ຍົກລະດັບຄູເຝິກດອກປີກໄກ່ຂັ້ນພື້ນຖານ ເພື່ອນໍາໄປພັດທະນາໃນໂຮງຮຽນ

     ສະຫະພັນກີລາດອກປີກໄກ່ແຫ່ງຊາດ ຮວ່ມມືກັບສະຫະພັນກີລາດອກປີກໄກ່ອາຊີ ຈັດການເຝິກ ອົບຮົມກີລາດອກປີກໄກ່ຂັ້ນພື້ນຖານ ຂຶ້ນລະຫວ່າງວັນທີ 12-14 ກັນຍາ 2022 ຢູ່ສະໜາມກີລາດອກປີກໄກ່ ມິດຕະພາບ ລາວ-ໄທ (ບຶງຂະຍອງ) ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ໂດຍມີທ່ານ ວຽງສະ ຫວັນ ແສງຈັນ ຮອງປະທານສະຫະພັນກີລາດອກປີກໄກ່ແຫ່ງຊາດ ທ່ານ ໄຊບັນດິດ ລາຊະພົນ ເລຂາທິ ການສະຫະພັນດອກປີກໄກ່ແຫ່ງຊາດ ທ່ານ ສົມສະແຫວງ ແສງສີລາວົງ ປະທານທີ່ປືກສາສະຫະພັນດອກປີກໄກ່ແຫ່ງຊາດ ພ້ອມດ້ວຍທ່ານ ແຊມ ເບັນທັນ ຊ່ຽວຊານຈາກສະຫະພັນດອກປີກໄກ່ອາຊີ ແລະ ນັກສໍາມະນາກອນເຂົ້າຮ່ວມ.

    ທ່ານ ວຽງສະຫວັນ ແສງຈັນ ກ່າວວ່າ: ການຈັດເຝິກອົບຮົມເພື່ອຍົກລະດັບຄູເຝິກກີລາດອກປີກໄກ່ ຂັ້ນພື້ນຖານຄັ້ງນີ້ ມີນັກສຳມະນາກອນຈໍານວນ 25 ທ່ານ ທີ່ມາຈາກ 2 ໂຮງຮຽນ ຄື: ໂຮງຮຽນວິທະຍາໄລພະລະສຶກສາ (ທົ່ງປົ່ງ) ແລະ ຄະນະວິທະສາດການກີລາ ມະຫາວິທະຍາໄລແຫ່ງຊາດ ເຊິ່ງການເຝິກອົບຮົມນັກສໍາມະນາກອນ ຈະໄດ້ຮຽນຮູ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງໄປພ້ອມໆກັນ ແລະ ຮຽກຮ້ອງມາຍັງນັກສໍາມະນາກອນທຸກຄົນ ຈົ່ງນໍາເອົາຄວາມຮູ້ທີ່ໄດ້ຈາກຊ່ຽວຊານທີ່ມາຈາກສະຫະພັນດອກປີກໄກ່ອາຊີໃຫ້ຫຼາຍທີ່ສຸດ ພາຍຫຼັງຮຽນຈົບນັກສຳມານາກອນຈະເອົາໄປນຳໃຊ້ນຳໂຮງຮຽນປະຖົມ ແລະ ມັດທະຍົມ ເພື່ອການພັດທະນາກີລາດອກປີກໄກ່ໃນໂຮງຮຽນໃຫ້ກ້າວໄປເຖິງນັກກີລາທີມຊາດໃນອະນາຄົດ.

# ຂ່າວ – ພາບ : ສີພອນ                                                     

error: Content is protected !!