ເຜີຍແຜ່ສິດທິ ແລະ ຄວາມສະເໝີພາບຍິງ-ຊາຍໃຫ້ກັບ 10 ບ້ານເປົ້າໝາຍ ຂອງ 2 ເມືອງ

    ສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ແມ່ນອົງການຈັດຕັ້ງທາງສັງຄົມທີ່ບໍ່ຫວັງຜົນກໍາໄລ ໄດ້ຮັບການອະນຸຍາດສ້າງຕັ້ງຈາກກະຊວງພາຍໃນ ປີ 2012 ແລະ ມີຈຸດມຸ່ງໝາຍສົ່ງເສີມຄວາມສະເໝີພາບຍິງ-ຊາຍ ສິດທິແມ່ຍິງ ເຜີຍແຜ່ກົດໝາຍທີ່ພົວພັນກັບແມ່ຍິງ ຕ້ານການໃຊ້ຄວາມຮຸນແຮງຕໍ່ກັບແມ່ຍິງ ແລະ ເດັກ ຕ້ານການຄ້າມະນຸດ ການເຄື່ອນຍ້າຍແຮງງານທີ່ປອດໄພ ສົ່ງເສີມໃຫ້ແມ່ຍິງສາມາດເຂົ້າເຖິງຂະບວນການຍຸຕິທໍາໃນ ສປປ ລາວ ແລະ ການສົ່ງເສີມບົດບາດຍິງ-ຊາຍ ເຂົ້າໃນວຽກງານປ້ອງກັນການລະບາດຂອງພະຍາດໂຄວິດ-19 ກິດຈະກໍາຂອງສະມາຄົມ ແມ່ນໄດ້ຮັບການສະໜັບສະໜູນຈາກອົງການ EU ທີ່ຜ່ານອົງການແພລນ ສາກົນ ປະຈໍາ ສປປ ລາວ ພາຍໃຕ້ໂຄງການ ຊີແຊັກ-19 (CiSAC-19)

    ວັນທີ 14 ກັນຍາ 2022 ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ຮ່ວມກັບຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງສີໂຄດຕະບອງ ຈັດກອງປະຊຸມແນະນໍາໂຄງການ “ ສົ່ງເສີມສິດທິ ແລະ ຄວາມສະເໝີພາບຍິງ-ຊາຍ ໃນການເຂົ້າເຖິງການປົກປ້ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໄລຍະ II ” ທີ່ຫ້ອງວ່າການປົກຄອງເມືອງດັ່ງກ່າວ ໂດຍເປັນປະທານຮ່ວ ຂອງທ່ານ ທົງ ຫົດທິລາດ ຮອງເຈົ້າເມືອງສີໂຄດຕະບອງ ທ່ານ ນາງ ອິນທະນາ ບຸບຜາສະຫວັນ ຜູ້ອໍານວຍການສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ມີຕາງໜ້າຈາກພະແນກການ ຫ້ອງການ ບ້ານເປົ້າໝາຍຂອງເມືອງປາກ ງື່ມ ແລະ ເມືອງສີໂຄດ ແລະ ຜູ້ໃຫ້ທຶນ ຕາງໜ້າຈາກໂຄງການຊີແຊັກ-19 ເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມ ເພື່ອນໍາສະເໜີເປົ້າໝາຍ ແລະ ກິດຈະກໍາຂອງໂຄງການໄລຍະທີ II ໃຫ້ພາກສ່ວນທີ່ກ່ຽວຂ້ອງໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອຈະນໍາມາຈັດຕັ້ງປະຕິບັດຢູ່ບ້ານເປົ້າໝາຍ 10 ບ້ານ ໃນ 2 ເມືອງ ຄື: ເມືອງສີໂຄດຕະບອງ ປະກອບມີບ້ານ ຈັນສະຫວ່າງ ຈໍາປາ ບ້ານໃໝ່ ຕາດທອງ ແລະ ບ້ານ ໜອງໜ້ຽວ ເມືອງປາກງື່ມ ມີບ້ານໜອງຂຽດ ສົມສະຫວາດ ນາກຸງ ໝາກນາວດົງ ແລະ ບ້ານດອນສ້າງໄຜ່ ເພື່ອໃຫ້ບ້ານເປົ້າໝາຍໄດ້ເຊັນຮັບຮອງເອົາໂຄງການມາຈັດຕັ້ງປະຕິບັດຢູ່ພາຍໃນບ້ານ.

    ພາຍໃນພິທີ ໄດ້ນຳສະເໜີແຜນການ ແລະ ກິດຈະກຳຂອງໂຄງການ ການປະກອບຄໍາເຫັນ ເປົ້າໝາຍຂອງໂຄງການນີ້ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາກອນໃນຊຸມຊົນເປົ້າໝາຍໂຄງການ ໂດຍສະເພາະແມ່ນແມ່ຍິງ ຜູ້ທຸກຍາກ ຜູ້ດ້ອຍໂອກາດ ຊົນເຜົ່າ ກຸ່ມຫຼາກຫຼາຍທາງເພດ ຜູ້ວ່າງງານ ທີ່ໄດ້ຮັບຜົນກະທົບຈາກໄພຂົ່ມຂູ່ຂອງການລະບາດພະຍາດໂຄວີດ-19 ໃຫ້ມີຊີວິດທີ່ດີຂຶ້ນ.

error: Content is protected !!