ກອງບັນຊາການທະຫານ ນວ ອົບຮົມ-ຫັດແອບຊ້ອມຮົບປະສານສຽງແຕກ ຊຸດທີ I

    ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ເປີດຊຸດອົບຮົມ-ຫັດແອບຊ້ອມຮົບຍຸດທະວິທີຈັ້ງທ່າເທິງແຜນທີ່ປະສານສຽງແຕກຍິງລູກປືນແທ້ ໃຫ້ຊຸດບໍາລຸງພະນັກງານໄລຍະສັ້ນ ຊຸດທີ I ແລະ ກໍ່ສ້າງນາຍສິບຊຸດທີ VII ໂຮງຮຽນການທະຫານທ້ອງຖິ່ນ ວັນທີ 14 ກັນຍາ 2022 ເປັນປະທານຂອງທ່ານ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ປກຊ ນວ ມີຜູ້ຕາງໜ້າມາຈາກຫ້ອງການປ້ອງກັນຊາດ ນວ ມີຄະນະພັກ-ຄະນະບັນຊາ ຄະນະຮັບຜິດຊອບຄູອາຈານ ແລະ ນັກເຝິກອົບຮົມ ກໍ່ສ້າງນາຍສິບເຂົ້າຮ່ວມ. 

    ທ່ານ ພັນໂທ ຄໍາສິງ ພົນປະເສີດ ຮອງຫົວໜ້າຫ້ອງເສນາທິການ ທະຫານ ນວ ໄດ້ຜ່ານແຜນການອົບຮົມໃຫ້ຮູ້ວ່າ: ເພື່ອປະຕິບັດຕາມແຜນການອົບຮົມ-ຫັດແອບປະຈໍາປີ ແລະ ແຜນການບໍາລຸງພະນັກງານ ຊຸດທີ I ແລະ ກໍ່ສ້າງນາຍສິບ ຊຸດທີ VII ໂຮງຮຽນການທະຫານທ້ອງຖິ່ນຂອງທະຫານ ນວ ປະຈຳປີ 2022 ໃຫ້ຖືກຕາມທິດຊີ້ນຳຂອງການກໍ່ສ້າງກໍາລັງໃນໄລຍະໃໝ່ ເພື່ອເປັນການຍົກລະດັບຄວາມຮູ້ ຄວາມສາມາດ ແລະ ແບບແຜນວິທີນໍາພາ-ບັນຊາ ແລະ ສູ້ຮົບໃຫ້ນາຍທະຫານທີ່ເຂົ້າມາບໍາລຸງ 6 ເດືອນ ໃຫ້ຮູ້ໄດ້ກ່ຽວກັບວຽກງານເສນາບັນຊາ-ນຳພາເຂົ້າໃນການຈັດຕັ້ງກະກຽມສູ້ຮົບ ແລະ ກວດກາຕີລາຄາຜົນຂອງການບໍາລຸງພະນັກງານ ແລະ ກໍ່ສ້າງນາຍສິບ ກໍຄືແຜນການອົບຮົມ-ຫັດແອບປະຈຳປີ 2022 ເຫັນໄດ້ດ້ານດີ ແລະ ຂໍ້ຄົງຄ້າງທີ່ຕ້ອງໄດ້ປັບປຸງແກ້ໄຂ ທັງເປັນການຍົກສູງລະດັບຄວາມຮູ້ ຄວາມສາມາດ ຄວາມເຂົ້າໃຈກ່ຽວກັບວຽກງານເສນາ ແລະ ວຽກງານການເມືອງ ພະລາທິ ການ ເຕັກນິກຮັບໃຊ້ສູ້ຮົບໃຫ້ຜູ້ບັນຊາ-ນຳພາ ແລະ ພາກສ່ວນ ຮັບປະກັນພະນັກງານ-ນັກຮົບໃນກົມກອງໄດ້ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ ການເຝິກແອບຮໍ່າຮຽນດ້ານສິລະປະຍຸດ-ຍຸດທະວິທີ ລະບຽບແບບແຜນ ແລະ ເຝິກຝົນກຳລັງແຮງກາຍຢ່າງຕໍ່ເນື່ອງ ໃນການເຄື່ອນໄຫວສູ້ຮົບຕົວຈິງຢູ່ພາກສະໜາມ ແລະ ເປັນການຄົ້ນຄວ້າຕີລາຄາສະພາບການ ກົນອຸບາຍ ເລ່ລ່ຽມສູ້ຮົບຂອງກຸ່ມຄົນບໍ່ດີຢູ່ພາຍໃນ ແລະ ພາຍນອກ.

    ເນື້ອໃນການຫັດແອບຊ້ອມຮົບໃນຄັ້ງນີ້ ໄດ້ຈັດຕັ້ງແບ່ງອອກເປັນ 4 ໄລຍະຄື: ຫັນພາວະກຽມພ້ອມ ສູ້ຮົບກະໂດດຂັ້ນ ເຄື່ອນຍ້າຍກຳລັງໄປສູ້ເຂດເຕົ້າໂຮມປິດລັບ ຈັດຕັ້ງເຮັດວຽກງານການກະກຽມສູ້ຮົບ ປະຕິບັດການສູ້ຮົບ ແລະ ສະຫຼຸບຖອດຖອນບົດຮຽນ ການອົບຮົມຄັ້ງນີ້ ຈະດໍາເນີນໄປເປັນເວລາ 20 ວັນຈຶ່ງຈະສຳເລັດ. 

    ທ່ານ ພັນເອກ ບຸນວານ ພົມມະວົງ ໄດ້ໂອ້ລົມຕໍ່ພິທີ ພ້ອມທັງເນັ້ນໜັກໃຫ້ທຸກສະຫາຍທີ່ເຂົ້າຮ່ວມຫັດແອບຊ້ອມຮົບຄັ້ງນີ້ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍ ເສີມຂະຫຍາຍຫົວຄິດປະດິດສ້າງ ກ້າຄິດ ກ້າຕັດສິນໃຈ ກ້າຮັບຜິດຊອບ ແລະ ມີພິກໄຫວ ເປັນເຈົ້າການແກ້ໄຂ ຜ່ານຜ່າຂໍ້ຫຍຸ້ງຍາກທີ່ເກີດຂຶ້ນໃຫ້ທັນເວລາ ໃນການເຄື່ອນໄຫວຫັດແອບຊ້ອມຮົບໃນຄັ້ງນີ້ ຜູ້ບັນຊາ-ນຳພາແຕ່ລະຂັ້ນ ຕ້ອງກຳໄດ້ທິດສະດີຫຼັກການກ່ຽວກັບວຽກງານເສນາທິການ ຮັບໃຊ້ການຊ້ອມຮົບ ກຳໄດ້ກົນອຸບາຍ ເລ່ລ່ຽມຂອງສັດຕູ ແລະ ມີຄວາມສາມາດໃນການຕີຕ້ານສັດຕູ ຕ້ອງຍົກລະດັບຄວາມຮັບຮູ້ ຄວາມສາມາດດ້ານສິລະປະຍຸດ- ຍຸດທະວິທີ ຮູ້ໝູນໃຊ້ພາກທິດສະດີເຂົ້າກັບສະພາບພູມີປະເທດ ແລະ ເງື່ອນໄຂຕົວຈິງສາມາດຮັບປະກັນຄວາມປອດໄພ.

error: Content is protected !!