ປະຊາຊົນ 6 ເມືອງໃນ 2 ແຂວງ ໄດ້ເຂົ້າເຖິງການຊົມໃຊ້ນໍ້າປະປາ

    ການເຂົ້າເຖິງນ້ໍາທີ່ປອດໄພ ແມ່ນສິດທິມະນຸດ ແລະ ເປັນພື້ນຖານໃນການປັບປຸງສາທາລະນະສຸກ ໃນປີ 2018 ສະຫະພາບເອີຣົບ ແລະ ທະນາຄານພັດທະນາພັດທະນາເຢຍລະມັນ (KfW )ໄດ້ຮ່ວມມືກັບລັດຖະບານ ສປປ ລາວ ເພື່ອເພີ່ມທະວີການເຂົ້າເຖິງການຊົມໃຊ້ນໍ້າສະອາດ ຊ່ວຍໃນການຫຼຸດຜ່ອນພະຍາດຕິດຕໍ່ທາງນ້ຳ ແລະ ປັບປຸງໂພຊະນາການໃນແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ  ປັດຈຸບັນ ປະຊາຊົນຫຼາຍກວ່າ 62.000 ຄົນໃນ 6 ເມືອງຂອງ 2 ແຂວງ ໄດ້ເຂົ້າເຖິງການຊົມໃຊ້ນໍ້າສະອາດ.

    ໃນວັນທີ 14 ກັນຍາ 2022 ທີ່ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບ ໂຄງການຂະຫຍາຍໂຄງລ່າງນໍ້າສະອາດ ແລະ ໂພຊະນາການ (SUNWIP) ໂດຍເປັນກຽດກ່າວມອບຂອງທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກ່າວຮັບໂດຍທ່ານ ປອ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ ແລະ ທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ມີ ທ່ານ ເວັງຊອງ ວີກ ຫົວໜ້າຝ່າຍຮ່ວມມືສຳນັກງານຜູ້ຕາງໜ້າສະຫະພາບເອີຣົບປະຈຳລາວ ທ່ານນາງ ອານິເຕ ຮາເລີ ຫົວໜ້າຫ້ອງການທະນາຄານພັດທະນາເຢຍລະມັນປະຈຳລາວ ພ້ອມດ້ວຍຫົວໜ້າກົມນໍ້າປະປາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສົມປອງ ສິດທິວົງ ຫົວໜ້າກົມນໍ້າປະປາ ໄດ້ກ່າວວ່າ: ໂຄງການຂະຫຍາຍໂຄງລ່າງນໍ້າສະອາດ ແລະ ໂພຊະນາການ ແມ່ນໜຶ່ງໂຄງການທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາຂະແໜງນໍ້າປະປາ ແລະ ສຸຂະພິບານ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກສະຫະພາບເອີຣົບໂດຍຜ່ານທະນາຄານພັດທະນາເຢຍລະມັນ ມູນຄ່າ 15 ລ້ານເອີໂຣ ປະມານ 235 ຕື້ກວ່າກີບ ເຊິ່ງໂຄງການດັ່ງກ່າ ວໄດ້ຈັດຕັ້ງປະຕິບັດໃນ 3 ໜ້າວຽກຄື: ວຽກກໍ່ສ້າງລະບົບນໍ້າປະປາ 6 ຕົວເມືອງ ຂອງ 2 ແຂວງຄື: ແຂວງສະຫວັນນະເຂດ ມີ ເມືອງນອງ ເຊໂປນ ອາດສະພອນ  ແລະ ອຸທຸມພອນ ສ່ວນແຂວງຄຳມ່ວນມີ ເມືອງຫີນບູນ ແລະ ຍົມມະລາດ ຫຼາຍກວ່າ 62 ພັນຄົນໄດ້ເຊື່ອມຕໍ່ການສະໜອງນໍ້າປະປາທີ່ປອດໄພ ພ້ອມນັ້ນ ກໍໄດ້ຈັດຕັ້ງປະຕິບັດວຽກປູກຈິດສຳນຶກດ້ານສຸຂະອະນາໄມ ແລະ ສົ່ງເສີມການນຳໃຊ້ນໍ້າປະປາ ໄດ້ຈັດຕັ້ງປະຕິບັດກິດຈະກຳດ້ານສຸຂະອະນາໄມໂດຍຜ່ານການສະແດງລະຄອນ ມາຢາຮາເຮ ການສອນລ້າງມື ຖູແຂ້ວ ການນຳໃຊ້ວິດຖ່າຍ ແລະ ອື່ນໆ ໄດ້ຈັດຕັ້ງປະຕິບັດຢູ່ 7 ໂຮງຮຽນ ແລະ 13 ບ້ານຢູ່ເຂດຫ່າງໄກສອກຫຼີກຂອງແຂວງສະຫວັນນະເຂດ ຄຽງຄູ່ກັນນັ້ນ ແມ່ນໄດ້ຈັດຕັ້ງປະຕິບັດວຽກສ້າງຄວາມເຂັ້ມແຂງໃຫ້ລັດວິສາຫະກິກນໍ້າປະປາແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ໂດຍການເຝິກອົບຮົມດ້ານເຕັກນິກ.

