ມອບ-ຮັບຂົວອູ່ຂ້າມນໍ້າແຊງ

    ພິທີມອບ-ຮັບຂົວອູ່ຂ້າມນໍ້າແຊງ ເມືອງວຽງຄໍາ ແຂວງຫຼວງພະບາງ ຈັດຂຶ້ນວັນທີ 12 ກັນຍາ 2022 ຢູ່ເມືອງດັ່ງກ່າວ ໂດຍມີທ່ານ ຊາຍພອນ ຈັນທຸມມາ ເຈົ້າເມືອງວຽງຄໍາ ທ່ານ ບຼົ່ງຫວ່າງ ວ່າງເຈຍຊ່າ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ທ່ານ ກອງສີ ພິໄລລັກ ປະທານບໍລິສັດ ພິໄລລັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ກອງສີ ພິໄລລັກ ກ່າວວ່າ: ໂຄງການກໍ່ສ້າງຂົວອູ່ຂ້າມນໍ້າແຊງ ຕັ້ງຢູ່ບ້ານວັງເຫິງ ເມືອງວຽງ ຄໍາ ມີຄວາມຍາວ 148,23 ແມັດ ກວ້າງ 1,5 ແມັດ ມູນຄ່າການກໍ່ສ້າງ 2,59 ຕື້ກວ່າກີບ ໂດຍເປັນທຶນປຸກລະດົມຈາກຫຼາຍພາກສ່ວນ ໂດຍສະເພາະພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ແລະ ພະແນກແຜນການ ແລະ ການລົງທຶນແຂວງຫຼວງພະບາງ ພາກສ່ວນລະ 500 ລ້ານກີບ ແລະ ການປະກອບສ່ວນຈາກພາກສ່ວນອື່ນໆອີກ ເຊິ່ງໄດ້ເລີ່ມກໍ່ສ້າງວັນທີ 10 ມີຖຸນາ 2022 ສໍາເລັດວັນທີ 8 ກັນຍາ 2022 ທຽບກໍານົດເວລາໃນສັນຍາການກໍ່ສ້າງ ສໍາເລັດກ່ອນ 45 ວັນ.

    ໂອກາດນີ້ ທ່ານ ຊາຍພອນ ຈັນທຸມມາ ກໍໄດ້ສະແດງຄວາມຂອບໃຈທຸກພາກສ່ວນ ທີ່ໃຫ້ການປະ ກອບສ່ວນໃນການກໍ່ສ້າງຂົວອູ່ ຈົນໄດ້ຮັບຜົນສໍາເລັດ ພ້ອມທັງຊີ້ນໍາຂະແໜງການກ່ຽວຂ້ອງ ລວມທັງອົງ ການປົກຄອງບ້ານ ເປັນເຈົ້າການໃນການຕິດຕາມ ເຜີຍແຜ່ກົດລະບຽບການຊົມໃຊ້ ແລະ ພ້ອມກັນປົກປັກຮັກສາຂົວອູ່ ເພື່ອຊົມໃຊ້ໄດ້ຢ່າງຍາວນານ.

error: Content is protected !!