ກົມພັດທະນາການທ່ອງທ່ຽວ ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບພະແນກ ຖວທ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມປຶກສາຫາລື ແລະ ຄັດເລືອກຜະລິດຕະພັນການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມ ແລະ ເຮືອນພັກແຮມ ຈາກເມືອງປາກງື່ມ ຫາດຊາຍຟອງ ສີໂຄດຕະບອງ ສັງທອງ ແລະ ເມືອງໄຊທານີ ນວ ຂຶ້ນວັນທີ 15 ກັນຍາ 2022 ທີ່ໂຮງແຮມຄຣາວພາຊາ ນວ ໂດຍເປັນປະທານຂອງທ່ານ ສົມໄຊ ສີປະເສີດ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກຖວທ ນວ ມີຜູ້ຕາງໜ້າຈາກກົມໂຄສະນາການທ່ອງທ່ຽວ ອົງການ USAID ຮອງຫົວໜ້າຫ້ອງການ ຖວທ 4 ຕົວເມືອງ ສະມາຄົມທຸລະກິດທ່ອງທ່ຽວລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງເພື່ອຄົ້ນຄວ້າຄັດເລືອກສະຖານທ່ອງທ່ຽວ ແລະ ພັດທະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຢູ່ພື້ນທີ່ເປົ້າໝາຍຂອງເມືອງດັ່ງກ່າວ ເພື່ອປັບປຸງສະຖານທີ່ທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມໃຫ້ໄດ້ຄຸນນະພາບທັງເປັນຕົວແບບຂອງການ ທ່ອງທ່ຽວຂອງນະຄອນຫຼວງວຽງຈັນ ເພື່ອຄົ້ນຄວ້າກະກຽມເອົາສະຖານທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ເພື່ອສະເໜີເຂົ້າຮັບລາງວັນການທ່ອງທ່ຽວດັ່ງກ່າວ ຂອງ ສປປ ລາວ ແລະ ອາຊຽນ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໃນກອງປະຊຸມໄດ້ມີການສະເໜີແນວຄວາມຄິດ ແລະ ຮູບແບບຂອງການພັດທະນາການທ່ອງທ່ຽວແບບປະຊາຊົນມີຮ່ວມ ສະເໜີສະຖານທີ່ທ່ອງທ່ຽວວັດໂພນສະຫວ່າງ ບ້ານອ່າງໃຫຍ່ ແລະ ວົງຈອນການທ່ອງທ່ຽວ ທີ່ປິ່ນອ້ອມໃນແຕ່ລະເຂດ ເຊັ່ນ: ຟາມພາຈະເລີນ ການຊຸກຍູ້ສົ່ງເສີມການທ່ອງທ່ຽວບ້ານຊໍ້ ເມືອງສັງທອງ ແລະ ບ້ານດອນຊິງສູ້ ເມືອງສີໂຄດຕະບອງ ຈາກພະແນກ ຖວທ ນວ ພ້ອມນັ້ນຍັງໄດ້ສະເໜີຮູບແບບແນວຄວາມຄິດຂອງການ ພັດທະນາການທ່ອງທ່ຽວປະຊາຊົນມີຮ່ວມໃນສະຖານທີ່ທ່ອງທ່ຽວພະທາດໃຫຍ່ ວັດຊຽງຄວນ ວັດທົ່ງທາດ ແລະ ປະເມີນສະຖານທີ່ທ່ອງທ່ຽວ ນໍ້າປ່ຽນຢໍລະປ່າ ເພື່ອສະເໜີຂໍຮັບລາງວັນມາດຕະຖານ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ແລະ ປຶກສາຫາລືແລກປ່ຽນຄໍາຄິດເຫັນໃນການພັດທະນາການທ່ອງທ່ຽວ ຈາກຜົນການລົງສໍາຫຼວດສະຖານທີ່ທ່ອງທ່ຽວໃນຄັ້ງວັນທີ 12-13 ກັນຍາຜ່ານມາ ຢູ່ວັດຊຽງຄວນ ແລະ ວັດທົ່ງທາດ ເມືອງຫາຍຊາຍຟອງ ບ້ານດອນຊິງຊູ້ ວັດໂພນສະຫວ່າງ ບ້ານອ່າງໃຫຍ່(ວັງປາບຶກ) ເມືອງສີໂຄດຕະບອງ ຟາມພາຈະເລີນ ແລະ ການຊຸກຍູ້ສົ່ງເສີມການທ່ອງທ່ຽວເຂດບ້ານຊໍ້ ເມືອງສັງທອງ.
ໃນໄລຍະຜ່ານມາ ນວ ກໍໄດ້ເອົາໃຈໃສ່ພັດທະນາສິ່ງຮອງຮັບດ້ານການທ່ອງທ່ຽວໃນຫຼາຍດ້ານ ເພື່ອຮອງຮັບແກ່ການມາທ່ອງທ່ຽວຢ້ຽມຢາມຂອງຜູ້ເດີນທາງ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພາະວ່າການພັດທະນາການທ່ອງທ່ຽວດ້ານດັ່ງກ່າວ ໃຫ້ໄດ້ຕາມມາດຕະຖານຂອງ ສປປລາວ ກໍຄືອາຊຽນນັ້ນບໍ່ແມ່ນເລື່ອງງ່າຍ ແລະບໍ່ສາມາດເຮັດໄດ້ພາຍໃນເວລາສັ້ນໆ ຈຶ່ງມີຄວາມຈຳເປັນຕ້ອງມີການຮ່ວມມືກັນຢ່າງຈິງຈັງແລະໃກ້ຊິດຕໍ່ເນື່ອງຈາກທຸກພາກສ່ວນທັງພາກລັດ ພາກທຸລະກິດ ປະຊາຊົນທ້ອງຖິ່ນ ນັກທ່ອງທ່ຽວ ແລະ ອົງການຈັດຕັ້ງຕ່າງໆແຕ່ເຖິງຢ່າງໃດກໍດີ ບັນດາພື້ນຖານດ້ານການທ່ອງທ່ຽວຕ່າງໆທີ່ນວເຮົາມີໃນປັດຈຸບັນໄດ້ເປັນເງື່ອນໄຂພື້ນຖານໃນການປັບປຸງ ແລະ ພັດທະນາໃຫ້ບັນລຸຕາມເງື່ອນໄຂ ມາດຕະຖານຂອງ ສປປລາວກໍຄືຂອງອາຊຽນໄດ້ໃນອະນາຄົດ.