ສະຫວັນນະເຂດ ສຸມໃສ່ສ້າງຂະບວນການສັກວັກຊິນປ້ອງກັນໂຄວິດ-19 ໃຫ້ບັນລຸ 80% ໃນທ້າຍປີ

    ພະແນກສາທາລະນະສຸກ ແຂວງສະຫວັນ ນະເຂດ ສຸມໃສ່ວຽກງານໂຄສະນາສຸຂະສຶກສາສ້າງຂະບວນການສັກວັກຊິນປ້ອງ ກັນໂຄວິດ-19 ໃຫ້ປະຊາຊົນໃນທົ່ວແຂວງ ໂດຍວາງແຜນໃຫ້ບັນລຸຕາມເປົ້າໝາຍ 80% ຂຶ້ນໄປ ຂອງປະຊາກອນໃນເກນອາຍຸ ໃນທ້າຍປີ 2022.

ທ່ານ ນາງ ເກດສະພອນ ຍາດຕິວົງ ຮອງຫົວໜ້າພະແນກສາທາ ລະນະສຸກແຂວງສະຫວັນນະເຂດ ໃຫ້ສໍາພາດຕໍ່ສື່ມວນຊົນຈາກສູນກາງທີ່ໄດ້ລົງເກັບຂ່າວຢູ່ແຂວງຄໍາມ່ວນ ສະຫວັນນະເຂດ ແລະ ສາລະວັນ ກ່ຽວກັບການນໍາໃຊ້ອຸປະກອນໂຄສະນາສຸຂະສຶກສາເຊັ່ນ ໂທລະໂຄ່ງ ລໍາໂພງ LCD ແລະ ວຽກງານສັກວັກຊິນປ້ອງກັນໂຄວິດ-19 ເຊິ່ງທ່ານໄດ້ກ່າວວ່າ : ສະຫວັນນະເຂດ ເປັນແຂວງໜຶ່ງທີ່ໄດ້ຮັບ ການສະ ໜັບສະໜູນ ຊ່ວຍເຫຼືອໃນດ້ານຕ່າງໆ ຈາກອົງການ ຈັດຕັ້ງ ສາກົນ ເປັນຕົ້ນ ໄດ້ຮັບອຸປະກອນກະຈາຍສຽງ ເຊັ່ນ: ໂທລະໂຄ່ງ ລຳໂພງ LCD ແລະ ອື່ນໆ ທິ່ໄດ້ຮັບການຊ່ວຍເຫຼືອຈາກອົງການ ຢູນີເຊບ ເຊິ່ງພະແນກສາທາລະນະສຸກແຂວງສະຫວັນນະເຂດ ກໍໄດ້ນຳເອົາອຸປະກອນດັ່ງກ່າວ ໄປມອບໃຫ້ບັນດາເມືອງເປົ້າ ໝາຍ ເພື່ອນຳໃຊ້ເຂົ້າໃນການ ໂຄສະນາເຜີຍແຜ່ຂໍ້ມູນ ຂ່າວສານຕ່າງໆກ່ຽວກັບພະ ຍາດໂຄວິດ-19 ແລະ ພະຍາດລະ ບາດຕ່າງໆ ລວມເຖິງເຫດການອື່ນໆທີ່ເກີດຂຶ້ນ ຢູ່ພາຍໃນ ແຂວງ ເມືອງ ບ້ານ ໃຫ້ປະຊາຊົນໄດ້ຮັບຮູ້ ຢ່າງທົ່ວເຖິງ ອັນສຳ ຄັນ ການນຳໃຊ້ອຸປະກອນດັ່ງກ່າວ ໃນໄລຍະທີ່ມີການລະບາດ ຂອງພະຍາດໂຄວິດ-19 ຈົນມາຮອດປັດຈຸບັນ ເຮັດໃຫ້ປະຊາຊົນ ໄດ້ຮັບຮູ້ ແລະ ຕື່ນຕົວ ເຂົ້າມາຮັບວັກຊີນກັນໂຄວິດ-19 ຫຼາຍຂຶ້ນເລື້ອຍໆ.

