ໂຮມຊຸມນຸມສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ

    ກະຊວງປ້ອງກັນປະເທດຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 (ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ) ວັນທີ 14 ກັນຍາ 2022 ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫາຍ ພົນເອກ ຟາມ ວັນ ຢາງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ທ່ານ ຫງວຽນ ບ່າຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ ພ້ອມດ້ວຍການນໍາກະຊວງປ້ອງກັນປະເທດ ຕາງໜ້າຫ້ອງວ່າການສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ແນວລາວສ້າງຊາດ ສະຫະພັນນັກຮົບເກົ່າແຫ່ງຊາດ ອົງການຈັດຕັ້ງມະຫາຊົນ ສະມາຄົມມິດຕະພາບລາວ-ຫວຽດນາມ ຫວຽດນາມ-ລາວ ຕະຫຼອດຮອດຕາງໜ້າອົງການ ກົມກອງ ພ້ອມດ້ວຍພະນັກງານ-ນັກຮົບອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ. 

    ໃນພິທີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ແລະ ສະຫາຍ ພົນເອກ ຟາມ ວັນ ຢາງໄດ້ຜັດປ່ຽນກັນຂຶ້ນກ່າວຄໍາປາໄສ ມີບາງຕອນໃຫ້ຮູ້ວ່າ: ຄວາມເປັນຈິງທາງປະຫວັດສາດຊາດລາວ-ຫວຽດນາມ ຕະຫຼອດໃນທຸກໆໄລຍະຂອງການຕໍ່ສູ້ປະຕິວັດ ໄດ້ຮ່ວມສຳພັນກັນຕໍ່ສູ້ ເພື່ອຄວາມເປັນເອກະລາດແຫ່ງຊາດຂອງແຕ່ລະປະເທດ ເພື່ອອິດສະຫຼະພາບ ແລະ ສິດເປັນເຈົ້າຕົນເອງແທ້ຈິງ ເມື່ອທົບທວນຄືນປະຫວັດສາດແຫ່ງການພົວພັນອັນຍາວນານດັ່ງກ່າວນັ້ນ ພັກ-ລັດ ກອງທັບ ແລະ ປະຊາຊົນສອງຊາດພວກເຮົາ ຍິ່ງຈົດຈຳລຳລຶກ ແລະ ຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ປະທານ ໂຮ່ຈີມິງ ປະທານໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເຊິ່ງເປັນຜູ້ໃຫ້ກຳເນີດ ໄດ້ເປັນແບບຢ່າງທີ່ດີເລີດແຫ່ງການກໍ່ສ້າງຖະນຸຖະໜອມ ເພີ່ມພູນຄູນສ້າງມິດຕະພາບທີ່ຍິ່ງໃຫຍ່ ແລະ ການພົວພັນສາມັກຄີພິເສດລະຫວ່າງສອງຊາດ ລາວ-ຫວຽດນາມ ຢ່າງສະເໝີຕົ້ນສະເໝີປາຍ. 

    ພາຍຫຼັງໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975 ສອງປະເທດລາວ-ຫວຽດນາມ ໄດ້ກ້າວເຂົ້າສູ່ສັງກາດໃໝ່ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໄປສູ່ຈຸດໝາຍທີ່ວາງໄວ້ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ສຸດທີ່ມີຄວາມໝາຍສຳຄັນຕໍ່ການເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ຕະຫຼອດກາລະນານ ຈົນສາມາດເວົ້າໄດ້ວ່າ 60 ປີ ແຫ່ງການສ້າງສາຍພົວພັນການທູດ ແລະ 45 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດລາວ-ຫວຽດນາມ ແມ່ນໄລຍະເວລາແຫ່ງການທົດສອບ ແລະ ຜົນສຳເລັດທີ່ໝັ້ນແກ່ນແໜ້ນໜຽວຂອງສາຍພົວພັນລະຫວ່າງສອງປະເທດ ເຖິງແມ່ນວ່າສະພາບແວດລ້ອມຂອງສາກົນໄດ້ຜັນແປໄປຢ່າງໄວວາ ສັບສົນ ແລະ ມີສິ່ງທ້າທາຍທົດສອບນາໆປະການກໍຕາມ ແຕ່ການພົວພັນຮ່ວມມືຂອງສອງຊາດຍິ່ງເພີ່ມພູນຄູນສ້າງໃຫ້ອຸດົມສົມບູນ ແລະ ໄດ້ຮັບການປັບປຸງຍົກລະດັບ ທັງທາງດ້ານປະລິມານ ແລະ ຄຸນນະພາບໃຫ້ສູງຂຶ້ນເລື້ອຍໆ. 

    ສຳລັບສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ໄດ້ມີອະນຸສັນຍາຮ່ວມມືຊ່ວຍເຫຼືອກັນຫຼາຍດ້ານ ແລະ ຈັດຕັ້ງຄະນະຜູ້ແທນໄປມາຢ້ຽມຢາມ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເປັນປະຈຳໃນຫຼາຍລະດັບ ລະດັບກະຊວງ ກົມໃຫຍ່ ກົມນ້ອຍຕ່າງໆ ຈົນເຖິງຂັ້ນກົມກອງ-ທ້ອງຖິ່ນທີ່ແຮກສ່ຽວ ຫວຽດນາມ ໄດ້ສືບຕໍ່ຊ່ວຍເຫຼືອກອງທັບປະຊາຊົນລາວ ໃນການກໍ່ສ້າງພື້ນຖານໂຄງລ່າງຂອງໂຮງຮຽນ ສະໜາມຫັດແອບ ຕຶກອາຄານຂອງກົມກອງຕ່າງໆ ພ້ອມນັ້ນ ໄດ້ບຳລຸງສ້າງພະນັກງານນຳພາ-ບັນຊາ ບັນດາເຫຼົ່າຮົບວິຊາສະເພາະ ແລະ ຊ່ວຍເຫຼືອຮັບປິ່ນປົວ ຮັກສາສຸຂະພາບໃຫ້ພະນັກງານທະຫານລາວເຮົາໃນແຕ່ລະປີເປັນຈຳນວນຫຼວງຫຼາຍ. ຫວນຄືນຍ່ານທາງປະຫວັດສາດ 60 ປີ ແຫ່ງການສ້າງສາຍພົວພັນການທູດ ພວກເຮົາມີຄວາມເອກອ້າງທະນົງໃຈຢ່າງຍິ່ງ ຕໍ່ການພົວພັນພິເສດຫາຍາກລະຫວ່າງສອງປະເທດ ມັນໄດ້ກາຍເປັນສາຍພົວພັນແບບຍືນຍົງທີ່ເກີດຈາກການພົວພັນທີ່ເປັນມູນເຊື້ອສະໜິດສະໜົມ ກາຍເປັນສາຍພົວພັນທີ່ສະແດງເຖິງຄວາມມຸ່ງມາດປາດຖະໜາອັນແຮງກ້າຂອງປະຊາຊົນສອງຊາດທີ່ຮັກຫອມກັນ ສາມັກຄີກັນ ເພື່ອເຫຼືອກັນ ຕີຕ້ານສັດຕູຜູ້ຮຸກຮານໂຕດຽວກັນ ສ້າງສາຍພົວພັນສະເໝີພາບ ເອກະລາດ ມິດຕະພາບຕ່າງຝ່າຍຕ່າງມີຜົນປະໂຫຍດ ມັນແມ່ນສາຍພົວພັນຮ່ວມມືຮອບດ້ານ ໝັ້ນຄົງ ຍາວນານ ມັນແມ່ນເສັ້ນທາງຮ່ວມກັນກ້າວຂຶ້ນຢ່າງໜັກແໜ້ນໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ ແລະ ພາລະກິດປັກຮັກສາພັດທະນາປະເທດຊາດໄປສູ່ຈຸດໝາຍສັງຄົມນິຍົມໃນປັດຈຸບັນ.

# ຂ່າວ – ພາບ : ຂັນທະວີ                                                     

error: Content is protected !!