ສຳເລັດການຂົນສົ່ງສື່ການຮຽນ-ການສອນ ສຳລັບຂັ້ນ ປ 2

    ທັນທີທີ່ມາດຕະການຜ່ອນຜັນຂອງລັດຖະບານ ກ່ຽວກັບການປ້ອງກັນພະຍາດໂຄວິດ-19 ລົດຂົນສົ່ງໄດ້ບັນທຸກເອົາແກັດປຶ້ມແບບຮຽນ ແລະ ສື່ການສອນຂອງຄູຂັ້ນ ປ 2 ສະບັບປັບປຸງໃໝ່ສຳລັບທຸກໂຮງຮຽນ ອອກຈາກສາງໃຫຍ່ຢູ່ນະຄອນຫຼວງວຽງຈັນ ໄປຍັງ 148 ເມືອງ ທີ່ອາໄສຢູ່ໃນເຂດຫ່າງໄກສອກຫຼີກຂອງປະເທດ ໃຊ້ເວລາພຽງແຕ່ 12 ວັນ ກ່ອນທີ່ຈະເລີ່ມລະດູຝົນ ເປັນສິ່ງທ້າທາຍຫຼາຍ ເຊິ່ງລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ໄດ້ໃຫ້ການສະໜັບສະໜູນກະຊວງສຶກສາທິການ ແລະ ກີລາ ໃນທຸກຂັ້ນຕອນຂອງການປັບປຸງຫຼັກສຸດຊັ້ນປະຖົມຄືນໃໝ່ ລວມທັງການຂົນສົ່ງຄັ້ງນີ້.

    ລົດຂົນສົ່ງບັນທຸກປຶ້ມແບບຮຽນຂັ້ນ ປ 2 ຈຳນວນ 756.000 ຫົວ ປະກອບມີວິຊາພາສາລາວ ຄຸນສົມບັດ ວິທະຍາສາດ ແລະ ວິຊາສິ່ງແວດລ້ອມ ແລະ ແກັດສື່ການຮຽນ-ການສອນຂອງຄູ 9.365 ແກັດ ປະກອບມີອຸປະກອນເສີມເຊັ່ນ: ປຶ້ມເລື່ອງ ປຶ້ມອ່ານເສີມ ແລະ ຮູບພາບຕ່າງໆ ລວມທັງໂປສເຕີຂອງອົງການອຸຍນິເຊັບ ທີ່ຊ່ວຍສະໜັບສະໜູນການປ້ອງກັນພະຍາດໂຄວິດ-19 ຢູ່ໂຮງຮຽນ 3 ຢ່າງຄື: “ປ້ອງກັນໂຕເອງຈາກພະຍາດໂຄວິດ-19” “ປ້ອງກັນຄອບຄົວຈາກໂຄວິດ-19” ແລະ “ ການລ້າງມື 7 ຂັ້ນຕອນ” ແມ່ນໄດ້ຖືກບັນຈຸຢູ່ໃນແກັດທີ່ນຳໄປມອບໃນຄັ້ງນີ້.

    ສື່ການຮຽນການສອນຂັ້ນ ປ 2 ໄດ້ຮັບການພັດທະນາໂດຍສູນຄົ້ນຄວ້າວິທະຍາສາດການສຶກສາ ໂດຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ແລະ ງົບປະມານບາງສ່ວນຈາກລັດຖະບານສະຫະລັດອາເມຣິກາ ເປັນສ່ວນໜຶ່ງຂອງການປັບປຸງຫຼັກສູດຊັ້ນປະຖົມສຶກສາ ເລີ່ມຈາກຂັ້ນ ປ 1 ເຊິ່ງຈັດຕັ້ງປະຕິບັດຕັ້ງແຕ່ເດືອນກັນຍາ 2019 ຜ່ານມາຕາມລຳດັບ.

    ຫຼັກສູດສະບັບປັບປຸງໃໝ່ ຈະສົ່ງເສີມວິທີການສອນແບບໃໝ່ ໂດຍສຸມໃສ່ການຮຽນທີ່ເນັ້ນການປະຕິບັດຕົວຈິງ ນັກຮຽນຈະໄດ້ຮຽນໂດຍຜ່ານການສຳຜັດຕົວຈິງກັບສື່ຕ່າງໆ ແລະ ນຳຄວາມຮູ້ໃໝ່ມາໃຊ້ ສິ່ງນີ້ເປັນການປ່ຽນແປງໃຫຍ່ໃນວິທີການຮຽນ-ການສອນ ແລະ ຄູຂັ້ນ ປ 2 ທົ່ວປະເທດຈະໄດ້ຮັບການເຝິກອົບຮົມວິທີການສອນແບບໃໝ່.

    ລົດຂົນສົ່ງຊຸດທີ 2 ໄດ້ເລີ່ມການຂົນສົ່ງສື່ ແລະ ຄູ່ມືການຝຶກອົບຮົມຄູຂັ້ນ ປ 2 ເຊິ່ງສຳເລັດໃນຕົ້ນເດືອນມິຖຸນາ 2020 ການຂົນສົ່ງຄັ້ງທີ 2 ນີ້ຍັງປະກອບມີໂປສເຕີການປ້ອງກັນພະຍາດໂຄວິດ-19 ແລະ ວິທີການລ້າງມື ເພື່ອນຳໃຊ້ຢູ່ບ່ອນເຝິກອົບຮົມ ກະຊວງສຶກສາທິການ ແລະ ກີລາ ກຳລັງເຮັດວຽກກັບພະແນກສຶກສາ ແລະ ກີລາແຂວງ ໃນການວາງແຜນ ແລະ ກະກຽມການເຝິກອົບຮົມຄູຂັ້ນ ປ 2 ແລະ ຄູນິເທດ 9.843 ທ່ານ ພ້ອມທັງຮັກສາມາດຕະການປ້ອງກັນໂຄວິດ-19 ເຊັ່ນ: ການຮັກສາໄລຍະຫ່າງທາງສັງຄົມ ແລະ ຈຳກັດຈຳນວນຂອງຜູ້ເຂົ້າຮ່ວມໃນຫ້ອງປະຊຸມ.

    ເຖິງວ່າຈະເປັນສິ່ງທ້າທາຍໃຫ້ແກ່ຊັ້ນປະຖົມສຶກສາ ແຕ່ກໍຈະຊ່ວຍໃຫ້ເດັກຂັ້ນ ປ 2 ໄດ້ນຳໃຊ້ສື່ການຮຽນ-ການສອນສະບັບປັບປຸງໃໝ່ໃນສົກຮຽນໜ້າ ຄູໄດ້ຮັບການເຝິກອົບຮົມວິທີການສອນແບບໃໝ່ ດ້ວຍສື່ການຮຽນ-ການສອນແບບໃໝ່.

error: Content is protected !!