ມາຮອດປັດຈຸບັນ ທົ່ວແຂວງສັກວັກຊິນເຂັມທີ 1 ໄດ້ 67,94%, ເຂັມ 2 ໄດ້ 59,05% ເຂັມ 3 ໄດ້ 21.21%, ໃນນັ້ນ ກຸ່ມອາຍຸ 6-11ປີ ສັກເຂັມ 1 ໄດ້ 72,4% ເຂັມ 2 ໄດ້ 53,8% ກຸ່ມອາຍຸ 12-17 ປີ ສັກເຂັມ 1 ໄດ້ 76.8%,ເຂັມ 2 ໄດ້ 56,1% ກຸ່ມຜູ້ອາຍຸສູງກວ່າ 12 ປີຂຶ້ນໄປ ສັກເຂັມ 1 ໄດ້ 77,7%, ເຂັມ 2 ໄດ້ 69,1%.

ຢ່າງໃດກໍຕາມ ທາງແຂວງຈະໄດ້ສືບຕໍ່ໃນການໂຄສະນາສຸຂະສຶກສາຂໍ້ມູນຂ່າວສານໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ ເພື່ອ ເຮັດໃຫ້ອັດຕາການສັກວັກຊິນບັນລຸຕາມເປົ້າໝາຍ 80% ຂຶ້ນ ໄປໃນທ້າຍປີນີ້ ພະແນກສາທາລະນະສຸກແຂວງສະຫວັນນະເຂດ ຈະຊຸກຍູ້ ໃຫ້ທີມງານແພດ ໃນ 15 ເມືອງ ແລະ ໂຮງໝໍນ້ອຍ ແຕ່ລະແຫ່ງ ລົງບໍລິການສັກວັກຊິນກັນພະຍາດໂຄວິດ-19 ໃນແຕ່ລະໂຮງຮຽນ ຂອງແຕ່ລະເຂດປົກຄຸມໃຫ້ສຳເລັດໂດຍໄວ ພ້ອມທັງສືບຕໍ່ລົງເຄື່ອນທີ່ ໄປຕາມຈຸດບໍລິການຕາມບ້ານ, ໂຮງຮຽນ ຄິວລົດ ສວນມັນ ໄຮ່ ນາ ແຕ່ລະຄອບຄົວ ແລະ ອື່ນໆ.

    ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ປະຊາຊົນພາຍໃນແຂວງ ສະຫວັນນະເຂດ ຮ່ວມແຮງຮ່ວມໃຈກັນ ຕື່ນຕົວ ເຂົ້າມາ ຮັບວັກຊິນ ໃຫ້ໄດ້ຄົບຕາມຈຳນວນ ທີ່ໄດ້ກຳນົດໄວ ແນໃສ່ ເຮັດໃຫ້ອັດຕາການສັກວັກຊິນ ບັນລຸຕາມເປົ້າໝາຍທີ່ວາງໄວ້ ພ້ອມທັງສະແດງຄວາມຂອບໃຈຕໍ່ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ກໍຄື ຂະແໜງສາທາລະນະສຸກ ທີ່ໄດ້ເອົາ ໃຈໃສ່ ຈັດຕັ້ງປະຕິ ບັດໜ້າທີ່ຂອງຕົນ ເຮັດໃຫ້ວຽກງານຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຢູ່ພາຍໃນແຂວງ ມີຜົນສຳເລັດໃນຫຼາຍດ້ານ ລວມເຖິງວຽກງານສັກວັກຊິນ ພ້ອມທັງ ສະແດງ ຄວາມຂອບ ໃຈຕໍ່ ອົງການຢູນີເຊບ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນຄັ້ງນີ້.

     ສໍາລັບການເຄື່ອນໄຫວຂອງນັກຂ່າວໃນເທື່ອນີ້ແມ່ນນໍາພາໂດຍ ສູນສື່ສານເພື່ນສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ເຊິ່ງໄດ້ຮັບການສະໜັນສະໜູນຈາກອົງການຢູນີເຊບ.

error: Content is protected !!