    ໂອກາດນີ້ ທ່ານ ນາງ ວິໄລຄຳ ໂພສາລາດ ໄດ້ກ່າວມອບວ່າ: ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນເພື່ອປັບປຸງ ຂະຫຍາຍ ແລະ ກໍ່ສ້າງລະບົບນໍ້າປະປາ ລວມທັງການເສີມສ້າງຄວາມອາດສາມາດຂອງລັດວິສາຫະກິດນໍ້າປະປາ 2 ແຂວງ ດັ່ງນັ້ນ ຈຶ່ງຂໍມອບລະບົບນໍ້າປະປາທັງ 6 ເມືອງໃຫ້ແກ່ແຂວງຄຳມ່ວນ ແລະ ສະຫວັນນະເຂດຄຸ້ມຄອງນໍ້າໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ໃຫ້ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງລະບົບນໍ້າປະປາຢ່າງສະດວກສະບາຍ ແລະ ດື່ມນໍ້າທີ່ສະອາດປອດໄພ ແລະ ມີຄຸນນະພາບສູງ  ຮຽກຮ້ອງໃຫ້ອຳນາດການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າ ຈະຕ້ອງໄດ້ປົກປັກຮັກສາແຫຼ່ງນໍ້າໃຫ້ມີຄວາມອຸດົມສົມບູນຕະຫຼອດໄປ ພ້ອມນີ້ ພະແນກໂຍທາທິການ ແລະ ຂົນສົ່ງແຂວງດັ່ງກ່າວ ຈະຕ້ອງໄດ້ເອົາໃຈໃສ່ຊີ້ນຳລັດວິສາຫະກິດນໍ້າປະປາດຳເນີນງານ ແລະ ບົວລະບັດຮັກສາລະບົບນໍ້າປະປາໃຫ້ສອດຄ່ອງກັບຄູ່ມື ແລະ ມາດຕະຖານເຕັກນິກຢ່າງເຂັ້ມງວດ.

    ທ່ານ ຮອງເຈົ້າແຂວງຄໍາມ່ວນ ແລະ ສະຫວັນນະເຂດ ໄດ້ກ່າວຮັບ ໂດຍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການປະກອບສ່ວນຂອງສະຫະພາບເອີຣົບ ທີ່ໄດ້ໃຫ້ທຶນຊ່ວຍເຫຼືອຕໍ່ໂຄງການດັ່ງກ່າວ ຊ່ວຍໃຫ້ປະຊາຊົນໄດ້ເຂົ້າເຖິງການຊົມໃຊ້ນ້ຳສະອາດ ແລະ ການປັບປຸງສຸຂະອະນາໄມ ແມ່ນບາດກ້າວທຳອິດ ສົ່ງຜົນໃຫ້ປະຊາກອນມີສຸຂະພາບດີ ແລະ ແຂງແຮງ ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ພັດທະນາຮອບດ້ານຂອງ 2ແຂວງ ແລະ ຢືນຢັນຈະສືບຕໍ່ຄຸ້ມຄອງ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.

error: Content is protected !!