
ຫ້ອງການສາທາລະນະສຸກ ນະຄອນຫຼວງພະບາງ ເປີດຂະບວນສັກຢາວັດຊີນກັນມະເຮັງມົດລູກຂຶ້ນ ໃນວັນທີ 17 ມີນາ 2020 ທີ່ໂຮງຮຽນມັດທະຍົມສົມບູນປ່ອງຄຳ ໂດຍມີທ່ານນາງ ຄຳພູ ຈັນທະວົງ ຫົວໜ້າຫ້ອງການສາທາລະນະສຸກນະຄອນຫຼວງພະບາງ ພ້ອມດ້ວຍຄະນະຮັບຜິດຊອບ ແພດໝໍ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ທ່ານນາງ ຄຳພູ ຈັນທະວົງ ກ່າວວ່າ: ນະຄອນຫຼວງພະບາງ ມີເປົ້າໝາຍທີ່ຈະສັກຢາທັງໝົດ 4 ພັນກວ່າຄົນ ມີ 15 ກຸ່ມບ້ານ ແບ່ງອອກເປັນ 113 ຈຸດ ສ່ວນໃຫຍ່ແມ່ນເລັ່ງໃສ່ໂຮງຮຽນ ແລະ ແຕ່ງຕັ້ງທີມງານລົງສັກຢາໃຫ້ກຸ່ມເປົ້າໝາຍ ທີ່ບໍ່ໄດ້ເຂົ້າໂຮງຮຽນຢູ່ບັນດາບ້ານໃຫ້ຄົບ ແລະ ບັນລຸເປົ້າໝາຍທີ່ວາງໄວ້.
ຂະບວນສັກຢາວັກຊີນກັນມະເຮັງປາກມົດລູກໃຫ້ກຸ່ມເປົ້າໝາຍ ຈັດຂຶ້ນພ້ອມກັນໃນຂອບເຂດທົ່ວປະເທດ ເຊິ່ງເລີ່ມຂຶ້ນແຕ່ວັນທີ 10 ຫາ 20 ມີນາ 2020 ໃຫ້ສຳເລັດ ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ຜູ້ປົກຄອງເດັກ ຈົ່ງໃຫ້ການຮ່ວມມື ແລະ ນຳເອົາລູກຫຼານຂອງທ່ານມາສັກຢາໃຫ້ຄົບ.