ມອບ-ໂອນ ຄະນະພັກຮາກຖານອົງການກາແດງແຫ່ງຊາດລາວ ຈາກກະຊວງ ຮສສ ໄປຂຶ້ນກັບ ສນຍ

    ພິທີມອບ-ໂອນ ຄະນະພັກຮາກຖານອົງການກາແດງແຫ່ງຊາດລາວ ຈາກອົງຄະນະພັກກະຊວງແຮງງານ ແລະ ສະຫວັດການສັງຄົມ (ຮສສ) ມາຂຶ້ນກັບອົງຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ສນຍ) ຈັດຂຶ້ນວັນທີ 13 ກັນຍາ 2022 ຢູ່ທີ່ເຮືອນຮັບແຂກກະຊວງ ຮສສ ເພື່ອປະຕິບັດຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ໂດຍການລົງນາມມອບ-ໂອນ ລະຫວ່າງສະຫາຍນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ ຮສສ ແລະ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະພັກຫ້ອງວ່າການ ສນຍ ມີຄະນະພັກທັງສອງພາກສ່ວນເຂົ້າຮ່ວມ.

    ໂອກາດນີ້ ສະຫາຍ ດຣ ສິງ ເມໂນລາດ ເລຂາຄະນະພັກຮາກຖານອົງການກາແດງແຫ່ງຊາດລາວ ໄດ້ລາຍງານໃຫ້ຮູ້ວ່າ: ຄະນະພັກອົງການກາແດງແຫ່ງຊາດລາວ ປະກອບມີ 4 ໜ່ວຍພັກຂຶ້ນກັບ ຄື: ໜ່ວຍພັກຫ້ອງການ ໜ່ວຍພັກບັນເທົາທຸກ ໜ່ວຍພັກສົ່ງເສີມສຸຂະພາບ ແລະ ໂຄສະນາຂົນຂວາຍການກຸສົນ ແລະ ໜ່ວຍພັກສະຖາບັນເລືອດແຫ່ງຊາດ ເຊິ່ງໃນໄລຍະ 6 ປີຜ່ານມາ ການນໍາພາ ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານແມ່ນມີທັງສິ່ງອໍານວຍ ແລະ ເງື່ອນໄຂສະດວກ ພ້ອມທັງມີສິ່ງທ້າທາຍຫຍຸ້ງຍາກ ແຕ່ແນວໃດກໍຕາມ ດ້ວຍຄວາມເອົາໃຈໃສ່ຊີ້ນໍາ-ນໍາພາ ຢ່າງໃກ້ຊິດຂອງບັນດາຫນ່ວຍພັກ ດ້ວຍນໍ້າໃຈບຸກທະລຸຂອງສະມາຊິກພັກ-ພະນັກງານ ທຸກສະຫາຍ ເຮັດໃຫ້ສາມາດຜ່ານຜ່າສິ່ງທ້າທາຍຕ່າງໆ ແລະ ສາມາດຈັດຕັ້ງປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ການເມືອງຂອງຕົນ ຈົນມີຜົນສໍາເລັດເລື້ອຍມາ.

    ໂອກາດມີຄໍາເຫັນຕໍ່ພິທີ ຂອງສະຫາຍນາງ ໃບຄໍາ ຂັດທິຍະ ແລະ ສະຫາຍ ອາລຸນໄຊ ສູນນະລາດ ຕ່າງກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ການເຄື່ອນໄຫວໜ້າທີ່ການເມືອງຂອງຄະນະພັກອົງການກາແດງແຫ່ງຊາດລາວໃນຜ່ານມາ ພ້ອມທັງເນັ້ນໃຫ້ຄະນະພັກ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ-ສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມເຊື່ອໜັ້ນຕໍ່ການນໍາພາຂອງພັກ ເພື່ອເຮັດສໍາເລັດໜ້າທີ່ທີ່ຖືກມອບໝາຍຢ່າງມີຜົນສໍາເລັດ.

error: Content is protected !!