ ນອກຈາກນັ້ນ ກໍຍັງປະເຊີນກັບການລະບາດພະຍາດໄຂ້ເລືອດອອກ ດັ່ງນັ້ນ ການສະເຫຼີມສະຫຼອງວັນດັ່ງກ່າວໃນປີນີ້ ຈະຈັດຂຶ້ນໃນຮູບການກິດຈະກຳບໍລິຈາກເລືອດ ເຊິ່ງຈະຈັດຂຶ້ນວັນທີ 12 ມິຖຸນາ 2020 ຢູ່ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໃນຖານະທີ່ເປັນອົງການທີ່ຮັບຜິດຊອບການສະໜອງເລືອດທີ່ປອດໄພ ພຽງພໍ ແລະ ທັນເວລາ ຈຶ່ງຂໍຮຽນເຊີນເຖິງບັນດາພໍ່ແມ່ປະຊາຊົນລາວ ນັກຮຽນ-ນັກສຶກສາ ພະນັກງານ ທະຫານ ຕຳຫຼວດ ພໍ່ແມ່ປະຊາຊົນ ພໍ່ຄ້າຊາວຂາຍ ເຊີນເຂົ້າຮ່ວມກິດຈະກຳບໍລິຈາກເລືອດນຳພວກເຮົາ ຕາມວັນເວລາດັ່ງກ່າວດ້ວຍ.

ໂອກາດນີ້ ຂໍສະແດງຄວາມຂອບໃຈນຳບັນດາທ່ານສື່ມວນຊົນທຸກສາຂາອາຊີບ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນອົງການກາແດງລາວ ກໍຄືສູນເລືອດແຫ່ງຊາດ ໃນການປຸກລະດົມຂົນຂວາຍຜູ້ບໍລິຈາກເລືອດ ປະກອບສ່ວນໃນການບໍລິຈາກເລືອດຂອງຕົນເອງໄດ້ດີຕະຫຼອດມາ.

# ຂ່າວ & ພາບ: ບຸນມີ