ບໍລິສັດ 108-1009 Group Co., Ltd ໄດ້ຖະແຫຼງຂ່າວຜ່ານການຖ່າຍທອດສົດເວັບໄຊ www.jobfest.la ກ່ຽວກັບການຈັດງານມະຫະກຳວຽກເຮັດງານທຳ Job Fest ເຊິ່ງນຳສະເໜີໂດຍທ່ານ ແກ້ວວີສຸກ ດາລາສານ ຜູ້ອຳນວຍການ ບໍລິສັດ 108-1009 Group Co., Ltd ປີນີ້ ໂດຍຕັ້ງເປົ້າວ່າຈະມີບໍລິສັດ ແລະ ອົງກອນຕ່າງໆ 50 ກວ່າພາກສ່ວນເຂົ້າປະກາດຮັບພະນັກງານ ແລະ ຜູ້ຊອກວຽກມາຝາກປະຫວັດ 500 ຄົນ.

ງານ Job Fest “The First Online Job Fair & Career Development Seminar In Laos ມະຫະກຳວຽກເຮັດງານທຳທາງອອນລາຍ ເຊິ່ງເປັນຄັ້ງທຳອິດໃນ ສປປ ລາວ ທີ່ຈະຈັດຂື້ນໃນລະຫວ່າງວັນທີ 24-30 ມິຖຸນາ 2020 ທີ່ຈະມາເຖິງນີ້ ໂດຍຕັ້ງເປົ້າວ່າຈະມີບໍລິສັດ ແລະ ອົງກອນຕ່າງໆ 50 ກວ່າແຫ່ງ ເຂົ້າປະກາດຮັບພະນັກງານ ແລະ ຜູ້ຊອກວຽກມາຝາກປະຫວັດ 500 ຄົນ ນອກນັ້ນຍັງມີຫຼາກຫຼາຍກິດຈະກຳເຊັ່ນ: ຕະຫຼາດນັດພົບແຮງງານໃນຮູບແບບອອນລາຍ ເຊິ່ງມີບໍລິສັດຕ່າງໆປະກາດວຽກຫຼາກຫຼາຍຕຳແໜ່ງຈາກບໍລິສັດ ແລະ ອົງກອນຕ່າງໆ 50 ກວ່າແຫ່ງ ໂດຍຜ່ານເວັບໄຊ www.jobfest.la ແລະ ກິດຈະກຳງານສຳມະນາຖ່າຍທອດສົດຜ່ານ Facebook “Job Fest by 108” ພາຍໃຕ້ຂໍ້ມູນການປະກາດສະໝັກວຽກ ຂໍ້ມູນຕະຫຼາດແຮງງານ ແລະ ອື່ນໆ.

ຈຸດປະສົງແມ່ນມີເປົ້າໝາຍເພື່ອສົ່ງເສີມການຈ້າງງານ ໃຫ້ແກ່ຜູ້ທີ່ວ່າງງານຢູ່ແລ້ວ ຜູ້ວ່າງງານທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ ຜູ້ທີ່ຢາກປ່ຽນວຽກ ນອກຈາກນັ້ນ ດ້ານຂອງງານສຳມະນາກໍເປັນການເຜີຍແຜ່ໃຫ້ຄວາມຮູ້ ແລະ ເສີມສ້າງທັກສະ ແລະ ແງ່ຄິດໃນການພັດທະນາຕົນເອງແກ່ຜູ້ທີ່ເຂົ້າຮ່ວມງານ ລວມເຖິງພໍ່ແມ່ຜູ້ປົກຄອງທີ່ຊອກຮູ້ຫາຂໍ້ມູນ ເພື່ອວາງແຜນອະນາຄົດໃຫ້ລູກຫຼານ ແລະ ນັກສຶກສາຈົບໃໝ່ໃນໄລຍະນີ້ ສຳລັບໃຜທີ່ສົນໃຈເຂົ້າຮ່ວມງານ ພຽງແຕ່ລົງທະບຽນທີ່ www.jobfest.la ຕິດຕາມການເຄື່ອນໄຫວ ແລະ ຂໍ້ມູນລາຍລະອຽດຕ່າງໆ ກິດຈະກຳຂອງງານໄດ້ທີ່ Facebook Page “JobFest By 108”.
# ຂ່າວ & ພາບ: ວຽງມາ